ກອງປະຊຸມສົນທະນາກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ຈັດຂຶ້ນໃນວັນທີ 5 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ລາວ ທ່ານ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທ່ານ ຢູຢຸ້ນຊຽນ ຮອງຫົວໜ້າກົມພາສາຕ່າງປະເທດແຫ່ງຊາດຈີນ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທ່ານ ຊິນ ຈີເຊີ່ງ ຮອງຫົວໜ້າສະຖາບັນການຕ່າງປະເທດຈີນ, ທ່ານ ວັດຖຸນິຍົມ ດວງມະລາ ຫົວໜ້າສະຖາບັນການຕ່າງປະເທດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ດາວສະຫວັນ ເຄືອມີໄຊ ສະແດງຄວາມຊົມເຊີຍຢ່າງສູງຕໍ່ການຈັດກອງປະຊຸມໃນຄັ້ງນີ້ ກອງປະຊຸມພາຍໃຕ້ຫົວຂໍ້ “ສຸມໃສ່ 5 ການກະທຳ ເພື່ອອະນາຄົດທີ່ດີງາມ” ນີ້, ໄດ້ກຳນົດຈຸດສຳຄັນຂອງຍຸກສະໄໝໄດ້ຢ່າງຖືກຕ້ອງແລະ ໄດ້ສະໜອງເວທີແລກປ່ຽນແນວຄິດທີ່ສຳຄັນໃຫ້ແກ່ພວກເຮົາໃນການຮ່ວມກັນວາງແຜນພັດທະນາໃໝ່ສຳລັບສາຍພົວພັນລາວ-ຈີນ ແລະ ທ່ານຍັງໄດ້ກ່າວຕື່ມວ່າ ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມມືກັບຄູ່ຮ່ວມມືຝ່າຍຈີນ, ເພື່ອຫັນປ່ຽນເນື້ອໃນຈິດໃຈຂອງ “5 ການກະທຳ” ໃຫ້ກາຍເປັນແຮງຂັບເຄື່ອນໃນການຮ່ວມມືດ້ານການບຳລຸງສ້າງບຸກຄະລາກອນ ແລະ ການສ້າງສັນທິດສະດີ.

ທ່ານ ສາຄອນ ພົມມະລາດ ກ່າວວ່າ: ກອງປະຊຸມສົນທະນາໃນມື້ນີ້ ຈຶ່ງປຽບເໝືອນກົນໄກສໍາຄັນໃນການຜັນຂະຫຍາຍການຕົກລົງເຫັນດີເຫັນພ້ອມ ຂອງການນໍາຂັ້ນສູງ ສອງປະເທດລາວ-ຈີນ ແນໃສ່ລົງເລິກການຮ່ວມມືໃນຂົງເຂດຂ່າວສານ ແລະ ວັດທະນະທຳ, ພ້ອມທັງ ເປັນການເຜີຍແຜ່ສ້າງຄວາມເຂົ້າໃຈເປັນເອກະພາບທາງດ້ານທັດສະນະໃຫ້ແກ່ປະຊາຊົນ ໃນການສ້າງ ຄູ່ຮ່ວມຊາຕາກໍາລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ




ໂອກາດນີ້ ຍັງໄດ້ມີພິທີເປີດຕົວປຶ້ມໃໝ່: ຄໍາສໍາຄັນ ເພື່ອເຂົ້າໃຈປະເທດຈີນພາກກໍາລັງການຜະລິດຄຸນນະ ພາບໃໝ່ ສະບັບພາສາລາວ ໃນກອງປະຊຸມ ຕາງໜ້າຝ່າຍລາວ ຝ່າຍຈີນ ຕາງກໍໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນກ່ຽວກັບການຮ່ວມມືສອງຝ່າຍລາວ-ຈີນ ຈີນ-ລາວ ແນໃສ່ເພື່ອເຮັດໃຫ້ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ແລະ ຍັງມີເວທີສົນທະນາ 2 ຫົວຂໍ້ສໍາຄັນຄື: ໃໝ່ ຈັບມືກ້າວໄປສູ່ອະນາຄົດຮ່ວມກັນ ລວຍ ສ້າງສາຄວາມຈະເລີນຮຸ່ງເຮືອງຮ່ວມກັນຕື່ມອີກ.