ຈັດ​ກິດ​ຈະ​ກຳອ່ານຫົວຂໍ້ “ຫຼຸດພົ້ນອອກຈາກຄວາມທຸກຍາກ”

ຈັດ​ກິດ​ຈະ​ກຳອ່ານຫົວຂໍ້ “ຫຼຸດພົ້ນອອກຈາກຄວາມທຸກຍາກ” ພ້ອມ​ເປີດ​ນຳ​ໃຊ້​ຕູ້​ປື້ມ​ຄັງ​ປັນ​ຍາ​ຈາກພາກ​ໃຕ​້ ສ​ປ ຈີນ ແລະ ແບ່ງ​ປັນ​ເລື່ອງ​ລາວ​ຈາກ​ຖ​ໂຄງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ລາວ-ຈີນ ​ຂຶ້ນ​ໃນ​ວັນ​ທີ 6 ກຸມ​ພາ 2026 ທີ່​ຫໍ​ສະ​ໝຸດ​ແຫ່ງ​ຊາດ ນະ​ຄອນຫຼວງວຽງ​ຈັນ ໂດຍ​ການ​ເຂົ້​າ​ຮ່ວມ​ຂອງ ທ່ານ ສາ​ຄອນ ພົ​ມມ​ະ​ລາດ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ທ່ານ ກາຍ ສ​ຽນ ຫຼົງ ຮອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ ຢູນ​ນານ ສ​ປ ຈີນ ທ່ານ ຄຳ​ພູ ເພຍ​ສັກ​ຂາ ວ່າການຫົວໜ້າກົມແຜນການແລະການຮ່ວມມືສາກົນ ກະຊວງວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ ພ້ອມ​ພາກ​ສ່ວນ​ກ່ຽວ​ຂ້ອງ.

ທ່ານ ຄຳ​ພູ ເພຍ​ສັກ​ຂາ ກ່າວ​ໃນ​ກິດ​ຈະ​ກ​ຳ​ຄັ້ງ​ນີ້​ວ່າ: ພວກເຮົາໄດ້ເຕົ້າໂຮມກັນຢູ່ຫໍສະໝຸດແຫ່ງຊາດລາວ ເພື່ອຮ່ວມກັນຈັດງານ ສະໂມສອນອ່ານ “ຫຼຸດພົ້ນອອກຈາກຄວາມທຸກຍາກ” ແລະ ໃນເວລາດຽວກັນ ພວກເຮົາໄດ້ເປັນພະຍານເຖິງການເປີດຕູ້ປື້ມ ອົບອຸ່ນຈາກພາກໃຕ້” ໃນນາມ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສ​ປ​ປ ລາວ ຂໍສະແດງຄວາມ ຊົມເຊີຍຢ່າງສຸດໃຈຕໍ່ການຈັດງານຄັ້ງນີ້ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງ ໃຈມາຍັງປະຊາຊົນທຸກທົ່ວໜ້າທີ່ໄດ້ປະກອບສ່ວນໃຫ້ແກ່ການຮ່ວມມືຫຼຸດຜ່ອນ ຄວາມທຸກຍາກ ແລະ ການແລກປ່ຽນວັດທະນະທໍາລາວ-ຈີນ.

ເມື່ອເດືອນພະຈິກປີກາຍນີ້ ໃນກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ ລາວ-ຈີນ ທີ່ນະຄອນປາກເຊ ແຂວງຈໍາປາສັກ ສະຫາຍ ລີ ຂູ່ເລີຍ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ໄດ້ນໍາສະເໜີງານວາງສະແດງຫົວຂໍ້”ດອກຈຳປາພົບກັບດອກກຸຫຼາບ” ເສັ້ນທາງວັດທະນະທໍາຈີນ-ລາວ.

ໃນນັ້ນ ປື້ມທິດສະດີທີ່ສໍາຄັນຂອງສອງປະເທດ ແລະ ສອງພັກໄດ້ກາຍເປັນຈຸດ ສຸມຂອງຄວາມສົນໃຈຂອງທຸກໆຄົນ, ໂດຍປື້ມ “ສີຈິ້ນຜິງ: ວ່າດ້ວຍການ ປົກຄອງປະເທດ ແລະ ບໍລິຫານການເມືອງ” ແລະ ການກຳຈັດຄວາມທຸກຍາກ” ແມ່ນໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ດ້ວຍເຫດນັ້ນ ບັນດາພະແນກການທີ່ ກ່ຽວຂ້ອງຂອງສອງປະເທດໄດ້ຮ່ວມມືກັນ ຜ່ານຄວາມພະຍາຍາມມາເປັນເວລາ 3 ເດືອນ ມື້ນີ້ພວກເຮົາຈຶ່ງມີໂອກາດໄດ້ແບ່ງປັນ “ງານມະໂຫລານແນວຄິດ” ຢູ່ ຫໍສະໝຸດແຫ່ງຊາດລາວ.

ການຫຼຸດຜ່ອນຄວາມທຸກຍາກແມ່ນສິ່ງທ້າທາຍທົ່ວໄປຂອງມະນຸດຊາດ ລາວ-ຈີນ ຮ່ວມມືກັນໃນຂົງເຂດຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາ ລົງເລິກ ການຮ່ວມມື ຈາກການປັບປຸງພື້ນຖານໂຄງລ່າງດ້ານຊີວິດການເປັນຢູ່ຂອງ ປະຊາຊົນຈົນເຖິງການສະໜັບສະໜູນການປູກຝັງອຸດສາຫະກຳທີ່ມີລັກສະນະ ພິເສດ ຈາກການຍົກລະດັບຄວາມສາມາດໃນການພັດທະນາຊົນນະບົດໄປສູ່ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ມາດຕະການຮ່ວມມືຕົວຈິງຫຼາຍ ຢ່າງໄດ້ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເພື່ອໃຫ້ປະຊາຊົນສອງປະເທດໄດ້ ແບ່ງປັນໝາກຜົນແຫ່ງການພັດທະນາ.

ປື້ມ “ຫຼຸດພົ້ນອອກຈາກຄວາມທຸກຍາກ” ໄດ້ເຕົ້າໂຮມສະຕິປັນຍາອັນລໍ້າຄ່າ ແລະ ປະສົບການຕົວຈິງໃນການພັດທະນາ ຂອງພັກ ແລະ ລັດຈີນ ເປັນເອກະສານອ້າງອີງທີ່ສໍາຄັນສໍາລັບລາວໃນການຄົ້ນ ຫາເສັ້ນທາງຫຼຸດຜ່ອນຄວາມທຸກຍາກທີ່ສອດຄ່ອງກັບສະພາບແຫ່ງຊາດຂອງຕົນ.

ສຳ​ລັບຕູ້ປື້ມ ອົບອຸ່ນຈາກພາກໃຕ້” ທີ່ເປີດໃນມື້ນີ້ແມ່ນການເຄື່ອນໄຫວທີ່ອົບອຸ່ນຂອງ ການແລກປ່ຽນວັດທະນະທໍາ ລະຫວ່າງ ລາວ-ຈີນ ແລະມັນແມ່ນການປະຕິບັດ ທີ່ມີຊີວິດຊີວາຂອງວັດທະນະທໍາ ເພື່ອສ້າງຄວາມເຂັ້ມແຂງໃນການຫຼຸດຜ່ອນ ຄວາມທຸກຍາກ.

ພາຍ​ໃນງານ​ຄັ້ງ​ນີ້ ຍັງ​ໄດ້​ເປີດ​ຕູ້​ປື້ມຄັງ​ປັນ​ຍາ​ຈາກພາກ​ໃຕ​້ ສ​ປ ຈີນ ການ​ແບ່ງ​ປັນ​ເລື່ອງ​ລາວ​ຂອງ​ພາກ​ສ່ວນ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈ​າກ​ໂຄງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ ລາວ-ຈີນ ໃນ​ຫົ​ວ​ຂໍ​້ຕ່າງໆ​ເຊັນ: ແນວ​ຄວາມ​ຄະ​ດ​ໄດ້​ຮັບ​ກ​ການ​ຈຸດ​ປະ​ກາຍ ອຸດ​ສາ​ຫະ​ກຳໄດ້​ຮັບ​ການ​ກະ​ຕຸ້ນ ແລະ ຊີ​ວິດ​ໄດ້​ຮັບ​ແສງ​ສະ​ຫວ່າງ ພ້ອມນັ້ນ​ຍັງ​ໄດ້​ຮັບ​ຊົມ​ການ​ສະ​ແດງ​ສິ​ລ​ະ​ປະ​ຂອງ​ນ້​ອງ​ນັກ​ຮຽນໂຮງ​ຮຽນ​ປະ​ຖົມ​​ບ້ານ​ໜອງ​ປິງ ເມືອງ​ຈັນ​ທະ​ບູ​ລີ ນະ​ຄອນຫຼວງວຽງ​ຈັນ ຕື່ມ​ອີກ.

error: Content is protected !!