ລາວ-ກຳປູເຈຍ ເສີມຂະຫຍາຍການຮ່ວມມືວຽກງານກະສິກຳ

ໃນເມື່ອບໍ່ດົນມານີ້ ທີ່ ລາຊະອານາຈັກກຳປູເຈຍ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະ ປະກອບດ້ວຍບັນດາຫົວໜ້າ ແລະ ຮອງຫົວໜ້າ ຫ້ອງການກະຊວງ ກົມຈັດຕັ້ງ ກົມແຜນການ ແລະ ການຮ່ວມມື ກົມປູກຝັງ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ກົມປ່າໄມ້ ກົມລ້ຽງສັດ ແລະ ການປະມົງ ແລະ ສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ເຂົ້າຮ່ວມ ກອງປະຊຸມພົບປະສອງຝ່າຍ ກັບ ກະຊວງກະສິກຳ ປ່າໄມ້ ແລະ ການປະມົງ ແຫ່ງ ປະເທດ ກຳປູ ເຈຍ ເຊິ່ງປະກອບມີ ທ່ານ ດິດ ທີນາ ລັດຖະມົນຕີກະຊວງກະສິກຳ ປ່າໄມ້ ແລະ ການປະມົງ ພ້ອມດ້ວຍຄະນະກົມກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງ ຂອງ ກອງປະຊຸມ ແມ່ນເພື່ອຜັນຂະຫຍາຍການຮ່ວມມືດ້ານກະສິກຳ ຕາມບົດບັນທຶກຄວາມເຂົ້າໃຈ ຂອງສອງຝ່າຍ ທີ່ໄດ້ລົງນາມໃນທ້າຍປີ 2024 ໂດຍສະເພາະ ວຽກງານການນຳເຂົ້າ-ສົ່ງອອກ ສິນຄ້າກະສິກຳຂອງສອງປະເທດ ແລະ ການສົ່ງຜ່ານສິນຄ້າກະສິກຳໄປປະເທດທີສາມ ພ້ອມທັງປຶກສາຫາລື ການຈັດຕັ້ງປະຕິບັດ ເພື່ອສົ່ງເສີມການພັດທະນາວຽກງານການປູກຝັງ ການລ້ຽງສັດ ແລະ ການສົ່ງເສີມການຜະລິດກະສິກຳທີ່ມີຄວາມຍືນຍົງ ແລະ ມີປະສິດຕິພາບສູງ. 

ການປຶກສາຫາລືໃນຄັ້ງນີ້ ທັງສອງຝ່າຍເຫັນດີເປັນເອກະພາບ ໃນການ ຮັບສິນຄ້າກະສິກຳ ຈາກ ສປປ ລາວ ເປັນຕົ້ນແມ່ນ ເຂົ້າສານໜຽວ ພືດຜັກສົດ ກາເຟ ບຣູເບີຣີ ໄຂ່ໄກ່ ແລະ ອື່ນໆ ລວມທັງແຮ່ທາດໂປຕາສ ແລະ ຝຸ່ນອິນຊີ ອີກດ້ວຍ ນອກນັ້ນ ທັງສອງຝ່າຍ ຍັງເຫັນດີ ໃນການສົ່ງຜ່ານສິນຄ້າ ຈາກ ກຳປູເຈຍ ຜ່ານ ສປປ ລາວ ແລະ ຈາກ ສປປ ລາວ ຜ່ານ ກຳປູເຈຍ ໄປປະເທດທີສາມ ລາຍລະອຽດ ແມ່ນ ກົມວິຊາການຈະໄດ້ປະສານສົມທົບ ເພືື່ອຈັດຕັ້ງປະຕິບັດຕາມລະບຽບຫຼັກການ.

ນອກຈາກການພົບປະສອງຝ່າຍດັ່ງກ່າວ ທັງສອງຝ່າຍ ໄດ້ລົງນາມບົດບັນທຶກການຮ່ວມມື ດ້ານການນຳເຂົ້າ-ສົ່ງອອກ-ສົ່ງຜ່ານສິນ ຄ້າກະສິກຳ ລະຫວ່າງ ສອງກະຊວງ ເຊິ່ງຕາງໜ້າໂດຍ ກົມແຜນການ ແລະ ການຮ່ວມມື ຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກົມຮ່ວມມືສາກົນ ຂອງກະຊວງກະສິກຳ ປ່າໄມ້ ແລະ ການປະມົງ ລາຊະອານາຈັກກຳປູເຈຍ ເຊິ່ງເປັນການເສີມຂະຫຍາຍຖານຕະຫຼາດດ້ານກະສິກຳ ໃຫ້ແກ່ສອງປະເທດ ຕາມຫຼັກການ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ນອກຈາກນີ້ ບັນດາຫົວໜ່ວຍທຸລະກິດ ດ້ານກະສິກຳ ແລະ ການຂົນສົ່ງ ຂອງ ສປປ ລາວ ຈຳນວນໜຶ່ງ ໄດ້ເຂົ້າຮ່ວມພົບປະ ແລະ ຈັບຄູ່ຮ່ວມທຸລະກິດຮ່ວມກັນ ກັບຫົວໜ່ວຍທຸລະກິດ ຂອງ ລາຊະອານາຈັກກຳປູເຈຍ ເພື່ອປຶກສາຫາລື ກອບການຮ່ວມມືດ້ານການຄ້າສິນຄ້າກະສິກຳ ແລະ ເປັນການຜັນຂະຫຍາຍ ການຄ້າຂາຍສິນຄ້າກະສິກຳ ລະຫວ່າງ ສອງປະເທດ.

ໃນການເຄື່ອນໄຫວວຽກງານຄັ້ງນີ້ ຄະນະຜູ້ແທນຝ່າຍລາວທັງໝົດ ຍັງໄດ້ຢ້ຽມຢາມພື້ນຖານການຜະລິດ ຂອງ ກຳປູເຈຍ ຈຳນວນໜຶ່ງ ເປັນຕົ້ນແມ່ນ ໂຮງງານປຸງແຕ່ງ ແລະ ແປຮູບຜະລິດຕະພັນກະສິກຳ ເປັນບັນຈຸພັນ ໂດຍສະເພາະ ແມ່ນ ພິກໄທ ໝາກໄມ້ແຫ້ງ ນ້ຳຕານ ຊາ ເຄື່ອງປຸງ ແລະ ອື່ນໆ ແລະ ໂຮງສີເຂົ້າຂະໜາດໃຫຍ່ ທີ່ມີກຳລັງການຜະລິດ 1.500 ໂຕນ/ມື້ ຜົນຜະລິດແມ່ນສົ່ງອອກໄປ ມະເລເຊຍ ສສ ຫວຽດນາມ ສປ ຈີນ ສະຫະພາບເອີຣົບ ອາຟຣິກາ ແລະ ອາເມຣິກາ.

ໃນການເຄື່ອນໄຫວຄັ້ງນີ້ ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະຈຳນວນໜຶ່ງ ໄດ້ເຂົ້າພົບ ທ່ານ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກຳປູເຈຍ ເພື່ອແຈ້ງຈຸດປະສົງ ແລະ ລາຍງານຜົນການເຄື່ອນໄຫວວຽກງານ.

error: Content is protected !!