ປະທານທະນາຄານ ADB ຢ້ຽມຢາມ ສປປ ລາວ ເພື່ອຊຸກຍູ້ການຜະລິດກະສິກຳສະອາດ ແລະ ສະເຫຼີມສະຫຼອງການຮ່ວມມືຄົບຮອບ 60 ປີ

ໃນທ້າຍອາທິດຜ່ານມາ ທ່ານ ມະຊະໂຕະ ຄັນດະ ປະທານທະນາຄານພັດທະນາອາຊີ (ADB) ພ້ອມດວ້ຍຄະນະ ໄດ້ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງ ແວດລ້ອມ ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກຳມະການປົກຄອງນະຄອຫຼວງວຽງຈັນ ທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ພ້ອມດ້ວຍຕາງໜ້າ ຈາກບັນດາຫ້ອງຫານ ກົມທີ່ກ່ຽວຂ້ອງຈາກ 3 ກະຊວງ ບັນດາກຸ່ມປູກ-ກຸ່ມຜະລິດ ຂອງບ້ານດອນຊິງຊູ້ ບ້ານໃໝ່ ບ້ານຈຳປາ ບ້ານໂນນແກ້ວ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວນີ້ ທ່ານ ສໍາລານ ປະເສີດຄໍາຫຼ້າ ຜູ້ປະສານງານໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຂັ້ນສູນກາງ ໄດ້ລາຍງານໃຫ້ຮູ້ວ່າ: ກຸ່ມປຸກພືດຜັກເປັນສິນຄ້າ ຂອງດອນຊີງຊູ້ນີ້ເປັນກຸ່ມການຜະລິດໜຶ່ງຂອງຫຼາຍໆກຸ່ມທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງເປັນທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ເພື່ອຊຸກຍູ້ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ກຸ່ມສະຫະກອນ ແລະ ທຸລະກິດກະສິກໍາໃນການຜະລິດເຂົ້າ ແລະ ພືດຜັກເປັນສິນຄ້າຢູ່ໃນນະຄອນຫຼວງວຽງຈັນ ນັບແຕ່ເດືອນກັນຍາ 2023 ຮອດປະຈຸບັນ ບັນດາກຸ່ມຜະລິດໃນນະຄອນຫຼວງວຽງຈັນໄດ້ຮັບເງິນສະໜັບສະໜູນຄື ກຸ່ມຜະລິດກະສິກໍາສະອາດ ບ້ານດອນຊີງຊູ້ ໄດ້ຮັບ 25.000 ໂດລາສະຫະລັດ ກຸ່ມຜະລິດກະສິກໍາສະ ອາດບ້ານໃໝ່ໄດ້ຮັບ 22.000 ໂດລາສະຫະລັດ ກຸ່ມຜະລິດກະສິກໍາອິນຊີ ບ້ານຈໍາປາ ໄດ້ຮັບ 14.000 ໂດລາສະຫະລັດ ກຸ່ມຜະລິດກະສິກໍາອິນຊີ ບ້ານໜອງດາ ໄດ້ຮັບ 14.000 ໂດລາສະຫະລັດ ກຸ່ມຜະລິດກະສິກໍາອິນຊີ ບ້ານໂນນແກ້ວ ໄດ້ຮັບ 9.000 ໂດລາສະຫະລັດ ກຸ່ມຜະລິດກະສິກໍາອິນຊີ ບ້ານຊຽງດາ ໄດ້ຮັບ 17.000 ໂດລາສະຫະລັດ ແລະ ກຸ່ມຜະລິດກະສິກໍາອິນຊີ ບ້ານບ້ານນາສ້າງໄຜ່ ໄດ້ຮັບ 9.000 ໂດລາສະຫະລັດ.

ທ່ານ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ປະຈຸບັນ ຂະແໜງການກະສິກໍາ ແລະ ສິ່ງແວດລ້ອມ ພວມສຸມໃສ່ການຈັດຕັ້ງປະຕິດບັດແຜນພັດທະນາຂະແໜງການ 2026-2030 ແລະ ວິໄສທັດ 2050 ຍົກສູງການພັດທະນາ ແລະ ຍົກສູງຄວາມສາມາດຂອງບຸຄະລາກອນ ການປູກ ການລ້ຽງ ການປຸງແຕ່ງ ການຄົ້ນຄວ້າ-ທົດລອງ ວຽກງານສຸຂານາໄມ ແລະ ສຸຂານາພືດ ແລະ ອື່ນໆ ເພື່ອໃຫ້ໄດ້ຕາມມາດຕະຖານສາກົນ ແລະ ສາມາດເຊື່ອມໂຍງໄດ້ກັບພາກພື້ນ ແລະ ສາກົນ ສະນັ້ນ ຈຶ່ງຂໍສະເໜີ ທ່ານປະທານທະນາຄານພັດທະນາອາຊີ ເພື່ອພິຈາລະນາ ໃຫ້ການສະໜັບສະໜູນຊຸກຍູ້ ແລະ ສະໜອງທຶນ ໃຫ້ພວກເຮົາເພີ່ມຕື່ມອີກໃນຊຸມປີຕໍ່ໜ້າ.

ທ່ານ ມະຊະໂຕະ ຄັນດະ ປະທານທະນາຄານພັດທະນາອາຊີ ໄດ້ກ່າວວ່າ: ການທີ່ມາຮ່ວມກັນຢູ່ທີ່ນີ້ ເພື່ອຮ່ວມສະເຫຼີມສະຫຼອງຄົບຮອບ 60 ປີ ຂອງການຮ່ວມມື ລະຫວ່າງ ທະນາຄານພັດທະນາອາຊີ (ADB) ແລະ ສປປ ລາວ ບໍ່ແມ່ນພຽງແຕ່ສະເຫຼີມສະຫຼອງປະຫວັດສາດ ແຕ່ມາເພື່ອເບິ່ງຜົນສຳເລັດທີ່ເກີດຂື້ນຕົວຈິງ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ມາຢູ່ທີ່ນີ້ໃນມື້ນີ້ ເພື່ອເປັນພະຍານຜົນສຳເລັດຢ່າງໃກ້ຊິດຂອງການ ຮ່ວມມືລະຫວ່າງ ADB ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມກັນຂັບເຄື່ອນການເຕີບໂຕທີ່ມີຄວາມຍືນຍົງ ແລະ ຄອບຄຸມທຸກພາກສ່ວນ ທະນາຄານພັດທະນາອາຊີ ມີຄວາມພາກພູມໃຈທີ່ໄດ້ນຳເງິນທຶນມາຊ່ວຍຢ່າງເກີດຜົນ.

error: Content is protected !!