ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ປະທານ ທະນາຄານ ພັດທະນາອາຊີ

ໃນຕອນບ່າຍຂອງວັນທີ 26 ມີນາ 2026, ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມະຊະໂຕະ ຄັນດະ (Mr. Masato Kanda), ປະທານ ທະນາຄານ ພັດທະນາອາຊີ (ADB) ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມງານສະເຫຼີມສະຫຼອງ ຄົບຮອບ 60 ປີ ການເປັນຄູ່ຮ່ວມມື ລະຫວ່າງ ສປປ ລາວ ແລະ ທະນາຄານ ADB ໃນລະຫວ່າງວັນທີ 25-27 ມີນາ 2026.

ໃນໂອກາດດັ່ງກ່າວ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ຂອງ ທ່ານ ມະຊະໂຕະ ຄັນດະ ຊຶ່ງເປັນຄັ້ງທໍາອິດນັບແຕ່ໄດ້ຮັບການແຕ່ງຕັ້ງເປັນປະທານ ADB ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ບົດບາດອັນສໍາຄັນຂອງ ທ່ານ ມະຊະໂຕະ ໃນການຊີ້ນໍາ-ນໍາພາ ADB ໃຫ້ມີບົດບາດສູງ ຂຶ້ນ ໃນການຊຸກຍູ້ການພັດທະນາ ພາກພື້ນອາຊີ-ປາຊີຟິກ ກໍຄືບັນດາປະເທດສະມາຊິກຂອງ ADB ລວມທັງ ສປປ ລາວ ຕະຫຼອດໄລຍະຜ່ານມາ.

ພະນະທ່ານ ທອງລຸນ ສີສຸລິດ ໄດ້ຢໍ້າວ່າ ສປປ ລາວ ຍາມໃດກໍຖືວ່າ ADB ເປັນຄູ່ຮ່ວມມືເພື່ອການພັດທະນາທີ່ສໍາຄັນຍິ່ງຂອງ ສປປ ລາວ ແລະ ສະແດງຄວາມຊົມເຊີຍທີ່ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງການເປັນຄູ່ຮ່ວມມືຄົບຮອບ 60 ປີ ອັນມີຄວາມໝາຍສໍາຄັນດັ່ງກ່າວ ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ຕໍ່ການເປັນຄູ່ຮ່ວມມືທີ່ດີຂອງ ADB ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫຼືອ ສປປ ລາວ ໃນຫຼາຍດ້ານ ໂດຍສະເພາະແມ່ນການພັດທະນາເສດຖະກິດ-ສັງຄົມ ລວມທັງໃນໄລຍະທີ່ປະ ເຊີນກັບຄວາມຫຍຸ້ງຍາກ ແລະ ວິກິດການ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມ ກໍຄື ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ.

ພ້ອມດຽວກັນນັ້ນ, ພະນະທ່ານ ປະທານປະເທດ ຍັງໄດ້ຍົກໃຫ້ເຫັນ ເປົ້າໝາຍການພັດທະນາທີ່ສໍາຄັນທີ່ເປັນທິດນໍາ ແລະ ແຜນນະໂຍບາຍຍຸດທະສາດໃນການພັດທະນາ ສປປ ລາວ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງໃນຕໍ່ໜ້າ ທ່າມ ກາງສະພາບການຂອງໂລກ ກໍາລັງມີການຜັນແປໄປຢ່າງໄວວາ, ສະຫຼັບຊັບຊ້ອນ ແລະ ຄາດຄະເນໄດ້ຍາກ ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງ ທ່ານ ມະຊະໂຕະ ຄັນດະ, ADB ຈະສືບຕໍ່ໃຫ້ການສະໜັບ ສະໜູນ ເປົ້າໝາຍການພັດທະນາຂອງ ສປປ ລາວ ໃນສັງກາດໃໝ່ນີ້ ໃຫ້ສາມາດບັນລຸຜົນສໍາເລັດຕາມຄາດໝາຍ.

ໃນໂອກາດດຽວກັນນີ້, ທ່ານ ມະຊະໂຕະ ຄັນດະ, ປະທານ ADB ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນ​ຄັ້ງ​ນີ້ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການເປັນຄູ່ຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ຕະຫຼອດໄລຍະ 60 ປີຜ່ານມາ ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ໃນສັງກາດໃໝ່ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

error: Content is protected !!