ຮັບ​ຮອງ​ເອົາຖະແຫຼງການ ລມຕ ຕ່າງປະເທດແມ່ນໍ້າຂອງ-ຍີ່ປຸ່ນ

    ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 ວັນທີ 9 ກໍລະກົດ 2020 ໂດຍເປັນປະທານຮ່ວມຂອງທ່ານ Motegi Toshimitsu ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ທ່ານ Pham Binh Minh ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ສສ​ ຫວຽດ ນາມ ແລະ ມີລັດຖະມົນຕີຕ່າງປະເທດຈາກປະເທດແມ່ນໍ້າຂອງ (ກຳປູເຈຍ ລາວ ມຽນມາ ໄທ) ເຂົ້າຮ່ວມ. 

    ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນຜົນການຮ່ວມມືໃນໄລຍະຜ່ານມາ ກໍຄືການຈັດຕັ້ງປະຕິບັດຍຸດທະສາດໂຕກຽວ 2018 ເຊິ່ງຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ມີບາດກ້າວຂະຫຍາຍຕົວ ແລະ ມີໝາກຜົນ ແຕ່ການແຜ່ລະບາດຂອງພະຍາດໂຄວິດ-19 ກໍໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມທົ່ວໂລກ ເວົ້າສະເພາະກໍຄືບັນດາປະເທດສະມາຊິກແມ່ນໍ້າຂອງ-ຍີ່ປຸ່ນ ເຊິ່ງກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ຍີ່ປຸ່ນທີ່ໃຫ້ການຊ່ວຍເຫຼືຶອດ້ານເຕັກນິກ ອຸປະກອນ ແລະ ວິຊາການແກ່ບັນດາປະເທດສະມາຊິກແມ່ນໍ້າຂອງ ເພື່ອຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ນອກນີ້ ຍັງໄດ້ປຶກສາຫາລື ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເນັ້ນໃສ່ການຟື້ນຟູເສດຖະກິດພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຍີ່ປຸ່ນໄດ້ປະກາດໃຫ້ທຶນຊ່ວຍເຫຼືອລ້າມູນຄ່າ 1 ຕື້ເຢັນ 84,47 ຕື້ກີບ ເພື່ອຊ່ວຍເຂົ້າໃນໂຄງການຄວາມປອດໄພດ້ານສຸຂະພາບຂັ້ນພື້ນຖານຂອງມະນຸດ.

    ກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 ໄດ້ຮັບ​ຮອງ​ເອົາຖະແຫຼງການປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 ວ່າດ້ວຍການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ເພື່ອບັນລຸການປະກັນສຸຂະພາບທຸກຖ້ວນໜ້າ ແລະ ເສີມສ້າງຄວາມສໍາພັນດ້ານເສດຖະກິດ.

error: Content is protected !!