ບົດອວຍພອນຂອງ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄົບຮອບ 10 ປີ (23 ມີນາ 2016 – 23 ມີນາ 2025)ໃນໂອກາດຄົບ ຮອບ 10 ປີ ຂອງການສ້າງຕັ້ງຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC), ໃນນາມລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ມີຄວາມປິຕິຍິນດີ ທີ່ໄດ້ສົ່ງຄຳຊົມເຊີຍອັນຈິງໃຈ ແລະ ຄຳອວຍພອນໄຊອັນປະເສີດ ມາຍັງບັນດາທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຂອງບັນດາປະເທດສະມາຊິກ MLC ແລະ ປະຊາຊົນ ທີ່ອາໄສຢູ່ໃນເຂດລຸ່ມແມ່ນ້ຳຂອງພວກເຮົາ.

ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016 ເປັນຕົ້ນມາ, ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (ເຊິ່ງປະກອບມີ ກຳປູເຈຍ, ຈີນ, ສປ ປ ລາວ, ມຽນມາ, ໄທ ແລະ ຫວຽດນາມ) ໄດ້ມີການຂະ. ຫຍາຍຕົວຈາກວິໄສທັດ ມາເປັນການຮ່ວມມືທີ່ຕັ້ງໜ້າ ແລະ ເນັ້ນໃສ່ໝາກຜົນຕົວຈິງ. ໃນທົດສະວັດຜ່ານມາ, ພາຍໃຕ້ຫຼັກການທີ່ເນັ້ນການເປັນເອກະພາບ, ຄວາມສະ ເໝີພາບ ແລະ ຜົນປະໂຫຍດຮ່ວມກັນ, MLC ໄດ້ກາຍມາເປັນຕົວແບບຊັ້ນນຳຂອງຄວາມສາມັກຄີໃນພາກພື້ນ, ການໃຫ້ກຽດເຊິ່ງກັນ ແລະ ກັນ, ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.ຕະຫຼອດໄລຍະ 10 ປີ ຜ່ານມາ, ຄວາມມຸ່ງໝັ້ນພະຍາຍາມຂອງພວກເຮົາ ໄດ້ນຳໄປສູ່ຄວາມຄືບໜ້າທີ່ສຳຄັນໃນ 5 ຂົງເຂດບຸລິມະສິດ ຄື: ການເຊື່ອມຈອດ, ການຮ່ວມມືດ້ານກຳລັງການຜະລິດ, ການຮ່ວມມືດ້ານເສດຖະກິດຂ້າມແດນ, ການຄຸ້ມຄອງຊັບພະຍາກອນນ້ຳ, ການພັດທະນາກະສິກຳ ແລະ ການລຶບລ້າງຄວາມທຸກຍາກ.
ຄວາມພະຍາຍາມເຫຼົ່ານີ້ ບໍ່ພຽງແຕ່ນຳຜົນປະໂຫຍດມາສູ່ປະເທດສະມາຊິກໃນພາກພື້ນ, ແຕ່ຍັງໄດ້ຊ່ວຍການແກ້ໄຂສິ່ງທ້າທາຍທີ່ສຳຄັນ ເປັນຕົ້ນແມ່ນ: ການແຜ່ລະບາດຂອງພະຍາດ, ການປ່ຽນແປງສະພາບພູມອາກາດ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງພະລັງແຫ່ງຄວາມສາມັກຄີ ແລະ ຄວາມເຂັ້ມແຂງຮ່ວມ ກັນຂອງພວກເຮົາ.ໃນຂະນະທີ່ພວກເຮົາກ້າວໄປຂ້າງໜ້າ, ໝາກຜົນຂອງກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ແລະ ບັນດາຂໍ້ລິເລີ່ມທີ່ໄດ້ກຳນົດໄວ້ໃນແຜນປະຕິບັດງານ 5 ປີ (2023-2027) ໄດ້ກຳນົດວິໄສທັດອັນຈະແຈ້ງ ເພື່ອຮັດແໜ້ນສາຍພົວພັນຂອງພວກເຮົາໃຫ້ເລິກເຊິ່ງກວ່າເກົ່າ. ສປປ ລາວ ຈະສືບຕໍ່ປະກອບສ່ວນຢ່າງເຕັມທີ່ຕໍ່ແຜນປະຕິບັດງານດັ່ງກ່າວ ແລະ ຈະເພີ່ມທະວີການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມເສັ້ນທາງສາຍໄໝສີ ຂຽວ, ການພັດທະນາແລວທາງນະວັດຕະກຳ, ການຮັດແໜ້ນການຮ່ວມມືດ້ານສາທາລະນະສຸກ, ການນຳໃຊ້ທ່າແຮງຂອງເສດຖະກິດດິຈິຕອນ ແລະ ຂົງເຂດບຸລິມະສິດອື່ນໆ ຢ່າງມີປະສິດທິຜົນ ເພື່ອຮັບປະກັນສະຖຽນລະພາບ, ຄວາມຈະເລີນຮຸ່ງຮືອງ ແລະ ການພັດທະນາແບບຍືນຍົງໃນທົ່ວພາກພື້ນ.ສຳລັບ ສປປ ລາວ, ພວກເຮົາໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກຂອບການຮ່ວມມື MLC, ຜ່ານບັນດາຂໍ້ລິເລີ່ມທີ່ໄດ້ຮັບທຶນສະໜັບສະໜູນຈາກກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ພວກເຮົາໄດ້ຮັບການອະນຸມັດໂຄງການ ທັງໝົດ 100 ໂຄງການ, ລວມມູນຄ່າປະມານ 26 ລ້ານໂດລາສະຫະລັດ.
ບັນດາໂຄງການເຫຼົ່ານີ້ແມ່ນໄດ້ແນໃສ່ການປັບປຸງພື້ນຖານໂຄງລ່າງ, ສົ່ງເສີມການພັດທະນາຊັບພະຍາກອນມະນຸດ, ເສີມສ້າງການຄຸ້ມຄອງຊັບພະຍາກອນນ້ຳ ແລະ ປັບປຸງການເຊື່ອມຈອດ, ພ້ອມທັງສະໜັບສະໜູນວຽກງານສາທາລະນະສຸກ ແລະ ການຫຼຸດຜ່ອນຄວາມທຸກຍາກ. ຄວາມພະຍາຍາມໃນການຮ່ວມມືເຫຼົ່ານີ້ ບໍ່ພຽງແຕ່ໄດ້ຕອບສະໜອງຄວາມຕ້ອງການໃນດ້ານການພັດທະນາເທົ່ານັ້ນ, ແຕ່ຍັງໄດ້ສ້າງຂີດຄວາມສາມາດທີ່ຈຳເປັນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ໃນໄລຍະຍາວ ແລະ ໄດ້ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນພວກເຮົາໃຫ້ດີຂຶ້ນ.ໃນໂອກາດນີ້, ສປປ ລາວ ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ໄດ້ໃຫ້ການຮ່ວມມື ແລະ ການປະກອບສ່ວນອັນສຳຄັນເຂົ້າໃນກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນໃນອະນຸພາກພື້ນແມ່ນ້ຳຂອງ.
ການມີສ່ວນຮ່ວມຢ່າງຫ້າວຫັນ ແລະ ຕໍ່ເນື່ອງຂອງພວກເຮົາໃນຂອບການຮ່ວມມືນີ້ ແມ່ນການຢັ້ງຢືນເຖິງຄວາມມຸ່ງໝັ້ນອັນໜັກແໜ້ນຕໍ່ກັບການຮ່ວມມື ແລະ ຜົນປະໂຫຍດຮ່ວມກັນ ຂອງບັນດາປະເທດສະມາຊິກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທັງໝົດ.ໃນຂະນະທີ່ພວກເຮົາຮ່ວມກັນສະເຫຼີມສະຫຼອງວາລະຄົບຮອບ 10 ປີນີ້, ຂໍໃຫ້ພວກເຮົາພ້ອມກັນຢັ້ງຢືນເຖິງຄວາມມຸ່ງໝັ້ນຕໍ່ກັບ “ປະຊາຄົມແຫ່ງອະນາຄົດຮ່ວມກັນ” ແລະ ບັນລຸວິໄສທັດຍຸດທະສາດສຳລັບ 10 ປີຕໍ່ໜ້າ ແຫ່ງການພັດທະນາທີ່ມີຄຸນນະພາບສູງ. ຂໍໃຫ້ 10 ປີຕໍ່ໜ້ານີ້ ຈົ່ງເປັນທົດສະວັດທີ່ຮຸ່ງເຮືອງສີວິໄລກວ່າເກົ່າ, ມີສ່ວນຮ່ວມຫຼາຍຂຶ້ນ ແລະ ມີຄວາມຍືນຍົງຍິ່ງໆຂຶ້ນກວ່າໄລຍະທີ່ຜ່ານມາ.