ທໍ່ໂຕໂຢ ທາງເລືອກໜຶ່ງໃນການສະໜອງອຸປະກອນກໍ່ສ້າງລະບົບນໍ້າ​

    ທ່ານ ລັງກອນ ໄຊຍະວົງ ປະທານໂຮງງານອຸດສາຫະກໍາທໍ່ໂຕໂຢລາວ ໄດ້ລາຍງານໂອກາດທີ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ເຄື່ອນໄຫວຢ້ຽມຢາມໂຮງງານວັນທີ 9 ກໍລະກົດ 2020 ວ່າ: ບໍລິສັດກຸ່ມໄຊຍະວົງ ຈໍາກັດຜູ້ດຽວ ເປັນບໍລິສັດທີ່ພັດທະນາມາຈາກວິສາຫະກິດສ່ວນບຸກຄົນໄຊຍະວົງທີ່ສ້າງຕັ້ງຂຶ້ນປີ 2001 ກິດຈະການຫຼັກຂອງບໍລິສັດແມ່ນນໍາເຂົ້າ ແລະ ຈໍາໜ່າຍອຸປະກອນກໍ່ສ້າງລະບົບນໍ້າ ແລະ ເຄື່ອງຕົບແຕ່ງພາຍໃນທີ່ເຮັດດ້ວຍຢາງປລາສຕິກປີ 2003

ໄດ້ປ່ຽນມາເປັນບໍລິສັດກຸ່ມໄຊຍະວົງ ຈໍາກັດຜູ້ດຽວ ຈາກນັ້ນໄດ້ຂະຫຍາຍສາຂາໄປຄຽງຄູ່ກັບການພັດທະນາບໍລິສັດຕາມທິດທາງຫຼຸດຜ່ອນຄວາມທຸກຍາກຂອງລັດຖະບານ ໂດຍສະເພາະພາລະກິດສະໜອງນໍ້າສະອາດໃຫ້ປະຊາຊົນລາວແຕ່ສູນກາງຮອດທ້ອງຖິ່ນເປັນເວລາ 15 ປີ ຈາກນັ້ນ ຄະນະອໍານວຍການບໍລິສັດໄດ້ເຫັນດີເປັນເອກະພາບລົງທຶນກໍ່ສ້າງໂຮງງານອຸດສາຫະກໍາໂຕໂຢລາວ ຈໍາກັດຜູ້ດຽວຂຶ້ນປີ 2016 ໂດຍມີການນໍາໃຊ້ລະບົບຄຸ້ມຄອງຄຸນະພາບທີ່ໄດ້ມາດຕະຖານສາກົນ ISO:9001:2015 PDCA 5S KAIZEN POLC  ແລະ ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຄຸ້ມຄອງບໍລິຫານໂຮງງານໄປຄຽງຄູ່ກັບການສົ່ງເສີມນໍາໃຊ້ 3 ເສົາຄໍ້າຍຸດທະສາດຂອງຄູ່ມືຄຸນນະພາບຄື: ຄຸນນະພາບ ຄວາມເຊື່ອຖື ແລະ ປະສິດທິຜົນ.​

    ໂຮງງານທໍ່ໂຕໂຢລາວ ໄດ້ນໍາໃຊ້ເຕັກໂນໂລຊີນະວັດຕະກໍາທີ່ທັນສະໄໝຂອງໂລກ ແລະ ວັດຖຸດິບທີ່ໄດ້ມາດຕະຖານ ເພື່ອຜະລິດທໍ່ນໍ້າ ເອັສດີພີດີ ທໍ່ພີວີຊີ ທໍ່ຢູພີວີຊີ ທໍ່ພີພີອາ ຂໍ້ຕໍ່ຈອດເອັສດີພີອີ ທໍ່ຫຸ້ມສາຍໄຟ ທໍ່ຫຸ້ມສາຍໂທລະຄົມ ແລະ ອຸປະກອນອື່ນໆ ພາຍໃຕ້ເຄື່ອງໝາຍການຄ້າໂຕໂຢ “TOYO” ແລະ ເອເຊຍກຣີນ “ASIA GREEN” ອອກສູ່ສັງຄົມລາວ ປັດຈຸບັນ ຜະລິດຕະພັນຈາກໂຮງງານເປັນສິນຄ້າທີ່ໄດ້ມາດຕະຖານສາກົນ ແລະ ໄດ້ຮັບຄວາມນິຍົມຊົມໃຊ້ກັນຢ່າງກວ້າງຂວາງໃນການກໍ່ສ້າງລະບົບນໍ້າປະປາຂອງລັດວິສາຫະກິດນໍ້າປະປາລາວທົ່ວປະເທດ ໂຄງການກໍ່ສ້າງລະບົບນໍ້າປະປາ ສຸຂາພິບານ ແລະ ໂຄງການ

ຊົນລະປະທານຂອງອົງການຈັດຕັ້ງສາກົນ ນອກນັ້ນ ຜະລິດຕະພັນຍັງໄດ້ຮັບຄວາມສົນໃຈເອົາໄປຈໍາໜ່າຍຈາກບັນດາຫ້າງຮ້ານຂາຍວັດສະດຸກໍ່ສ້າງທັງຂະໜາດໃຫຍ່ຂະໜາດກາງ ແລະ ຂະໜາດນ້ອຍ ແລະ ບັນດາຕົວແທນຈໍາໜ່າຍຫຼາຍກວ່າ 600 ຕົວແທນທົ່ວປະເທດ ນອກນີ້ ຍັງມີລະບົບສາງ ສູນບໍລິການໃນທຸກພາກຂອງປະເທດ ຍ້ອນຜົນງານທີ່ກ່າວມານັ້ນ ບໍລິສັດກຸ່ມໄຊຍະວົງ ແລະ ໂຮງງານທໍ່ໂຕໂຢ ຈຶ່ງເປັນທາງເລືອກອັນດັບໝຶ່ງໃນລາວໃນການສະໜອງອຸປະກອນກໍ່ສ້າງລະບົບນໍ້າ ແລະ ລະບົບໂຄງລ່າງພື້ນຖານຕ່າງໆ.

# ຂ່າວ & ພາບ: ຂັນທະວີ 

error: Content is protected !!