ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນ ສະເໝີປາຍ ຂອງພັກ ແລະ ລັດຖະ ບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນຕອນເຊົ້າຂອງວັນທີ 19 ມີນາ 2026 ຢູ່ ທໍານຽບປະ ທານາທິບໍດີ ອາກເມນີ ທີ່ນະຄອນຫຼວງ ເຢເຣວານ, ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ວາຮັກ ກາຈາຕູຣຽນ (H.E. Mr. Vahagn KHACHATURYAN) ປະທານາທິບໍດີ ແຫ່ງ ສາທາລະ ນະລັດ ອາກເມນີ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ອາກເມນີ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ, ສະຫະພັນຣັດເຊຍ.

ພາຍຫຼັງພິທີຍື່ນສານຕາຕັ້ງແລ້ວ ທ່ານ ເອກອັກຄະລັດ ຖະທູດ ຍັງໄດ້ຮັບໂອກາດໃຫ້ເຂົ້າຢ້ຽມພົບປະກັບ ປະທາ ນາທິບໍດີອາກເມນີ ພະນະທ່ານ ວາຮັກ ກາຈາຕູຣຽນ (H.E. Mr. Vahagn KHACHATURYAN), ຊຶ່ງໃນໂອກາດການພົບປະ ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະ ທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ເຖິງ ພະນະທ່ານ ວາຮັກ ກາຈາຕູຣຽນ (H.E. Mr. Vahagn KHACHATURYAN), ປະທານາທິບໍ ດີ ແຫ່ງ ສາທາລະນະລັດ ອາກເມນີ, ແລະໄດ້ຢືນຢັນເຖີງຄວາມມຸ່ງໝັ້ນໃນການເປັນຂົວຕໍ່ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະ ນະລັດ ອາກເມນີ ໃຫ້ແໜ້ນແຟ້ນ ແລະ ກວ້າງຂວາງ ກ້າວເຂົ້າສູ່ລວງເລິກ ຍີ່ງຂື້ນ.
ພະນະທ່ານປະທານາທິບໍດີ ວາຮັກ ກາຈາຕູຣຽນ ໄດ້ກ່າວສະເເດງຄວາມຊົມເຊີຍ ທ່ານເອກອັກຄະລັດຖະທູດ ແລະ ໃຫ້ຄວາມເຊື່ອໝັ້ນວ່າ ດ້ວຍປະສົບການ ເເລະ ຄວາມສາ ມາດຂອງ ທ່ານ ເອກອັກຄະລັດຖະທູດ ຈະປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງຂື້ນໃນຕໍ່ໜ້າ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາ ທາລະນະລັດ ອາກເມນີ ໄດ້ມີການພົວພັນອັນດີນໍາກັນມາແຕ່ຍາວນານ ນັບແຕ່ອະດີດສະຫະພາບໂຊວຽດ ເປັນຕົ້ນມາ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊີ່ງກັນແລະກັນ ຢູ່ໃນເວທີສາກົນ, ໂດຍສະເພາະໃນອົງການ ສປຊ, ອົງການຈັດຕັ້ງສາກົນ ໃນຂອບທີ່ສອງຝ່າຍເປັນສະມາຊິກ.
ສາທາລະນະລັດ ອາກເມນີ ໄດ້ເຄື່ອນໄຫວຢ່າງຫ້າວຫັນໃນເວທີສາກົນ, ຊຶ່ງໄດ້ຮັບເປັນເຈົ້າພາບຈັດການພົບປະ ແລະ ຈັດກອງປະຊຸມໃຫຍ່ ເພື່ອປືກສາຫາລືໃນການແກ້ໄຂບັນຫາສາກົນ ແລະ ພາກພື້ນ, ເປັນເຈົ້າພາບຈັດກິດຈະກໍາລະດັບສາກົນຢ່າງເປັນປົກກະຕິ. ໃນປີ 2026 ອາກເມນີ ຈະເປັນເຈົ້າພາບຈັດກອງປະຊຸມ ເວທີປືກສາຫາລື ເຢເຣວັນ( The Yerevan Dialogue 2026), ຊຶ່ງຈະຈັດຂຶ້ນໃນລະຫວ່າງ ພຶດສະພາ 2026, ແລະ ເປັນເຈົ້າພາບກອງປະຊຸມ (COP17) ວ່າດ້ວຍອະນຸສັນຍາຄວາມຫຼາກຫຼາຍທາງຊີວະພາບ (CBD), ເຊີ່ງຈະຈັດຂື້ນໃນເດືອນຕຸລາ 2026. ສາທາລະນະລັດອາກເມນີ ມີບົດຮຽນແລະປະສົບ ການໃນການກໍ່ສ້າງບຸກຄະລາກອນ ໂດຍສະເພາະໄວໜຸ່ມໃນການສືກສາຄວາມຮູ້ທາງດ້ານໄອທີ (IT), ປະຈຸບັນ ອາກ ເມນີ ມີສູນໄອທີ TUMO (TUMO Center for Creative Technologies) ເພື່ອໃຫ້ໄວໜຸ່ມອາຍຸລະຫວ່າງ 12 ຫາ 18 ປີ ໄດ້ມີໂອກາດພັດທະນາທັກສະດ້ານໄອທີ ທີ່ຈໍາເປັນໃນຍຸກສະໄໝປັດຈຸບັນ, ສູນຮຽນຮູ້ດັ່ງກ່າວ ໃຫ້ໂອກາດນັກສືກສາໄວໜຸ່ມໄດ້ເຂົ້າເຝີກທັກສະດ້ານໄອທີ ແຕ່ລະມື້ຜູ້ລະ 2 ຊົ່ວໂມງ ໂດຍບໍ່ເສຍຄ່າໃດໆທັງໝົດ ພາຍຫຼັງເລີກຫ້ອງຮຽນປົກກະຕິຂອງຕົນແລ້ວ.

ສູນໄອທີ ໄດ້ເນັ້ນໃສ່ການພັດທະນາດ້ານເຕັກໂນໂລຊີ ແລະ ການອອກແບບ. ປະຈຸບັນ, ອາກເມນີ, ມີສາຂາການຮຽນ-ການສອນທັງໝົດ 14 ຂົງເຂດ: ການຂຽນໂປຣແກຣມ (Programming), ການສ້າງແອນິເມຊັນ (Animation), ການພັດທະນາເກມ (Game Development), ຫຸ່ນຍົນ (Robotics), ການອອກແບບກຣາຟິກ (Graphic Design), ແລະ ການຜະລິດຮູບເງົາ (Filmmaking), ການແຕ່ງໂນດດົນຕີແລະເພງຮ້ອງ ເເລະ ອື່ນໆ. ພ້ອມດຽວກັນ, ພະນະທ່ານ ປະທານາ ທິບໍດີ ກໍໄດ້ອວຍພອນໄຊໃຫ້ ທ່ານ ເອກອັກຄະລັດຖະທູດ ໄດ້ປະຕິບັດໜ້າທີ່ການທູດອັນມີກຽດຂອງຕົນ ເພື່ອເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ລາວ-ອາກເມນີ ແລະ ເລີ່ມຕົ້ນດຳເນີນການເຄື່ອນໄຫວການທູດຢ່າງເປັນທາງການຂອງຕົນ ແລະ ໄດ້ຝາກຄຳອວຍພອນໄຊອັນປະ ເສີດ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ,ປະທານປະ ເທດ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊັ່ນດຽວກັນ. ໃນການພົບປະກັນ ທັງສອງຝ່າຍ ເຫັນ ພ້ອມກັນວ່າ ໃນໄລຍະຜ່ານມາ ການພົວພັນຮ່ວມມືລະ ຫວ່າງສອງປະເທດ ແມ່ນຢູ່ໃນລະດັບການແລກປ່ຽນສານຊົມເຊີຍ, ສານອວຍພອນເຊີ່ງກັນແລະກັນໃນໂອກາດວັນສໍາຄັນຂອງຊາດຂອງສອງປະເທດ ແລະ ເຫັນພ້ອມໃຫ້ມີການຊຸກຍູ້ການເເລກປ່ຽນການຢ້ຽມຢາມຂອງຄະນະຜູ້ເເທນຂັ້ນຕ່າງໆຂອງສອງຝ່າຍໃຫ້ຫຼາຍຂຶ້ນ.

ນອກຈາກທາງດ້ານການເມືອງແລ້ວ ໄດ້ເນັ້ນໃສ່ການພົວ ພັນຮ່ວມມືທີ່ສອງຝ່າຍມີທ່າເເຮງແລະມີຄວາມສົນໃຈຮ່ວມກັນ ໂດຍສະເພາະໃນດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ ເເລະ ດ້ານວັດຖະນະທໍາ. ສອງຝ່າຍໄດ້ຮັບຮູ້ເຖິງຄວາມສໍາຄັນໃນການຮ່ວມ ມືດ້ານເສດຖະກິດ-ການຄ້າ ເເລະ ການຊຸກຍູ້ສົງເສີມໃຫ້ພາກທຸລະກິດຂອງທັງສອງຝ່າຍໄດ້ມີໂອກາດພົບປະ ເເລະ ປຶກສາຫາລືການລົງທຶນເເລະການຄ້າຮ່ວມກັນ.
ພ້ອມນັ້ນ, ທັງສອງຝ່າຍເຫັນດີໃຫ້ສືບຕໍ່ປຶກສາຫາລື ເເລະ ປະສານງານຢ່າງໃກ້ຊິດໃນເວທີພາກພື້ນເເລະສາກົນ, ແລະໃນຂອບທີ່ທັງສອງຝ່າຍເປັນສະມາຊິກ.ກ່ອນໜ້ານັ້ນ, ໃນວັນທີ 18 ມີນາ 2026, ທ່ານ ເອກອັກຄະລັດຖະທູດ ຍັງໄດ້ພົບປະກັບ ທ່ານ ມະນັດສະການ ຊາຟາຣຽນ (Mr. Mnatsakan Safaryan), ຮອງລັດຖະມົນຕີກະຊວງການຕ່າງປະເທດອາກເມນີ ເພື່ອຍື່ນສໍາເນົາສານຕາຕັ້ງ ເພື່ອດໍາລົງຕໍ່າແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ປະຈໍາ ສາທາລະນະລັດອາກເມນີ, ເເລະ ພົບປະກັບ ທ່ານ ນາງ ອານາຮິດ ກາຣາເປຕຽນ (Mrs. Anahit Karapetyan), ຫົວໜ້າກົມອາຊີປາຊີຟິກ, ກະຊວງການຕ່າງປະເທດອາກເມນີ ຕາມດໍາລັບ, ຊຶ່ງຝ່າຍອາກເມນີ ໄດ້ສະເເດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ເເລະ ຊົມເຊີຍທ່ານເອກອັກຄະລັດຖະທູດ ຢ່າງສົມກຽດ, ພ້ອມທີ່ຈະໃຫ້ການສະໜັບສະໜູນ ເເລະ ຮ່ວມມືຢ່າງໃກ້ຊິດກັບສະຖານ ທູດລາວ ເພື່ອຊຸກຍູ້ການພົວພັນຮ່ວມມືຂອງສອງຝ່າຍໃຫ້ບັນລຸໝາກຜົນຕົວຈິງ. ໃນການພົບປະ ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບລາວ−ອາກເມນີ ທີ່ມີມາເເຕ່ດົນນານ, ຢືນຢັນວ່າທີ່ຈະໃຫ້ການສະໜັບສະ ໜູນເຊີ່ງກັນແລະກັນ ເເລະ ຮ່ວມມືຢ່າງເຕັມທີ່ ເພື່ອເສີມຂະຫຍາຍການພົວພັນຮ່ວມມືຂອງສອງຝ່າຍໃຫ້ເກີດດອກອອກຜົນ ເເລະ ປະກົດຜົນເປັນຈິງໃນອະນາຄົດ ເປັນຕົ້ນ ທາງດ້ານການເມືອງ, ເສດຖະກິດ-ການຄ້າ, ການລົງ ທຶນ, ການສຶກສາ, ການທ່ອງທ່ຽວ ເເລະ ດ້ານວັດຖະນະທໍາ.ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາກເມນີ ໄດ້ສ້າງຕັ້ງສາຍ ພົວພັນການ ທູດນຳກັນ ໃນວັນທີ 21 ເມສາ 1998, ເຖິງວ່າໃນໄລຍະຜ່ານມາສອງຝ່າຍ ບໍ່ທັນມີການໄປມາຫາສູ່ ແລກປ່ຽນຄະນະຜູ້ແທນຂັ້ນສູງນຳກັນກໍ່ຕາມ ແຕ່ສອງຝ່າຍໄດ້ມີການພົວພັນອັນດີນຳກັນຢ່າງສະເໝີຕົ້ນສະເໝີປາຍ ໂດຍມີການແລກປ່ຽນສານພອນ ແລະ ສານຊົມເຊີຍເນື່ອງໃນໂອກາດວັນສຳຄັນຂອງຊາດ ຮ່ວມກັນ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາກເມນີ ຍັງບໍ່ທັນມີສະຖານທູດຕັ້ງຢູ່ປະເທດຂອງກັນແລະກັນ. ສະຖານເອກອັກຄະລັດຖະທູດ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນ ຫຼວງ ມົດສະກູ ຮັບຜິດຊອບ ສາທາລະນະລັດອາກເມນີ ແລະ ສໍາລັບຝ່າຍອາກເມນີ ແມ່ນສະຖານເອກອັກຄະລັດ ຖະທູດ ສາທາລະນະລັດ ອາກເມນີ ປະຈຳ ສສ. ຫວຽດ ນາມ ທີ່ ຮ່າໂນ້ຍ ຮັບຜິດຊອບ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ. ພ້ອມນັ້ນ, ເອກອັກຄະລັດຖະ ທູດ ຂອງແຕ່ລະປະເທດ ກໍ່ໄດ້ເດີນທາງໄປຍື່ນສານຕາຕັ້ງ ຢູ່ ປະເທດຂອງກັນ ແລະ ກັນ ຕາມແຕ່ລະສະໄຫມ.