ໃນລະຫວ່າງວັນທີ 16-17 ກຸມພາ 2026 ທີ່ ເເຂວງ ຫຼວງພະບາງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຕົວຈິງການແກ້ໄຂບັນຫາ ລະເບີດບໍ່ທັນແຕກ (ລບຕ) ຢູ່ແຂວງຫຼວງພະບາງ ເພື່ອຊຸກຍູ້ການກະກຽມຄວາມພ້ອມການເປັນເຈົ້າພາບ ແລະ ປະທານ ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການ ເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ທີ່ມີແຜນຈະຈັດຂື້ນໃນລະຫວ່າງວັນທີ 13-18 ກັນຍາ 2026.

ຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອຍົກສູງຂີດຄວາມສາມາດໃນການຈັດຕັ້ງປະຕິບັດຍຸດທະສາດ ຂອງ ຄຊກລ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການສຳຫຼວດກວດກູ້ລະເບີດບໍ່ທັນແຕກ ລວມທັງການປະຕິບັດຕາມມາດຕະຖານແຫ່ງຊາດ ສະ ບັບປັບປຸງປີ 2025 ຂອງບັນດາອົງການປະຕິບັດງານດ້ານມະນຸດສະທໍາ ໃນໂອກາດນີ້ ຄະນະຜູ້ແທນດັ່ງກ່າວໄດ້ເຂົ້າພົບປະກັບ ເລຂາພັກແຂວງ ແລະ ປະທານຄະນະກຳມະການປົກຄອງຫຼວງພະບາງ ເພື່ອປຶກສາຫາລືກ່ຽວກັບການສືບຕໍ່ຈັດຕັ້ງປະຕິບັດການເຊື່ອມສານວຽກງານການເກັບກູ້ລະເບີດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ.




ພ້ອມດຽວກັນນີ້, ຄະນະຜູ້ແທນໄດ້ລົງຢ້ຽມຢາມສະໜາມປະຕິບັດງານຕົວຈິງຢູ່ ບ້ານນ້ຳພິກ ແລະ ບ້ານຫາດຄໍ້ ເມືອງປາກອູ ເຊິ່ງເປັນພື້ນທີ່ມີລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງ ແລະ ສະຖານທີ່ດັ່ງກ່າວແມ່ນຈະຖືກກຳນົດເຂົ້າໃນວາລະກະກຽມ ເພື່ອຕ້ອນຮັບການຢ້ຽມຢາມພາກສະໜາມການສໍາຫຼວດ-ກວດກູ້ ລບຕ ຂອງຄະນະຜູ້ແທນລະດັບສູງໃນໄລຍະກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3. ໃນໂອກາດ ດັ່ງກ່າວນີ້ ທ່ານ ທອງສະຫວັນ ພົມວິຫານ ໄດ້ຕິດຕາມການສຳຫຼວດດ້ານເຕັກນິກ ແລະ ການທຳລາຍລະເບີດບໍ່ທັນແຕກທີ່ກວດພົບ ພ້ອມທັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດຕາມພັນທະສາກົນ ແລະ ປະສິດທິພາບຂອງການດຳເນີນງານ, ເຊິ່ງເປັນຈຸດສຸມຕົ້ນຕໍຂອງການເຄື່ອນໄຫວວຽກງານໃນການກຽມຄວາມພ້ອມ ສໍາລັບ ສປປ ລາວ ໃນການປະຕິບັດໜ້າທີ່ປະທານກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເຊິ່ງກຳນົດຈະຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munitions)” ກອງປະຊຸມຄາດວ່າຈະມີການຕ້ອນຮັບຄະນະຜູ້ແທນປະມານ 700-900 ທ່ານ ຈາກຫຼາຍກວ່າ 150 ປະເທດ.

“ບົດບາດຂອງພວກເຮົາໃນນາມປະເທດເຈົ້າພາບ ແລະ ປະທານກອງປະຊຸມ ແມ່ນບໍ່ພຽງແຕ່ໜ້າທີ່ທາງການທູດ ເທົ່ານັ້ນ ແຕ່ຍັງແມ່ນຄວາມຮັບຜິດຊອບອັນສູງສົ່ງຕໍ່ສາກົນທີ່ມີເນື້ອໃນຕິດພັນກັບປະຫວັດສາດ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງພວກເຮົາ ເພື່ອອະນາຄົດທີ່ປອດໄພ ຈາກລະເບີດບໍ່ທັນແຕກ” ທ່ານ ທອງສະຫວັນ ພົມວິຫານ ກ່າວໃນລະຫວ່າງການພົບປະກັບອຳນາດການປົກຄອງແຂວງດັ່ງກ່າວ.

ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນຕື່ມວ່າ ພາລະກິດນີ້ເປັນການສະໜັບສະໜູນຍຸດທະສາດແຫ່ງຊາດການແກ້ໄຂບັນຫາລະເບີດບໍ່ທັນແຕກ “ເສັ້ນທາງແຫ່ງຄວາມປອດໄພ III (2021-2030)” ແລະ ການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ SDG 18 ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນປອດໄພຈາກໄພຂົ່ມຂູ່ຂອງ ລບຕ.


ນອກຈາກນີ້ ເນື່ອງໃນໂອກາດວັນສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດ ຄົບຮອບ 30 ປີ (13/2/1996-13/2/2026) ທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະຍັງໄດ້ຢ້ຽມຢາມສູນຂໍ້ມູນຂ່າວສານຂອງໂຄງການເກັບກູ້ລະເບີດເເຫ່ງຊາດ (UXO Lao) ຢູ່ແຂວງຫຼວງພະບາງ ແລະ ໂຄງການສະໜັບສະໜູນໂດຍອົງການ “Free the Bears”, ເຊິ່ງສະແດງໃຫ້ເຫັນເຖິງການປະສົມປະສານລະຫວ່າງຄວາມຄືບໜ້າດ້ານມະນຸດສະທຳ ແລະ ທ່າແຮງດ້ານ ການທ່ອງທ່ຽວຂອງແຂວງ.