ໃນວັນທີ 10 ກຸມພາ 2026 ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີ (ລມຕ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍຮອງລັດຖະມົນຕີ ໄດ້ລົງຕິດຕາມຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສິລິລາດ ທົງສິນທອງເພັງ ຮອງເລຂາຄະນະບໍລິຫານງານພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຫ້ອງວ່າການ ກອງບັນຊາການທະຫານນະຄອນຫຼວງ ກອງບັນຊາການ ປກສ ນະຄອນຫຼວງ ພະນັກງານຫຼັກແຫຼ່ງຂອງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ສິລິລາດ ທົງສິນທອງເພັງ ໄດ້ຂຶ້ນຜ່ານບົດລາຍງານການກະກຽມຄວາມພ້ອມໃຫ້ແກ່ການປ່ອນບັດເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ວ່າ: ສໍາລັບຢູ່ນະຄອນຫຼວງວຽງຈັນ ມີຈຳນວນຜູ້ມີສິດເລືອກຕັ້ງທັງໝົດ 685.808 ຄົນ (ຍິງ 340.980 ຄົນ)ໜ່ວຍປ່ອນບັດມີທັງໝົດ 843 ໜ່ວຍ (ໃນນີ້ມີໜ່ວຍເຄື່ອນທີ່ 8 ໜ່ວຍ ແລະ ໜ່ວຍສະເພາະກຳລັງ ປກຊ-ປກສ 59 ໜ່ວຍ)ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ: 23.349 ຄົນ (ມີ 41 ໜ່ວຍປ່ອນບັດ) ໄດ້ສ້າງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນນະຄອນຫຼວງ ແລະ ຂັ້ນເມືອງ 9 ເມືອງມີການຈັດເຝິກອົບຮົມວຽກງານເລືອກຕັ້ງໃຫ້ພະນັກງານຫຼັກແຫຼ່ງ ແລະ ລົງໂຄສະນາຫາສຽງຂອງຜູ້ສະໝັກໃນ 142 ຈຸດທົ່ວນະຄອນຫຼວງວຽງຈັນ ດ້ານອຸປະກອນໄດ້ຈັດກຽມຫີບປ່ອນບັດ ບັດເລືອກຕັ້ງ ປ້າຍໂຄສະນາ ແລະ ເອກະສານຕ່າງໆຄົບຖ້ວນ ແລະ ພວມດຳເນີນການແຈກຢາຍໃຫ້ບັນດາເມືອງໃຫ້ສຳເລັດກ່ອນວັນທີ 15 ກຸມພາ 2026 ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ວາງແຜນການຮັກສາຄວາມສະຫງົບຢ່າງເຂັ້ມງວດໃນທຸກຈຸດປ່ອນບັດ ເພື່ອຮັບປະກັນໃຫ້ການເລືອກຕັ້ງດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ສຳລັບພະນັກງານທີ່ໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ ແລະ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໄດ້ກຳນົດໃຫ້ມີການ ປ່ອນບັດລ່ວງໜ້າໃນວັນທີ 14 ກຸມພາ 2026.

ສຳລັບທິດທາງແຜນການຕໍ່ໜ້າຄະນະກຳມະການເລືອກຕັ້ງຈະສືບຕໍ່ຊຸກຍູ້ການໂຄສະນາຫາສຽງໃຫ້ບັນລຸຕາມຄາດໝາຍ ກວດກາຄືນຄວາມພ້ອມຂອງສະຖິຕິຜູ້ມີສິດເລືອກຕັ້ງ ແລະ ຄວາມພ້ອມຂອງໜ່ວຍປ່ອນບັດ ປະສານສົມທົບກັບຂັ້ນສູນກາງເພື່ອເຮັດໃຫ້ການນັບຄະແນນສຽງມີຄວາມຖືກຕ້ອງ ແລະ ໂປ່ງໃສ.


ໃນໂອກາດນີ້ ທ່ານ ພົທ ວັນທອງ ກອງມະນີ ໄດ້ຕາງໜ້າໃຫ້ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນໍານະຄອນຫຼວງວຽງຈັນ ເພີ່ມທະວີຄວາມຮັບຜິດຊອບໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ ແລະ ສະກັດກັ້ນທຸກກົນອຸບາຍທີ່ຫວັງມ້າງເພທຳລາຍການເລືອກຕັ້ງ ຕ້ອງມີແບບແຜນວິທີເຮັດວຽກທີ່ທັນສະໄໝ ມີລະບຽບວິໄນເຂັ້ມງວດ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດຂອງກຳລັງປະກອບອາວຸດ ເພີ່ມທະວີການເຄື່ອນໄຫວວິຊາສະເພາະ ເພື່ອຕິດຕາມ ແລະ ເກັບກຳຂໍ້ມູນກຸ່ມຄົນບໍ່ດີ ທີ່ອາດສ້າງຄວາມບໍ່ສະຫງົບໃນທຸກຮູບແບບ ສຸມໃສ່ການຄຸ້ມຄອງສື່ສັງຄົມອອນລາຍ ການເຂົ້າ-ອອກເມືອງ ການຄຸ້ມຄອງສຳມະໂນຄົວ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຕາມເສັ້ນທາງສັນຈອນ ເອົາໃຈໃສ່ຄຸ້ມຄອງ ແລະ ປ້ອງກັນເຂດຊາຍແດນຢ່າງຮັດກຸມ ເພື່ອຮັບປະກັນບໍ່ໃຫ້ມີເຫດການບໍ່ສະຫງົບທາງການເມືອງເກີດຂຶ້ນເພີ່ມທະວີຄວາມເປັນເອກະພາບ ແລະ ການປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບ ຄະນະກຳມະການເລືອກຕັ້ງທຸກຂັ້ນ ແລະ ການປ່ອນບັດລ່ວງໜ້າ ເນັ້ນໜັກໃຫ້ກວດກາຄວາມພ້ອມທັງໝົດ ສໍາລັບການປ່ອນບັດລ່ວງໜ້າຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນວັນທີ 14 ກຸມພາ 2026 ນີ້ ໃຫ້ຖືກຕ້ອງຕາມຂັ້ນຕອນທີ່ກຳນົດໄວ້ ທັງໝົດນີ້ກໍເພື່ອຮັບປະກັນໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງໃນຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດທີ່ສະຫງົບ ປອດໄພ ແລະ ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້ຢ່າງຈົບງາມ.


ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ເດັດດ່ຽວສູ້ຊົນຜ່ານຜ່າອຸປະສັກ ເພື່ອເຮັດໃຫ້ບັ້ນເລືອກຕັ້ງສະມາຊິກສະພາໃນຄັ້ງນີ້ ບັນລຸຄາດໝາຍສູ້ຊົນ ທີຄະນະກໍາມະການເລືອກຕັ້ງລະດັບຊາດ ວາງອອກຄື ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງມາປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ ຖືກຕ້ອງຕາມລະບຽບການເລືອກຕັ້ງ ຮັບປະການການປ່ອນບັດເລືອກຕັ້ງ ມີຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ ຮ້ອຍສ່ວນຮ້ອຍ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບ-ປອດໄພຮອບດ້ານ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງໄດ້ສຸມໃສ່ ເຊີດຊູສະຕິລະວັງຕົວ ສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ ລັດ ປົກປັກຮັກສາໝາກຜົນຂອງການປະຕິວັດ ກໍາລັງພວກເຮົາຕ້ອງເປັນຫຼັກແຫຼ່ງ ເປັນພາຫະນະອັນແຫຼມຄົມຂອງພັກ ໃນການນໍາພາທົ່ວປວງຊົນເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະຢູ່ແຕ່ລະຂັ້ນໃຫ້ແຂງແຮງ ສຸມໃສ່ຄຸ້ມຄອງກວດກາການນໍາໃຊ້ສື່ສັງຄົມອອນລາຍ ແລະ ສະພາບປະກົດການຫຍໍ້ທໍ້ອື່ນໆ ເພື່ອສາມາດແກ້ໄຂສະພາບໄດ້ທຸກກໍລະນີ ເອົາໃຈໃສ່ຕໍ່ກັບວຽກງານຄຸ້ມຄອງປົກປັກຮັກສາຊາຍແດນສຸມໃສ່ກໍ່ສ້າງກໍາລັງ ທີ່ນອນໃນຄວາມຮັບຜິດຊອບ ໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ ເຂັ້ມແຂງທາງດ້ານການຈັດຕັ້ງ ມີລະບຽບວິໄນເຂັ້ມງວດ ແລະ ມີແບບແຜນກ້າວສູ່ຄວາມທັນສະໄໝເອົາໃຈໃສ່ປະສານສົມທົບກັນຢ່າງແໜ້ນແໜ້ນແຟ້ນ ລະຫວ່າງ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການນໍາຂອງພັກ ຂອງຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄື ຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຂັ້ນທ້ອງຖິ່ນ.