ເລືອກ​ຕັ້ງ ສ​ສ​ຊ ແລະ ສ​ສ​ຂ ສຳ​ເລັດ​ຢ່າງ​ຈົບ​ງາ​ມ ປະ​ຊາ​ຊົນ​ພໍ​ໃຈ​ທີ່​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ໃຊ້​ສິດ​ຢ່າ​ງ​ເຕັມ​ທີ

ຖື​ວ່າ​ສຳ​ເລັດ​ລົງ​ດ້ວຍ​ດີ ບັ້ນ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ X ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຂວງ ນະ​ຄອນຫຼວງ ຊຸດ​ທີ V ເຊິ່ງ​ເຫັນ​ໄດ້​ວ່າ​ບັນ​ຍາ​ກາດ​ໃນ​ມື້​ເລືອ​ກ​ຕັ້ງ ວັນ​ທີ 22 ກຸມ​ພາ ຜ່ານ​ມາ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ຜູ້​ທີ່​ມີ​ສິດ​ເລືອ​ກ​ຕັ້ງ ທັງ​ຢູ່​ພາຍ​ໃນ​ ແລະ ຕ່າງ​ປະ​ເທດ ຕາງ​ກໍ​ຕື່ນ​ຕົວ​ໃນ​ການ​ໄປ​ໃຊ້​ສິດ​ຂອງ​ຕົນ​ຢ່າງ​ເຕັມ​ທີ່ ເພື່ອ​ເລືອກ​ເອົາ​ຜູ້​ແທນ​ທີ່​ມີ​ຄວາມ​ຮູ້​ຄວາ​ມ​ສາ​ມາດເຂົ້​າ​ໄປ​ໃນ​ສະ​ພາ ເພື່ອ​ເປັນ​ຕົວ​ແທນ​​ແຫ່ງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ລາວ.

ບັນ​ຍາ​ກາດ​ໃນ​ມື້​ເລ​ືອກ​ຕັ້ງ​ຜ່ານ​ມາ​ເຫັນ​ວ່າ​ຊາວ​ໜຸ່ມ​ຜ​ູ້​ທີ່​ມີ​ສິດປ່ອນ​ບັດ​ໄດ້​ຖື​ຄວາມ​ສຳ​ຄັນ​ຕໍ່​ວຽກ​ງານ​ດັ່ງ​ກ່າວ ໂດຍ​ມີ​ເປົ້າ​ໝາຍ​ໃນ​ການ​ເລືອກ​ເອົາ​ຜູ້​ແທນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ ຄົບ​ຖ້ວ​ນ​ຕາມ​ມາ​ດ​ຖານ​ເງື່ອນ​ໄຂເຂົ້າ​ໃນ​ສະ​ພາ.

ທ່ານ ວິໄລ ວົງໄຊ ເລຂາພັກບ້ານ ນາຍບ້ານຮ່ອງໄກ່ແກ້ວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການອອກມາໃຊ້ສິດໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການປະຕິບັດພັນທະຂອງພົນລະເມືອງລາວເທົ່ານັ້ນ ແຕ່ຍັງເປັນການສະແດງອອກເຖິງຄວາມສາມັກຄີ ແລະ ຄວາມເຊື່ອໝັ້ນຕໍ່ກັບລະບອບການປົກຄອງ ເພື່ອຮ່ວມກັນສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງໃນຕໍ່ໜ້າ “ພວກເຮົາຕັດສິນໃຈເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນທີ່ສູງກວ່າໝູ່ ເພື່ອເປັນປາກເປັນສຽງແທນປະຊາຊົນຢ່າງແທ້ຈິງ.”

ທ້າວ ສິນໄຊ ສີສົມສຸກ ປະ​ຊາ​ຊົນ​ບ້ານ​ຈອມ​ມະ​ນີ ເມືອງ​ໄຊ​ເສດ​ຖາ ນະ​ຄອນຫຼວງວຽງ​ຈັນ ໄດ້ໃຫ້ສຳພາດວ່າ: ຕົນເອງເປັນປະຊາຊົນຢູ່ບ້ານຈອມມະນີ ສຳລັບມື້ນີ້ ແມ່ນຮູ້ສຶກດີໃຈ ແລະ ມີຄວາມພາກພູມໃຈຫຼາຍ ທີ່ໄດ້ມາໃຊ້ສິດເລືອກຕັ້ງ ເຊິ່ງຖືວ່າເປັນຄັ້ງທຳອິດໃນຊີວິດຂອງນ້ອງເລີຍ ເພາະມັນຄືການສະແດງອອກເຖິງຄວາມຮັບຜິດຊອບຂອງພວກເຮົາໃນຖານະພົນລະເມືອງລາວ.”

ສຳລັບນ້ອງເອງ ການຕັດສິນໃຈຄັ້ງນີ້ແມ່ນເນັ້ນໃສ່ການເລືອກເອົາຜູ້ແທນທີ່ມີຄວາມຮູ້ ຄວາມສາມາດ ແລະ ມີເງື່ອນໄຂຄົບຖ້ວນຕາມທີ່ກົດໝາຍກຳນົດໄວ້ ນ້ອງເຊື່ອໝັ້ນວ່າ ຜູ້ແທນທີ່ພວກເຮົາເລືອກຈະເຂົ້າໄປເປັນຕົວແທນທີ່ແທ້ຈິງ ທີ່ເຮັດວຽກເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ຊ່ວຍສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.

ນາງ ສົມໄພ ຈົງວິໄຊ ປະ​ຊາ​ຊົນ​ບ້ານ​ຈອມ​ມະ​ນີ ໄດ້ໃຫ້ສຳພາດວ່າ:ສ່ວນຕົວແມ່ນຮູ້ສຶກດີໃຈຫຼາຍທີ່ໄດ້ມາໃຊ້ສິດຂອງຕົນເອງໃນການເລືອກຕັ້ງຜູ້ແທນເຊິ່ງຄັ້ງນີ້ຖືວ່າເປັນຄັ້ງທີ 2 ແລ້ວ ທີ່ຂ້າພະເຈົ້າໄດ້ມີສ່ວນຮ່ວມໃນການເລືອກເອົາຜູ້ທີ່ຈະມາເປັນຜູ້ນຳຂອງປະເທດເຮົາ.

ພ້ອມນັ້ນ​ ຂ້າພະເຈົ້າຢາກໄດ້ຜູ້ແທນທີ່ມີຄວາມຮູ້ຄວາມສາມາດ ຜູ້ທີ່ຈະມານຳພາປະເທດຊາດຂອງເຮົາໃຫ້ກ້າວໄກ ແລະ ສ້າງການພັດທະນາໃຫ້ຍິ່ງໆຂຶ້ນໄປກວ່າເກົ່າ ສິ່ງທີ່ຢາກຝາກນຳ ສສຊ ກໍຄື ສສ ນວ ຢາກໃຫ້ເພິ່ນສຸມໃສ່ພັດທະນາປະເທດຊາດບ້ານເມືອງໃຫ້ດີຂຶ້ນເລື້ອຍໆ ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນຊີວິດການເປັນຢູ່ຂອງປະຊາຊົນ ຢາກໃຫ້ເພິ່ນເອົາໃຈໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດີຂຶ້ນກວ່າເກົ່າ.

error: Content is protected !!