ກອງປະຊຸມຄັ້ງປະຖົມມະລຶກ ສພຊ ອັດລົງດ້ວຍຜົນສຳເລັດ

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໄດ້ອັດລົງຢ່າງເປັນທາງການ ວັນທີ 27 ມີນາ 2026 ທີ່ຫໍສະພາແຫ່ງຊາດ ໂດຍເປັນປະທານຂອງທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາທ່ານການນໍາ-ອາດີດການນໍາຂັ້ນສູງ ສະມາຊິກລັດຖະບານ ແລະ ສະມາຊິກສະ ພາແຫ່ງຊາດ ຊຸດທີ X.

ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ກ່າວບົດສູນທອນພົດປີດກອງປະຊຸມວ່າ:ກອງປະຊຸມຄັ້ງນີ້ໄດ້ດໍາເນີນການເລືອກຕັ້ງຕຳແໜ່ງສໍາຄັນຕ່າງໆ ຂອງອົງການອໍານາດແຫ່ງລັດເຊັ່ນ: ປະທານສະພາແຫ່ງຊາດ ຮອງປະທານສະພາແຫ່ງຊາດ ກຳມາທິການຄະນະປະຈຳສະພາແຫ່ງຊາດ ເລືອກຕັ້ງປະທານປະເທດ ຮອງປະທານປະເທດ ນາຍົກລັດຖະມົນຕີ ຮອງນາຍົກລັດຖະມົນຕີ ປະທານສານປະຊາ ຊົນສູງສຸດ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ປະທານອົງການກວດກາແຫ່ງ ລັດ ແລະ ປະທານອົງການກວດສອບແຫ່ງລັດ ພ້ອມດຽວກັນນັ້ນ ກອງປະຊຸມຍັງໄດ້ຮັບຮອງເອົາກົງ ຈັກການຈັດຕັ້ງຂອງສະພາແຫ່ງຊາດ ປະ ທານກຳມາທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງ ຊາດ ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ ແລະ ຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານການເລືອກຕັ້ງບຸກຄະລາກອນ ໃນຕຳແໜ່ງສໍາຄັນຂອງລັດ ການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງອົງການລັດ ດັ່ງກ່າວມາຂ້າງເທິງນັ້ນ ເປັນບາດກ້າວສໍາຄັນ ໃນການສືບຕໍ່ບຸລະນະ ລະບົບອຳນາດລັດ ປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ແຜນວຽກຂອງແຕ່ລະອົງການ ໃນ 5 ປີ ຕໍ່ໜ້າ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍຫັນ ເປັນແຜນງານ ໂຄງການ ກິດຈະກຳອັນລະອຽດຂອງແຕ່ລະຂະແໜງການ ອົງການ ແລະ ຫັນເຂົ້າສູ່ຊີວິດ ສັງຄົມຢ່າງແທດເຖິງ ແລະ ປະຕິບັດໃຫ້ປະກົດເປັນຈິງ.

ກອງປະຊຸມໄດ້ຮັບຟັງການກ່າວອໍາລາ ແລະ ກ່າວຮັບໜ້າທີ່ ຂອງທ່ານປະທານສະພາແຫ່ງຊາດ ປະທານປະເທດ ນາ ຍົກລັດຖະມົນຕີ ແລະ ການຮັບໜ້າທີ່ຂອງປະທານສານປະຊາຊົນສູງສຸດ ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ປະທານອົງການກວດກາແຫ່ງລັດ ແລະ ປະທານກວດສອບ ແຫ່ງລັດ ທີ່ໄດ້ຮັບການເລືອກຕັ້ງໃນກອງປະຊຸມດ້ວຍຄະແນນສຽງສູງ ເຊິ່ງສະແດງເຖິງຄວາມມຸ້ງໝັ້ນ ການຕັດສິນໃຈຂອງບັນດາທ່ານການນໍາຂັ້ນສູງ ໃນການເພີ່ມທະວີຄວາມຮັບຜິດຊອບ ຕໍ່ການປະຕິບັດ ໜ້າທີ່ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.

ກອງປະຊຸມ ໄດ້ຄົ້ນຄວ້າ ພິຈາລະນາ ຮັບຮອງແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X(2026-2030) ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ລັດຖະ ບານ ທີ່ໃນສະພາບການພາກພື້ນ ສາກົນ ມີຄວາມສັບສົນ ສະພາບພາຍໃນມີຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ແຕ່ໄດ້ເອົາໃຈໃສ່ຊີ້ນໍາ ກະຊວງ ອົງການ ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິ ບັດບັນດາຄາດໝາຍທີ່ໄດ້ກຳນົດໃນແຜນ 5 ປີ ຜ່ານມາ ແລະ ມີຜົນສໍາເລັດ ຫຼາຍດ້ານ ອັນໄດ້ປະກອບສ່ວນເຮັດໃຫ້ເສດຖະກິດທົ່ວປະເທດມີສະຖຽນລະພາບ ດ້ານການເມືອງໜັກແໜ້ນ ສັງຄົມ ມີຄວາມສະຫງົບປອດໄພ ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍ ກົດໝາຍມີໝາກຜົນດີຂຶ້ນເທື່ອລະກ້າວ ຄຽງຄູ່ກັບການຕີລາຄາຜົນສໍາເລັດດັ່ງກ່າວກອງປະຊຸມຍັງໄດ້ສະເໜີໃຫ້ລັດຖະບານ ເພີ່ມທະວີການຊີ້ນໍາ ບັນຊາບັນດາຂະແໜງການຂັ້ນສູນ ກາງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງປະຕິບັດວິໄສທັດ ຮອດປີ 2055 ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ ແລະ ທິດທາງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ເຊິ່ງໄດ້ກຳນົດບັນດາຄາດໝາຍ ແລະ 6 ເປົ້າໝາຍໃຫຍ່ ບັນດາວຽກຈຸດສຸມ ແລະ ໂຄງການບູລິມະສິດ ເປັນຈໍານວນ 200 ກວ່າໂຄງການ ພ້ອມກັນນັ້ນ ໄດ້ກຳນົດມາດຕະການນະໂຍບາຍ ແລະ ກົນໄກການຈັດຕັ້ງປະຕິບັດ ແບບບຸກທະລຸທີ່ແທດເໝາະກັບຕົວຈິງ ເຮັດໃຫ້ການຈັດ ຕັ້ງປະຕິບັດເກີດມີໝາກມີຜົນຕົວຈິງ.

ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງດ້ານຫຼັກການໂຄງການລົງທຶນກໍ່ສ້າງເສັ້ນທາງລົດໄພ ລາວ-ຫວຽດນາມ ຈາກຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມຸຢາ ຊາຍ ແດນລາວ-ຫວຽດນາມ ດ້ວຍ ຮູບແບບ BOT ເຊິ່ງເປັນໂຄງການຂະໜາດໃຫຍ່ ໂຄງການຍຸດທະສາດທີ່ສໍາຄັນທາງດ້ານການເຊື່ອມໂຍງ ເຊື່ອມຈອດຕາມແລວທາງເສດຖະ ກິດຕາເວັນອອກ-ຕາເວັນຕົກ ຕາມຍຸດທະສາດໃນການຫັນຈາກ ປະເທດບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ. ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ການຕັດໃຈຂອງລັດຖະບານຕໍ່ໂຄງການລົງທຶນທີ່ສໍາຄັນດັ່ງກ່າວ ແລະ ເຫັນ ດີຮັບຮອງເອົາດ້ານຫຼັກການແບບມີເງື່ອນໄຂ ສະເໜີໃຫ້ລັດຖະບານເອົາໃຈໃສ່ກວດກາສັນຍາສໍາປະທານໃຫ້ລະ ອຽດ ຮັດກຸມເພື່ອໃຫ້ລັດໄດ້ຮັບຜົນປະໂຫຍດສູງ ເອົາໃຈໃສ່ ບັນຫາການຊົດເຊີຍຜົນກະທົບຈາກໂຄງການ ການກໍານົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາ ການນໍາເຂົ້າວັດສະດຸ-ອຸປະກອນ ແລະ ພາຫະນະນໍາເຂົ້າຊົ່ວຄາວ ການແບ່ງຄວາມຮັບຜິດຊອບລະຫວ່າງ ສູນກາງ ແລະ ທ້ອຖິ່ນ ແລະ ບັນຫາອື່ນໆ ເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ປະກົດເປັນຈິງນໍາເອົາຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ປະຊາຊົນລາວບັນດາເຜົ່າ ໄດ້ຄົ້ນຄວ້າພິຈາລະນາ ຮັບຮອງການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ ແລະ ອົງ ການໄອຍະການປະຊາຊົນສູງສຸດ ໄດ້ສະເໜີໃຫ້ສອງອົງ ການດັ່ງກ່າວ ສືບຕໍ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຕົນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໃຫ້ມີຄຸນນະພາບມີຄວາມເຂັ້ມແຂງ ມີຄວາມຮູ້ຄວາມສາມາດ ມີ ຄຸນສົມບັດ ຈັນຍາບັນ-ຈັນຍາທໍາຂອງພະນັກງານໃນສອງອົງການດັ່ງກ່າວ ໄດ້ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງສະມາ ຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ຈໍານວນ 15 ທ່ານ ທີ່ມີມາດຕະຖານ ແລະ ມີປະສົບການຕົວຈິງ ເຊິ່ງຈະເຮັດໃຫ້ການເຄື່ອນໄຫວວຽກງານຂອງສານປະຊາຊົນແຕ່ລະຂັ້ນ ມີບາດກ້າວຫັນປ່ຽນທີ່ດີຂຶ້ນ ໄດ້ຄົ້ນຄວ້າ ພິຈາ ລະນາ ຮັບຮອງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີຕໍ່ໜ້າ (2026-2030) ຂອງ ອົງການກວດກາແຫ່ງລັດ ແລະອົງການກວດສອບແຫ່ງລັດ ສະ ແດງຄວາມຊົມເຊີຍຕໍ່ຜົນສໍາເລັດໄລຍະຜ່ານມາ ແລະ ເປັນເອກະພາບຕໍ່ທິດທາງ ແຜນການ ເຄື່ອນໄຫວ ຂອງສອງອົງການ ໃນ 5 ປີຕໍ່ໜ້າ ແຕ່ກອງປະຊຸມໄດ້ສະເໜີສອງອົງການ ເອົາໃຈໃສ່ຄົ້ນຄວ້າ ການສ້າງປັບປຸງກົດໝາຍໃນຂົງເຂດຕົນຮັບຜິດຊອບ ຊຸກຍູ້ການແກ້ໄຂຜົນກວດກາ ຜົນການກວດສອບ ເພີ່ມທະວີການກວດກາປົກກະຕິ ກວດກາແຕ່ຫົວທີບັນດາໂຄງການລົງທຶນຂະໜາດໃຫຍ່ ເພື່ອບໍ່ໃຫ້ ເກີດຄວາມສ່ຽງຈະສ້າງໜີ້ສິນເພີ່ມ ໄດ້ຮັບຟັງການລາຍງານ ແລະ ຮັບຮອງເອົາແຜນເຄື່ອນໄຫວວຽກ ງານ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນໄຫວວຽກ ງານຂອງ ສະພາແຫ່ງຊາດ ໃນ 5 ປີຕໍ່ໜ້າ ໂດຍໄດ້ກຳນົດ 5 ແຜນງານ ແລະ 25 ໂຄງການ ເພື່ອຮັບປະກັນ ແລະ ຍົກສູງຄຸນນະພາບການເຄື່ອນໄຫວວຽກງານຂອງສະພາແຫ່ງ ຊາດ ໃຫ້ມີປະສິດທິພາບມີປະສິດທິຜົນ ໄດ້ພິຈາລະນາຮັບຮອງເອົາແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ຈໍານວນ 91 ສະບັບ ສ້າງໃໝ່ 19 ສະບັບ ປັບປຸງ 72 ສະບັບ ສະ ເໜີໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາກະຊວງ ອົງການທີ່ກ່ຽວຂ້ອງ ເປັນເຈົ້າການແຕ່ຫົວທີ ໃນການສ້າງ ແລະ ປັບ ປຸງກົດໝາຍໃນຄວາມຮັບຜິດຊອບຂອງຕົນ ທັງເພີ່ມທະວີການ ປະສານສົມທົບກັບກຳມາທິການທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດ ເພື່ອກວດກາຄວາມພ້ອມຂອງເນື້ອໃນກົດ ໝາຍ ເຮັດໃຫ້ລັດປະຊາທິປະໄຕ ປະຊາຊົນ ເປັນລັດທີ່ປົກຄອງດ້ວຍກົດໝາຍ ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນເທື່ອລະກ້າວ.

error: Content is protected !!