ງານສະແດງສິລະປະວັນນະຄະດີ ສະຫຼອງບຸນປີໃໝ່ຈີນປີ 2026 ລະຫວ່າງລາວ-ຈີນ ພາຍໃຕ້ຫົວຂໍ້: ລະດູບານໃໝ່ອັນສົດໃສ ສາຍໃຍເພື່ອນບ້ານທີ່ແໜ້ນແຟ້ນຈັດຂຶ້ນໃນຄໍ່າຄືນວັນທີ 5 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ ທ່ານ ຢູຢຸ້ນຊຽນ ຮອງຫົວໜ້າກົມພາສາຕ່າງປະເທດແຫ່ງຊາດຈີນ ທ່ານ ຊິນ ຈີນເຊີ້ງ ຮອງຫົວໜ້າສະຖາບັນການຕ່າງປະເທດຈີນ ທ່ານ ໄຊຊຽງຢົງ ຮອງຫົວໜ້າຄະນະໂຄສະນາອົບຮົມ ພັກກອມມູນິດຈີນ ແຂວງຢຸນນານ ມີບັນດາທູຕານຸທູດ ແຂກຖືກເຊີນສອງຝ່າຍລາວ-ຈີນເຂົ້າຮ່ວມ.

ທ່ານ ຄໍາມອນ ຈັນທະຈິດ ກ່າວວ່າ: ວັນບຸນກຸດຈີນ ບໍ່ພຽງແຕ່ເປັນວັນແຫ່ງການສະເຫຼີມສະຫຼອງການປ່ຽນຜ່ານຂອງລະດູການ, ແຕ່ຍັງແມ່ນສັນຍາລັກແຫ່ງ “ຄວາມຫວັງ, ການເລີ່ມຕົ້ນໃໝ່ ແລະ ຄວາມກົມກຽວ” ສໍາລັບຄະນະໂຄສະນາອົບຮົມສູນກາງພັກຍາມໃດກໍຕີລາຄາສູງ ຕໍ່ການພົວພັນຮ່ວມມືຖານສະຫາຍອ້າຍນ້ອງ ໂດຍສະເພາະໃນວຽກງານການ ເມືອງ-ແນວຄິດ ແລະ ການແລກປ່ຽນວັດທະນະທຳ ພວກເຮົາເຊື່ອໝັ້ນວ່າພະລັງແຫ່ງຄວາມເຂົ້າອົກເຂົ້າໃຈກັນ ແລະ ເປັນຄູ່ຮ່ວມຊາຕາກຳ ຈະເປັນແຮງຊຸກດັນໃຫ້ສອງຊາດກ້າວໄປສູ່ຄວາມມັ່ງຄັ່ງເຂັ້ມແຂງ.
ພ້ອມນັ້ນທ່ານຍັງໄດ້ອວຍພອນໄຊອັນປະເສີດໃຫ້ບັນດາທ່ານ ຕະຫຼອດຮອດຄອບຄົວ ແລະ ພີ່ນ້ອງເຊື້ອສາຍຈີນ ຈົ່ງມີສຸຂະພາບພາລະນາໄມທີ່ສົມບູນເຂັ້ມແຂງທັງກາຍ ແລະ ໃຈ ປະສົບຜົນສຳເລັດອັນຍິ່ງໃຫຍ່ໃນພາລະກິດການງານ ແລະ ການສ້າງສາພັດທະນາປະເທດຊາດ ຂໍໃຫ້ການພົວພັນຮ່ວມມືລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ແລະ ສາຍພົວພັນບົນພື້ນຖານຫຼັກການ 4 ດີຄື: ເພື່ອນມິດທີ່ດີ ສະຫາຍທີ່ດີ ພັນທະມິດທີ່ດີ ແລະ ຄູ່ຮ່ວມມືທີ່ດີ.
ທ່ານ ນາງ ຟາງຫົງ ກ່າວວ່າ: ບຸນກຸດຈີນ ແມ່ນບຸນປະເພນີທີ່ສໍາຄັນທີ່ສຸດຂອງປະຊາຊົນຈີນ ແລະ ໄດ້ຖືກຈົດບັນທຶກເປັນມໍຣະດົກວັດທະນະທຳນາມມະທຳຂອງມວນມະນຸດ ໂດຍອົງການອົງການອຸຍແນັສໂກ ໃນນາມເປັນສັນຍະລັກທາງວັດທະນະທຳທີ່ບົ່ງບອກເຖິງການມາພົບປະສ້າງສັນ ຄວາມກົມກຽວ ແລະ ການອວຍພອນ ບຸນກຸດຈີນໄດ້ກາຍເປັນບຸນປະເພນີທີ່ທົ່ວໂລກຮ່ວມກັນສະເຫຼີມສະຫຼອງ ບຸນກຸດຈີນບໍ່ພຽງແຕ່ແມ່ນຊ່ວງເວລາແຫ່ງການແບ່ງປັນຄວາມເບີກບານມ່ວນຊື່ນ ແລະ ສົ່ງມອບຄວາມຫວັງເທົ່ານັ້ນ ແຕ່ຍັງເປັນການຊຸກຍູ້ການແລກປ່ຽນທາງວັດທະນະທຳ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນຄໍ່າຄືນນີ້ ນັກສິລະປິນຈາກສອງຊາດລາວ-ຈີນໄດ້ຂຶ້ນເວທີສະແດງຮ່ວມກັນ ເພື່ອມອບຄວາມສຸກທາງວັດທະນະທຳອັນດີງາມໃຫ້ທຸກໆທ່ານ ເຊິ່ງຈະເປັນການຊຸກຍູ້ການແລກປ່ຽນຮຽນຮູ້ອາລິຍະທຳລະຫວ່າງ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນກວ່າເກົ່າ ພ້ອມທັງສົ່ງເສີມຄວາມຮັກແພງ ແລະ ການເຊື່ອມໂຍງຈິດໃຈຂອງປະຊາຊົນທັງສອງຊາດໃຫ້ນັບມື້ນັບເລິກເຊິ່ງຂຶ້ນ.


ສຳລັບລາຍການສະແດງສິລະປະວັນນະຄະດີໃນຄັ້ງນີ້ ປະກອບມີຫຼາຍລາຍການຄື: ການສະແດງເປີດງານລະດູໃບໄມ້ປົ່ງທີ່ສົດໃສ, ຮ້ອງເພງ ແລະ ຟ້ອນ ບົດເພງແຫ່ງຄວາມສິລິມຸງຄຸນມີ: ເພງສະຫຼອງບຸນປີໃໝ່ຈີນ ໂຊກດີປີ ໃໝ່ ຟ້ອນລໍາສຽງນົກຂານຕ້ອນຮັບແສງຕາເວັນໃໝ່ ຟ້ອນນາງແກ້ວ ສຽງເພງມ່ວນຊື່ນຂອງເສັ້ນທາງແຫ່ງມິດຕະພາບ ດົນຕີພື້ນເມືອງປະສານສຽງຊ້າຍໜ້າ ແພງຮັກຂອງເຜົ່າອີຊູ ດົນຕີອໍແຄັສຕຣາ ສະບາຍດີຫຼວງພະບາງ ຫຼຽງຈູ້ ບົດເພງທັດສະນະຄະຕິທີ່ດີ, ຄວາມຮັກປຽບດັ່ງສາຍນໍ້າ ແລະ ອື່ນໆ ໃຫ້ຄວາມມ່ວນຊື່ນ ແລະ ປະທັບໃຈໃຫ້ຜູ້ເຂົ້າຮ່ວມເປັນຢ່າງດີ.


