ກິດຈະກໍາວັດທະນະທໍາບຸນກູດຈີນກ້າວເຂົ້າສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026, ງານດື່ມນໍ້າ ຊາຫຼວງພະບາງ ແລະ ຖະແຫຼງຂ່າວ ເດັ່ນ 10 ຂ່າວໃນຂອບການຮ່ວມມື ແມ່ນໍ້າຂອງລ້ານຊ້າງ-ແມ່ນໍ້າຂອງ ປະຈຳປີ 2025 ຈັດຂຶ້ນໃນວັນທີ 4 ກຸມພານີ້ ທີ່ແຂວງຫຼວງພະບາງ ໂດຍ ມີທ່ານ ຄໍາມອນ ຈັນທະຈິດ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງ ພັກ (ຄອສພ) ຮອງປະທານຜູ້ປະຈໍາ ການສະພາທິດສະດີສູນກາງພັກ, ມີທ່ານ ຢູຢຸ້ນຊຽນ ຮອງຫົວໜ້າອົງ ການພິມຈຳໜ່າຍພາສາຕ່າງປະເທດ ຈີນ, ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາພັກແຂວງຫຼວງພະບາງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.

ທ່ານ ຄໍາມອນ ຈັນທະຈິດ ກ່າວວ່າ: ປັດຈຸບັນສອງ ປະເທດລາວ-ຈີນ ໄດ້ຮັບການຊຸກຍູ້ ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ ເນື່ອງ ການພົວພັນຮ່ວມມືໄດ້ຂະ ຫຍາຍກວ້າງອອກຈາກທີ່ເປັນ “ເພື່ອນບ້ານໃກ້ຄຽງ ທີ່ເປັນມິດໄວ້ ເນື້ອເຊື່ອໃຈກັນ ໝັ້ນຄົງຍາວນານ ແລະ ຮ່ວມມືກັນຮອບດ້ານ” ໄດ້ຮັບ ການຍົກລະດັບເປັນ “ຄູ່ຮ່ວມຍຸດທະ ສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ”.
ເວົ້າສະເພາະການຮ່ວມມືດ້ານສື່ມວນຊົນ ໄດ້ເປັນພື້ນຖານສໍາຄັນ ແລະ ໜັກແໜ້ນໃຫ້ການສ້າງຄູ່ຮ່ວມ ຊາຕາກຳລາວ-ຈີນ ຊຸມປີມໍ່ໆມານີ້, ສື່ມວນຊົນລາວ ແລະ ອົງການສື່ມວນ ຊົນຈີນໃນທຸກລະດັບໄດ້ສ້າງຕັ້ງສາຍ ພົວພັນຮ່ວມມືທີ່ແໜ້ນແຟ້ນ ແລະ ມີ ປະສິດທິ ພາບສູງ ການພົວພັນຮ່ວມມື ໄດ້ເຮັດໃຫ້ລະດັບຄວາມຊຳນານຂອງສື່ມວນຊົນລາວ ນັບມື້ຍົກສູງຂຶ້ນຢ່າງ ເດັ່ນຊັດ ໃນນັ້ນການຮ່ວມ ມືລະຫວ່າງສື່ມວນຊົນລາວ ແລະ ສື່ມວນ ຊົນແຂວງຢຸນນານ ໄດ້ຮັບການຍົກລະ ດັບຢ່າງຮອບດ້ານ.

ພວກເຮົາໄດ້ຮ່ວມກັນຈັດກິດຈະກຳແລກປ່ຽນວັດທະນະທຳພາຍໃຕ້ຫົວຂໍ້:“ແມ່ນໍ້າສາຍດຽວກັນ ກົມກຽວ ດັ່ງຄອບຄົວດຽວກັນ”. ພ້ອມນີ້ ກໍໄດ້ ຈັດເວທີປຶກສາຫາລືການຮ່ວມມືສື່ ມວນຊົນໃນຫົວຂໍ້ ໜຶ່ງແລວ ໜຶ່ງເສັ້ນ ທາງ ແລະ ອື່ນໆ ວາລະສານຈຳປາ ແລະ ສື່ມວນຊົນທາງການເຊັ່ນ: ໜັງ ສືພິມປະຊາຊົນ ໄດ້ຮ່ວມກັນວາງແຜນ ການລາຍງານຂ່າວໃນຫົວຂໍ້ສະເພາະ ສະຖານີໂທລະພາບແຫ່ງ ຊາດລາວ ໄດ້ຮ່ວມກັບສູນການສື່ສານສາກົນ ພາກພື້ນອາຊີໃຕ້ ແລະ ອາຊີຕາເວັນ ອອກສ່ຽງໃຕ້ ແຂວງຢຸນນານ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນແມ່ນໍ້າ ລ້ານຊ້າງ-ແມ່ນໍ້າຂອງພະລັງງານສາກົນ ຈຳກັດ ເພື່ອເປີດຕົວລາຍການຂໍ້ມູນ ຂ່າວສານດ້ວຍພາສາມື ສຳລັບຄົນພິ ການຫູໃນລາວ, ເລົ່າເລື່ອງການຮ່ວມມື ລະຫວ່າງລາວ-ຈີນ ຢ່າງມີຊີວິດຊີວາ ສະຖານີວິທະຍຸ ແລະ ໂທລະພາບ ແຂວງຢຸນນານ ແລະ ສື່ມວນຊົນລາວ ໄດ້ຮ່ວມກັນຜະລິດ ແລະ ອອກອາ ກາດລາຍການຜົນງານຮູບເງົາ ແລະ ໂທລະພາບຕ່າງໆ ເຮັດໃຫ້ຊີວິດວັດ ທະນະທຳຂອງປະຊາຊົນສອງຝ່າຍມີ ຄວາມອຸດົມສົມບູນຂຶ້ນ.


ທ່ານ ຄໍາມອນ ຈັນທະຈິດ ຍັງໄດ້ສະເໜີໃຫ້ເພີ່ມທະວີການຮ່ວມມືດ້ານການເລົ່າເລື່ອງ, ແນະນຳໃຫ້ສື່ ມວນຊົນລາວ-ຈີນ ສຸມໃສ່ຫົວຂໍ້ສຳຄັນ ຕ່າງໆ ເພີ່ມທະວີການພົວພັນແລກ ປ່ຽນວັດທະນະທຳໃຫ້ຫຼາຍຂຶ້ນ ສຸມໃສ່ທ່າແຮງຂອງເສັ້ນທາງລົດໄຟລາວ-ຈີນ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງປະຊາຊົນສອງຊາດໃຫ້ເລິກ ເຊິ່ງ, ຂະຫຍາຍເນື້ອໃນການແລກ ປ່ຽນວັດທະນະທໍາກ້າວໄປຂ້າງໜ້າ ດໍາເນີນການຮ່ວມມືຢ່າງເຕັມສ່ວນໃນຂົງເຂດຕ່າງໆເຊັ່ນ: ຮູບເງົາ ແລະ ໂທ ລະພາບ, ສຳນັກພິມ, ການສະແດງສິ ລະປະວັດທະນະທຳ ແລະ ການຄົ້ນ ຄວ້າທາງວິຊາການ ເພື່ອເຮັດໃຫ້ບົດ ບາດການຂັບເຄື່ອນຂອງທາງລົດໄຟ ລາວ-ຈີນ ຊຶ່ງເປັນເສັ້ນທາງແຫ່ງ ຄວາມສຸກ ເສັ້ນທາງແຫ່ງການພັດທະ ນາ ແລະ ເສັ້ນທາງແຫ່ງມິດຕະພາບ ມີຄວາມໂດດເດັ່ນຍິ່ງຂຶ້ນ ບຳລຸງ-ສ້າງ ຊາວໜຸ່ມທີ່ເປັນກຳລັງແຮງສຳຄັນ ຂອງຊາດໃຫ້ມີການພັດທະນາຢ່າງ ຮອບດ້ານ ສືບຕໍ່ລົງເລິກການຮ່ວມມື ຕົວຈິງໃນຂົງເຂດຕ່າງໆເຊັ່ນ: ເຕັກໂນ ໂລຊີສື່ມວນຊົນ ການບຳລຸງສ້າງບຸກ ຄະລາກອນ ການຝຶກອົບຮົມຕາມ ຫົວຂໍ້ສະເພາະ ແລະ ອື່ນໆ.



ກິດຈະກໍາ ໃນຄັ້ງນີ້ ຍັງມີພິທີເປີດກິດຈະກໍາ ແລກປ່ຽນວັດທະນະທໍາເນື່ອງໃນໂອ ກາດການສ້າງຕັ້ງສາຍພົວພັນການທູດລາວ-ຈີນຄົບຮອບ 65 ປີ ໃນຫົວຂໍ້: ກ້າວໄປຂ້າງໜ້າ ຮັບຊົມສິລະປະວັດ ທະນະທໍາລາວ-ຈີນສິບສອງປັນນາ ສ້າງຄວາມປະທັບໃຈໃຫ້ຜູ້ເຂົ້າ ຮ່ວມ ເປັນຢ່າງດີ.





