ເລືອກໄດ້ 8 ນັກກີລາຍິງປືນທີມຊາດ ກຽມຮ່ວມຊິງແຊັມໂລກ

ທ່ານ ພຸດ​ທະ​ສັກ ສຸກ​ອາ​ລຸນ ປະ­ທານ​ສະ­ໂມ­ສອນ​ຍິງ​ປືນ IPSC ລາວ ຜູ້­ອຳ­ນວຍ­ການ​ສະ­ໜາມ​ເຝີກ​ຊ້ອມ​ກີ­ລາ​ຍິງ​ປືນ 5 ເມ­ສາ ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຫຼັງ​ຈາກ​ສະ­ໂມ­ສອນ​ຍິງ​ປືນ IPSC ລາວ ສະ­ຫະ­ພັນ​ຍິງ​ປືນ​ແຫ່ງ​ຊາດ​ໄດ້​ຮັບ​ໂອ­ກາດ ແລະ ໄດ້​ຮັບ​ສິດ​ຈາກ​ສະ­ມາ­ຄົມ​ຍິງ​ປືນ IPSC ໂລກ ໃຫ້​ສາ­ມາດ​ສົ່ງ​ນັກ­ກີ­ລາ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ຊີງ​ແຊັມ​ໂລກ ເປັນ​ຄັ້ງ​ທີ 2 ສະ­ໂມ­ສອນ IPSC ລາວ ກໍ​ໄດ້​ຄັດ​ເລືອກ​ນັກ­ກີ­ລາ​ຈາກ 14 ຄົນ ຍິງ 1 ຄົນ ໂດຍ​ການ​ຈັດ​ແຂ່ງ­ຂັນ 4 ຄັ້ງ ເລີ່ມ​ແຕ່​ເດືອນ​ມີ­ນາ-ເຖິງ​ວັນ​ທີ 3 ກໍ­ລະ­ກົດ 2020 ໂດຍ​ກຳ­ນົດ​ເອົາ 10 ສະ­ໜາມ​ແຂ່ງ­ຂັນ ກໍ​ຄື ສະ­ໜາມ​ລະ­ດັບ​ສັ້ນ ກາງ ແລະ ຍາວ ເຊິ່ງ​ນັກ­ກີ­ລາ​ທີ່​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ໄດ້​ຍິງ​ປືນ ເພື່ອ​ສະ​ສົມ​ຄະ­ແນນ​ຜູ້​ລະ 300 ລູກ.

ຜ່ານ​ການ​ແຂ່ງ­ຂັນ​ສາ­ມາດ​ຄັດ​ເລືອກ​ນັກ­ກີ­ລາ​ດີ­ເດັ່ນ​ໄດ້ 8 ຄົນ ຄື: ທ້າວ ສຸ​ນັນ ວັດ­ທະ­ນະ​ບູນ ທ້າວ ທຽນ​ຢີ້ ທ້າວ ຫົງ​ພະ­ຈັນ ດາ­ລາ​ວົງ ທ້າວ ສິງ​ຄຳ ສີ​ປະ­ເສີດ ທ້າວ ສຸ​ພົນ​ສາ ນິ­ຍົມ ທ້າວ ຕົ້ນ​ຄຳ ເມືອງ​ມະ­ນີ (ຮຸ່ນ​ເຍົາ­ວະ​ຊົນ) ທ້າວ ອາ​ໂນ​ໄທ ເມືອງ​ມະ­ນີ ແລະ ທ້າວ ອາ­ພາ​ນະ​ກອນ ແກ້ວ​ໄຊ​ຍະ​ຈັກ ສຳ­ລັບ​ການ​ແຂ່ງ­ຂັນ​ຊີງ​ແຊັມ​ໂລກ ຄາດ​ວ່າ​ຈະ​ມີ​ຂຶ້ນ​ທ້າຍ​ປີ​ນີ້ ຢູ່​ປະ­ເທດ​ໄທ ໂດຍ​ຈະ​ມີ​ນັກ­ກີ­ລາ​ຫຼາຍ​ກວ່າ 500 ຄົນ​ເຂົ້າ​ຮ່ວມ​ຊີງ​ໄຊ.

error: Content is protected !!