ເລຂາທິການໃຫຍ່ ປະທານປະເທດ ​ແຫ່ງ ສ​ປ​ປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ສ​ສ ຫວຽດນາມ

ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈີ່ນ ແທັງ ເມີ້ນ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ໃນຕອນບ່າຍຂອງວັນທີ 26 ມັງກອນ 2026 ທີ່ ຫໍສະພາແຫ່ງຊາດ.

ໃນໂອກາດດັ່ງກ່າວ ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມທີ່ສອງປະເທດ ຍາດມາໄດ້ໃນໄລຍະຜ່ານມາ ກໍຄື ຜົນສໍາເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດ ນາມ ທີ່ໄດ້ອັດລົງຢ່າງສະຫງ່າງາມ ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ຈະມີການຜັນແປໄປຢ່າງສັບສົນ ໄວວາ ແລະ ຄາດຄະເນໄດ້ຍາກກໍຕາມ ແຕ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ແມ່ນສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ເປັນຕົ້ນແມ່ນ ການພົວພັນທາງດ້ານການເມືອງ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ການຕ່າງປະເທດ ດ້ານເສດຖະກິດ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດ.

ພ້ອມກັນນັ້ນ ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ທີ່ນັບມື້ນັບເຂົ້າສູ່ລວງເລິກ ເຫັນໄດ້ຈາກມີການແລກປ່ຽນຄະນະຜູ້ແທນນໍາກັນຢ່າງເປັນປົກກະຕິ ຈັດກອງປະຊຸມສໍາມະນາແລກປ່ຽນບົດ ຮຽນຮ່ວມກັນໃນຫົວຂໍ້ຕ່າງໆ ທີ່ແທດເໝາະກັບຕົວຈິງ ມີການສະໜັບສະໜູນ ແລະ ປະສານສົມທົບກັນຢ່າງດີ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ພ້ອມທັງໄດ້ຮ່ວມກັນເປີດນໍາໃຊ້ປຶ້ມ “50 ປີ ແຫ່ງການພົວພັນ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ: ການຮ່ວມມືຮອບດ້ານ ແລະ ການພັດທະນາ” ສອງຝ່າຍໄດ້ຢືນຢັນເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການຂະຫຍາຍຍິ່ງໆຂຶ້ນ.

ນອກຈາກນັ້ນ ສອງຝ່າຍໄດ້ເຫັນດີຈະສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ມີໝາກຜົນຕົວຈິງ ແລະ ກ້າວສູ່ລວງເລິກ ໂດຍຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດບັນດາບົດບັນທຶກຊ່ວຍຈໍາ ທີ່ ສອງສະພາແຫ່ງຊາດ ໄດ້ລົງນາມຮ່ວມກັນ ໃຫ້ກາຍເປັນຮູບປະທໍາ ແລະ ມີປະສິດທິຜົນສູງ ສືບຕໍ່ຊຸກຍູ້ລັດຖະບານສອງປະເທດ ໃນການຈັດຕັ້ງປະຕິບັດບັນດາສັນຍາ ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນ ໃຫ້ມີການຂະຫຍາຍຕົວສູງຂຶ້ນ ໃຫ້ສົມຄູ່ກັບການພົວພັນທາງດ້ານການເມືອງ ທີ່ຢູ່ໃນລະດັບສູງສຸດ ສືບຕໍ່ປະສານສົມທົບ ແລກປ່ຽນຂໍ້ມູນ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເພື່ອປົກປັກຮັກສາຜົນປະໂຫຍດຮ່ວມກັນ ແລະ ຍົກສູງບົດບາດຂອງສອງປະເທດ ແລະ ພິເສດແມ່ນການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນໃນການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຊຸດໃໝ່ ທີ່ຈະມາເຖິງນີ້.

ໃນໂອກາດນີ້ ສະຫາຍ ປະທານສະພາແຫ່ງຊາດ ເຈີ່ນ ແທັງ ເມີ້ນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິ ການໃຫຍ່ ພັກປະຊາຊົນປະຕິວັດລາວ ຊຸດທີ XII ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະເທດທໍາອິດຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ ຊຶ່ງເປັນຂີດໝາຍທາງປະຫວັດ ສາດອັນສໍາຄັນ ແລະ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.

ໃນຂະນະດຽວກັນ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ເຈີ່ນ ແທັງ ເມີ້ນ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIV ເຊັ່ນດຽວກັນ ພ້ອມກັນນັ້ນ ສະຫາຍ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ກໍາລັງຂຸ້ນຂ້ຽວກະກຽມຢ່າງຮອບດ້ານ ເພື່ອດໍາເນີນການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນທົ່ວປະເທດ ຊຶ່ງຈະມີຂຶ້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້ ພາຍຫຼັງການເລືອກຕັ້ງ ຈະດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ X ໃນລະຫວ່າງວັນທີ 23-28 ມີນາ 2026 ເພື່ອຮັບຮອງເອົາກົງຈັກການນໍາຂັ້ນສູງຂອງລັດ ແລະ ວາງທິດທາງແຜນການເຄື່ອນໄຫວຂອງອົງການນິຕິບັນຍັດ ໃນໄລຍະ 5 ປີຕໍ່ໜ້າ.

ໃນຕອນທ້າຍ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສະພາແຫ່ງຊາດຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍ ໃຫ້ແກ່ ສະພາແຫ່ງຊາດລາວ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ.

error: Content is protected !!