ປຶກສາຫາລືການກະກຽມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ທົ່ວປະເທດ

ວັນທີ 3 ກຸມພາ 2026 ທີ່ຫໍປະຊຸມແຫ່ງຊາດ ຄະນະຊີ້ນໍາລະດັບຊາດກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ດຳເນີນກອງປະຊຸມປຶກສາຫາລື ແລະ ສ່ອງແສງຄວາມພ້ອມ ໃຫ້ແກ່ການກະກຽມກອງປະຊຸມສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ທົ່ວປະເທດ ໄລຍະປີ 2021-2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີ ປະທານຄະ ນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ມີທ່ານຮອງປະທານ ແລະ ບັນດາທ່ານໃນຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງຂັ້ນສູນກາງເຂົ້າຮ່ວມແບບເຊິ່ງໜ້າ ຕາງໜ້າຄະນະຊີ້ນຳວຽກງານ ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.

ເນື້ອໃນຂອງກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ສະບັບເລກທີ 171/ປປທ ລົງວັນທີ 21 ຕຸລາ 2025 ຫຼັງຈາກນັ້ນ ກໍໄດ້ຮັບຟັງ ຄົ້ນຄວ້າ ແລະ ປະກອບຄໍາເຫັນ ດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາ ຕໍ່ບັນດາຮ່າງເອກະສານ ແລະ ຄໍາເຫັນເຈາະຈີ້ມ ຂອງທ່ານປະທານກອງປະຊຸມ ເປັນຕົ້ນ ຮ່າງດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບ ຜິດຊອບຂອງຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຮ່າງແຜນດໍາເນີນງານຂອງຄະນະຊີ້ນໍາລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປີ 2026 ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄລ ຍະ 5 ປີຜ່ານມາ (2021-2025).

ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ປະທານຄະນະຊີ້ນຳລະດັບຊາດ ກ່ຽວກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ມີຄຳເຫັນສັງລວມເນື້ອໃນຂອງກອງປະຊຸມ ພ້ອມທັງ ມີຄຳເຫັນເນັ້ນໜັກຕໍ່ຄະນະຊີ້ນຳລະດັບຊາດ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຄົ້ນຄວ້າຊອກຫາສາເຫດທີ່ແທ້ຈິງ ທີ່ພາໃຫ້ມີຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ ລວມທັງບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານ ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄລຍະຜ່ານມາ ລວມທັງຫາງສຽງສັງຄົມຕໍ່ວຽກງານດັ່ງກ່າວ ໃຫ້ກອງເລຂາຄະນະຊີ້ນຳລະດັບຊາດ ຄົ້ນຄວ້າປັບປຸງເນື້ອໃນ ບັນດາຮ່າງເອກະສານ ທີ່ນຳມາສະເໜີໃນກອງປະຊຸມຄັ້ງນີ້ ລວມທັງເອກະສານທີ່ກ່ຽວຂ້ອງ ໃຫ້ສອດຄ່ອງ ເນື້ອໃນຄົບຖ້ວນສົມບູນ ແລະ ເປັນເອກະພາບໄປລວງດຽວກັນຕື່ມ.

error: Content is protected !!