ປະເມີນຜົນເສດຖະກິດໄລຍະພະຍາດ​ໂຄ​ວິດ

    ກອງປະຊຸມຄະນະສະເພາະກິດຮັບຜິດຊອບວຽກງານຕິດຕາມຜົນກະທົບ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການເສດຖະກິດ ເພື່ອຫຼຸດຜ່ອນຜົນກະທົບການແຜ່ລະບາດພະຍາດ Covid-19 ຕໍ່ເສດຖະກິດຂອງລາວ ຈັດຂຶ້ນວັນທີ 13 ກໍລະກົດ 2020 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ມີບັນດາຮອງລັດຖະມົນຕີ ແລະ ຫົວໜ້າກົມຈາກກະຊວງກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ໄລຍະ 3 ເດືອນຜ່ານມາ ການຜັນຂະຫຍາຍນະໂຍບາຍ ແລະ ມາດຕະການມີຄວາມຄືບໜ້າ ແລະ ຜົນສຳເລັດຄື: ໄດ້ຄາດຄະເນການເຕີບໂຕເສດຖະກິດ ເຊິ່ງຄາດວ່າຈະຂະຫຍາຍຕົວລະຫວ່າງ 3,3%-3,6% ອີງໃສ່ການປະເມີນຜົນການກະທົບຂອງ Covid-19 ໄລຍະ 4 ເດືອນຕົ້ນປີ 2020 ແລະ ແຜນການຜະລິດຂອງຂະແໜງການຕ່າງໆ ພ້ອມນັ້ນ ແຕ່ລະຂະແໜງການທີ່ກ່ຽວຂ້ອງໄດ້ຄິດໄລ່ຄືນ  ແລະ  ດັດປັບຕົວເລກຄາດໝາຍດ້ານເສດຖະກິດມະຫາພາກ ເປັນຕົ້ນ:ດ້ານລາຍຮັບ-ລາຍຈ່າຍ ແລະ ການຂາດດຸນງົບປະມານ ຄາດໝາຍດ້ານເງິນຕາ ແລະ ຄາດໝາຍດ້ານດຸນການຄ້າ ແລະ ອື່ນໆ ເຊິ່ງໄດ້ນຳສະເໜີຕໍ່ສະພາແຫ່ງຊາດ ເພື່ອດັດແກ້ບາງຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2020 ໃນທ້າຍເດືອນມິຖຸນາຜ່ານມາ.

    ເພື່ອເລັ່ງຟື້ນຟູເສດຖະກິດໃຫ້ກັບຄືນສູ່ສະພາບປົກກະຕິ ແລະ ສາມາດບັນລຸຄາດໝາຍໄດ້ ຄະນະສະເພາະກິດດ້ານເສດຖະກິດຕ້ອງໄດ້ສຸມໃສ່ຄົ້ນຄວ້າ ແລະ ກຳນົດນະໂຍບາຍ ແລະ ມາດຕະການຟື້ນຟູເສດຖະກິດໃນໄລຍະຕໍ່ໜ້າຢ່າງມີປະສິດທິຜົນ ເຊິ່ງນະໂຍບາຍທີ່ໄດ້ກຳນົດອອກຕາມຂໍ້ຕົກລົງ 31/ນຍ ສ່ວນໃຫຍ່ເນັ້ນໃສ່ແກ້ໄຂບັນຫາດ້ານເສດຖະກິດສະເພາະໜ້າ ແລະ ຮີບດ່ວນ ແຕ່ຍັງບໍ່ແມ່ນນະໂຍບາຍຊ່ວຍຟື້ນຟູດ້ານເສດຖະກິດຢ່າງຕໍ່ເນື່ອງໃນຕໍ່ໜ້າ ສິ່ງສຳຄັນ ນະໂຍບາຍທີ່ໄດ້ກຳນົດອອກສ່ວນໃຫຍ່ກວມເອົາໄລຍະ 3 ເດືອນ (ເດືອນ​ເມສາ ພຶດສະພາ ແລະ ມິຖຸນາ) ແລະ ມາຮອດປັດຈຸບັນ ນະໂຍບາຍດັ່ງກ່າວໄດ້ສິ້ນສຸດໄລຍະຊ່ວຍອຸດໜູນແລ້ວ ເປັນຕົ້ນນະໂຍບາຍດ້ານການເງິນ ​ແລະ ນະໂຍບາຍພາກສັງຄົມ ແລະ ປະຊາຊົນ.

   # ຂ່າວ & ພາບ: ຊິລິການດາ 

error: Content is protected !!