ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ກໍຄືການປະຕິບັດໜ້າທີ່ຂອງ ສພຊ ຊຸດໃໝ່ ໄດ້ດຳເນີນຢ່າງເປັນທາງການ ນັບແຕ່ວັນທີ 23-27 ມີນາ 2026 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານ ສພຊ ມີຮອງປະທານ ສພຊ ມີບັນ ດາການນໍາພັກ-ລັດຂັ້ນສູງ ອາດີດການນໍາພັກ-ລັດຂັ້ນສູງ ບັນດາ ສສຊ ຊຸດທີ X ສະມາຊິກລັດຖະບານ ກະຊວງ -ອົງການ ບັນດາທຸຕານຸທູດ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.

ທ່ານນາງ ອຳໄພວອນ ລ້ອມບຸນແພງ ຫົວໜ້າຫ້ອງວ່າການ ສພຊ ໄດ້ຖະແຫຼງຂ່າວກ່ຽວກັບຜົນ ສຳເລັດກອງປະຊຸມຄັ້ງປະຖົມມະລຶກຂອງ ສພຊ ຊຸດທີ X ຕໍ່ສື່ມວນຊົນໃນວັນທີ 27 ມີນາ 2026 ທີ່ ສພຊ ເຊິ່ງກອງປະຊຸມໄດ້ພິຈາ ລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດ ຊາດ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດຄື: ໄດ້ຮັບຟັງລາຍງານຜົນສຳເລັດຂອງການເລືອກຕັ້ງ ແລະ ຢັ້ງ ຢືນຄຸນລັກສະນະຂອງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ການເລືອກຕັ້ງໄດ້ດໍາເນີນໃນວັນທີ 22 ກຸມພາ 2026 ໂດຍມີຜູ້ໄດ້ຮັບການເລືອກຕັ້ງເປັນ ສສຊ ຊຸດທີ X ຈໍານວນທັງໝົດ 175 ທ່ານ ຍິງ 52 ທ່ານ ກວມເອົາ 29,71% ແລະ ມີຜູ້ໄດ້ຮັບການເລືອກຕັ້ງເປັນ ສສຂ ຊຸດທີ V ຈໍານວນທັງໝົດ 745 ທ່ານ ຍິງ 211 ທ່ານ ກວມເອົາ 28,32%.

ກອງປະຊຸມໄດ້ຮັບຮອງເອົາຜົນການເລືອກຕັ້ງດັ່ງກ່າວຢ່າງເປັນເອກະສັນ ກອງປະຊຸມໄດ້ພິຈາລະນາ ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງ ການເລືອກຕັ້ງ ແລະ ຮັບຮອງເອົາບຸກຄະລາກອນສໍາຄັນຂັ້ນຍຸດທະສາດ ໂດຍເລືອກຕັ້ງເອົາທ່ານ ໄຊສົມພອນ ພົມວິຫານ ເປັນປະທານ ສພຊ ຊຸດທີ X ທ່ານນາງ ສູນທອນ ໄຊຍະຈັກ ທ່ານ ກອງແກ້ວ ໄຊສົງຄາມ ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ມອນໄຊ ລາວມົວຊົ່ງ ເປັນຮອງປະທານ ສພຊ ແລະ ກຳມະການຄະນະປະຈຳ ສພຊ 6 ທ່ານ ຍິງ 2 ທ່ານ ຮັບຮອງເອົາກົງຈັກຂອງ ສພຊ ປະກອບມີ 5 ກໍາມາທິການ ແລະ ຫ້ອງວ່າການ ສພຊ ເລືອກຕັ້ງເອົາທ່ານ ທອງລຸນ ສີສຸລິດ ເປັນປະທານປະເທດ ທ່ານນາງ ວຽງທອງ ສີພັນດອນ ເປັນຮອງປະທານປະເທດ ເລືອກຕັ້ງເອົາທ່ານ ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ຮັບຮອງເອົາການສະເໜີແຕ່ງຕັ້ງທ່ານ ສະເຫຼີມໄຊ ກົມມະສິດ ທ່ານ ຄໍາພັນ ພົມມະທັດ ທ່ານ ທອງສະລິດ ມັງໜໍ່ເມກ ທ່ານ ພົອ ຄໍາລຽງ ອຸທະໄກສອນ ທ່ານ ສັນຕິພາບ ພົມວິຫານ ແລະ ທ່ານ ທອງສະຫວັນ ພົມວິຫານ ເປັນຮອງນາຍົກລັດຖະມົນຕີ ແລະ ຮັບຮອງເອົາກົງຈັກຂອງລັດຖະບານ ປະກອບມີ 13 ກະຊວງ 2 ອົງການທຽບເທົ່າ ແລະ ຮັບຮອງເອົາການແຕ່ງ ຕັ້ງສະມາຊິກລັດຖະບານ 17 ທ່ານ ຍິງ 3 ທ່ານ ຮັບຮອງເອົາການເລືອກຕັ້ງທ່ານ ໄພວີ ສີບົວລິພາ ເປັນປະທານສານປະຊາຊົນສູງສຸດ ທ່ານ ພົຈວ ນາງ ລີວົງ ລາວລີ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທ່ານ ວັນໄຊ ພອງສະຫວັນ ເປັນປະທານອົງການກວດກາແຫ່ງລັດ ແລະ ທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານອົງການກວດສອບແຫ່ງລັດ.

ກອງປະຊຸມໄດ້ພິຈາລະນາ ຮັບຮອງເອົາແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງລັດຖະ ບານ ຮັບຮອງເອົາໂຄງການລົງທຶນກໍ່ເສັ້ນທາງລົດໄຟຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢ່າ ຊາຍແດນລາວ-ຫວຽດນາມດ້ວຍຮູບແບບ BOT ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ ອົງການໄອຍະການປະຊາຊົນສູງສຸດ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງ ສພຊ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງ ສພຊ ຊຸດທີ X ພ້ອມນີ້ ກອງປະຊຸມໄດ້ພິຈາລະນາ ຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ເຊິ່ງປະກອບມີ 15 ທ່ານ ຍິງ 3 ທ່ານ ກອງປະຊຸມໄດ້ພິຈາລະນາຮັບຮອງ ແລະ ອອກເປັນມະຕິກອງປະຊຸມ ສພຊ 20 ສະບັບ.

ຜົນສໍາເລັດກອງປະຊຸມຄັ້ງນີ້ ໄດ້ສະແດງເຖິງຄວາມຮັບຜິດຊອບອັນສູງ ແລະ ຄວາມເປັນເອກະພາບ ຕໍ່ການປະຕິບັດໜ້າທີ່ການເມືອງຂອງທຸກອົງການຈັດຕັ້ງພັກ-ລັດ ແນວລາວສ້າງຊາດ ສະຫະພັນນັກຮົບເກົ່າ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທຸກຂັ້ນ ທັງແມ່ນໝາກຜົນລວມຍອດສະຕິປັນຍາໃນການປະຕິບັດສິດປະຊາທິປະໄຕ ດ້ວຍຄວາມຮັບຜິດຊອບສູງຂອງບັນດາທ່ານ ສສຊ ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການປັບປຸງບູລະນະລັດ ປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງເທື່ອລະກ້າວ.

ກອງປະຊຸມຄັ້ງນີ້ ເປັນກອງປະຊຸມເທື່ອທໍາອິດຂອງ ສພຊ ຊຸດທີ X ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ແລະ ໂຄງການ-ການເມືອງ ສະບັບທີ 3 ຂອງພັກ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ເຂົ້າສູ່ລວງເລິກ ຮັບປະກັນໃນການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ນັບມື້ມີຄວາມສັກສິດ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຍົກສູງຄຸນນະພາບໃນການຈັດຕັ້ງປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງ ສພຊ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ.

error: Content is protected !!