ໃນຕອນບ່າຍຂອງວັນທີ 5 ມີນາ 2026, ທີ່ ສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຫລູຍ ມູຊິກິວາໂບ (Louise Mushikiwabo), ເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ (OIF) ພ້ອມດ້ວຍຄະນະ ຊຶ່ງໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 4 – 5 ມີນາ 2026.ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນາງ ຫລູຍ ມູຊິກິວາໂບ ຄັ້ງນີ້, ເຊິ່ງມີຄວາມໝາຍຄວາມສໍາຄັນໃນຮອບ 10 ປີ ນັບຕັ້ງແຕ່ ທ່ານ ນາງ ມິແຊນ ຊັອງ (Michaelle JEAN), ອະດີດເລຂາ ທິການໃຫຍ່ອົງການຝຣັງໂກໂຟນີ ໄດ້ເດີນທາງມາຢ້ຽມ ຢາມ ສປປ ລາວ ໃນປີ 2016. ພ້ອມດຽວກັນນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີສາກົນ ນັບຕັ້ງແຕ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມ ບູນຂອງອົງການດັ່ງກ່າວ ໃນປີ 1991 ເປັນຕົ້ນມາ ແລະ ເຫັນວ່າການພົວພັນຮ່ວມມືດັ່ງກ່າວ ໄດ້ຮັບການພັດທະ ນາຢ່າງຕໍ່ເນື່ອງ. ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ ອົງການຝຣັງໂກໂຟນີສາກົນ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍຜ່ານກົນໄກ ແລະ ຂອບການຮ່ວມມືຕ່າງໆ, ໂດຍສະເພາະໃນການສົ່ງເສີມການຮຽນ-ການສອນພາສາຝຣັ່ງ, ການຝຶກອົບຮົມຄູສອນ ພາສາຝຣັ່ງໃນລະດັບຕ່າງໆ, ການຝຶກອົບຮົມດ້ານວິຊາຊີບ, ແລະ ການຮ່ວມມືໃນຂະແໜງການຕ່າງໆ.

ການຮ່ວມມືຕ່າງໆດັ່ງກ່າວແມ່ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນແຕ່ລະໄລຍະ.ນອກຈາກນີ້, ທ່ານ ນາຍົກລັດຖະ ມົນຕີ ຍັງໄດ້ແຈ້ງໃຫ້ ທ່ານ ເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໂດຍສະເພາະຜົນສຳເລັດຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ການດໍາເນີນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ພ້ອມທັງໄດ້ແຈ້ງໃຫ້ຊາບວ່າ ລັດຖະ ບານ ສປປ ລາວ ຢືນຢັນຄວາມໝາຍໝັ້ນທີ່ຈະນໍາພາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາ ຕາມການສະເຫນີຂອງອົງການ ສປຊ ໃນທ້າຍປີ 2026 ນີ້. ໃນໂອກາດດຽວກັນນີ້, ທ່ານ ເລຂາທິການໃຫຍ່ OIF ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີລະ ຫວ່າງ ອົງການຝຣັງໂກໂຟນີສາກົນ ແລະ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງໃຫ້ຄວາມຫມາຍໝັ້ນວ່າ ອົງການຝຣັງໂກໂຟນີສາກົນ ຈະສືບຕໍ່ສົ່ງເສີມການຮ່ວມມື ແລະ ໃຫ້ການສະໜັບສະໜູນການຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ຫນ້າ ໃນຂົງເຂດວຽກງານຕ່າງໆ.
ໃນຕອນບ່າຍຂອງວັນດຽວກັນ ທີ່ ກະຊວງການຕ່າງປະ ເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ພົບປະກັບທ່ານ ນາງ ຫລູຍ ມູຊິກິວາໂບ, ເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ (OIF) ໃນໂອກາດມາຢ້ຽມຢາມ ສປປ ລາວ. ໃນການພົບປະດັ່ງກ່າວ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ເລຂາທິການໃຫຍ່ OIF, ພ້ອມດ້ວຍຄະນະ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມ ມືລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີສາກົນ ແລະ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຂອງ ອົງການດັ່ງກ່າວ ຕໍ່ ສປປ ລາວ ໃນຫລາຍຂົງເຂດວຽກງານ ໃນໄລຍະທີ່ຜ່ານມາ ໂດຍສະເພາະການຮ່ວມມືໃນການສົ່ງເສີມການຮຽນ-ການສອນພາສາຝຣັ່ງ, ການຊ່ວຍ ເຫຼືອສະຖາບັນການແພດເຂດຮ້ອນ, ການສະໜັບສະໜູນວາລະສານພາສາຝຣັ່ງ (Le Rénovateur) ແລະ ການຮ່ວມມືໃນຂະແໜງການອື່ນໆອີກຈໍານວນໜຶ່ງ.

ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບວຽກງານຕ່າງໆ ໂດຍສະເພາະການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີສາກົນໃນຕໍ່ໜ້າ. ໃນໂອກາດມາຢ້ຽມຢາມ ສປ ປ ລາວ ໃນຄັ້ງນີ້, ທ່ານ ນາງ ຫລູຍ ມູຊິກິວາໂບ, ເລຂາທິ ການໃຫຍ່ OIF ຍັງໄດ້ ໄປຢ້ຽມຢາມໂຮງຮຽນ ມັດຖະຍົມສົມບູນວຽງຈັນ (ມສ ວຽງຈັນ), ໂດຍການຕ້ອນຮັບຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະອຳນວຍການ, ຄູອາຈານ ແລະ ນ້ອງນັກຮຽນ ຂອງໂຮງຮຽນ ມສ ວຽງ ຈັນ, ແລະ ໄດ້ຮັບຟັງການລາຍງານຂອງທ່ານ ທອງພັນ ອຸໄລທອນ, ຜູ້ອໍານວຍການ ໂຮງຮຽນ ມສ ວຽງຈັນ, ຊຶ່ງໄດ້ນໍາສະເຫນີໃຫ້ຊາບໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາ ແລະ ສະພາບລວມໃນການດໍາເນີນການຮຽນ-ການສອນຂອງໂຮງຮຽນ ມສ ວຽງຈັນ, ແລະ ການຈັດຕັ້ງປະຕິ ບັດການຮຽນ-ການສອນສໍາລັບຫ້ອງຮຽນສອງພາສາ ລາວ-ຝຣັ່ງ ເຊິ່ງໄດ້ດໍາເນີນມານັບຕັ້ງແຕ່ປີ 1998 ເປັນຕົ້ນມາຈົນເຖິງປະຈຸບັນ, ເຊິ່ງໄດ້ຈັດໃຫ້ມີການຮຽນ-ການສອນພາສາຝຣັ່ງແບບເຂັ້ມຂຸ້ນ, ໂດຍສະເພາະໄດ້ມີການດໍາເນີນການສອນເປັນພາສາຝຣັ່ງໃນວິຊາວິທະຍາສາດເຊັ່ນ: ຄະນິດສາດ, ຟີຊິກສາດ, ເຄມີສາດ, ແລະ ຊີວະວິທະຍາ.


ຫ້ອງຮຽນສອງພາສາດັ່ງກ່າວ ເປັນຕົວແທນຂອງຄວາມເປັນເລີດພາຍໃນລະບົບການສຶກສາສາທາລະນະຂອງ ສປ ປ ລາວ, ເຊິ່ງໂຮງຮຽນ ມສ ວຽງຈັນ ເຄີຍໄດ້ຮັບລາງວັນຄຸນນະພາບທີ່ສອນເປັນພາສາຝຣັ່ງ (FrancÉducation Label) ສາມຄັ້ງຄື: ໃນປີ 2015 , ໃນປີ 2019 ແລະ ໃນປີ 2023. ໃນການຢ້ຽມຢາມ ມສ ວຽງຈັນ, ທ່ານ ເລຂາທິການໃຫຍ່ OIF ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດການຮຽນ-ການສອນຂອງໂຮງຮຽນ ມສ ວຽງຈັນ ກໍຄືຫ້ອງຮຽນສອງພາສາ, ໂດຍສະເພາະການສົ່ງເສີມການສອນພາສາຝຣັ່ງ ໃຫ້ແກ່ນັກຮຽນ ແລະ ໄດ້ໃຫ້ຄໍາໝາຍໝັ້ນໃນການສືບຕໍ່ສະໜັບສະໜູນ ຫ້ອງຮຽນສອງພາສາ ຢູ່ ໂຮງຮຽນດັ່ງກ່າວ.ອົງການຝຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາກົນ ສໍາລັບບັນດາປະເທດ ທີ່ໃຊ້ພາສາຝຣັ່ງ, ໄດ້ສ້າງຕັ້ງຂຶ້ນໃນວັນ 20 ມີນາ 1970 ໂດຍຜູ້ນໍາຈາກ 21 ປະເທດໄດ້ເຊັນສັນຍາຮ່ວມກັນ, ຊຶ່ງໃນເບື້ອງຕົ້ນມີຊື່ວ່າ ອົງການຮ່ວມມືທາງດ້ານວັດທະນະທໍາ ແລະ ເຕັກນິກ (Agence de Cooperation, Culturelle et Technique ຫລຶ ACCT ), ໂດຍໃຫ້ການຮ່ວມມືດ້ານການຝຶກອົບຮົມວິຊາຊີບ ແລະ ເຕັກນິກ, ແລະ ດ້ານວັດທະນະທໍາ. ມາຮອດປີ 2005 ອົງການດັ່ງກ່າວຈຶ່ງໄດ້ປ່ຽນຊື່ມາເປັນ ອົງການຟຣັງໂກໂຟນີສາກົນ (Organisation Internationale de la Francophonie ຫລື OIF), ມີສະມາຊິກທັງໝົດ 90 ປະເທດ ໃນ 5 ທະວີບຂອງໂລກ, ມີສຳນັກງານໃຫຍ່ຕັ້ງຢູ່ ນະຄອນຫຼວງປາຣີ, ປະເທດ ຝຣັ່ງ.ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການດັ່ງກ່າວໃນປີ 1991. ໃນຫຼາຍປີຜ່ານມາ, ສປປ ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການເຄື່ອນ ໄຫວວຽກງານຕ່າງໆ ຂອງອົງການຝຣັງໂກໂຟນີສາກົນ, ແລະ ໄດ້ມີການຮ່ວມມືໃນຂົງເຂດວຽກງານຕ່າງໆເຊັ່ນ: ວຽກງານສາທາລະນະສຸກ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສື່ມວນຊົນ, ການພັດທະນາ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ອື່ນໆ.
ຄະນະຜູ້ແທນຂອງ ສປປ ລາວ ກໍໄດ້ເຂົ້າຮ່ວມກອງປະຊຸມທີ່ສຳຄັນຂອງອົງການຝຣັງໂກໂຟນີສາກົນ ຢ່າງເປັນປົກກະ ຕິ, ໂດຍສະເພາະກອງປະຊຸມ ລັດຖະມົນຕີຝຣັງໂກໂຟນີ ແລະ ກອງປະຊຸມສຸດຍອດຝຣັງໂກໂຟນີ.
ນອກຈາກນີ້, ສປປ ລາວ ຍັງເຄີຍໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ຝຣັງໂກໂຟນີ ຄັ້ງທີ 23 ທີ່ ນະຄອນຫລວງວຽງຈັນ ໃນປີ 2007; ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າຄອງນະຄອນທີ່ໃຊ້ພາສາຝຣັ່ງ (AIMF) 02 ຄັ້ງ (ປີ 2013 ແລະ ປີ 2024); ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມຕ່າງໆໃນລະດັບພາກພື້ນ ເຊິ່ງໝູນວຽນກັນຈັດໂດຍ 3 ປະເທດ ຄື: ລາວ, ຫວຽດນາມ ແລະ ກຳປູເຈຍ ແລະ ໄດ້ຈັດກອງປະຊຸມວິຊາການອື່ນໆອີກຈໍານວນໜຶ່ງ.