ກອງປະຊຸມ ແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026 ທີ່ ສູນປະຊຸມສາກົນ ນະຄອນຫຼວງຮ່າໂນ້ຍ ໄດ້ມີກອງປະຊຸມ ແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າຄະນະນໍາຂອງສູນກາງພັກປະຊາຊົນປະຕິວັດລາວ ແຈ້ງບັນຫາທີ່ເປັນພື້ນຖານ ກ່ຽວກັບ ຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ແລະ ບັນດາສະຫາຍການນໍາ ຂອງພັກກອມມູນິດ ຫວຽດ ນາມ ໄດ້ຮັບຊາບຢ່າງເປັນທາງການ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງ ກອງປະຊຸມໃຫຍ່ຄັ້ງນີ້ ຊຶ່ງດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ແລະ ກອງປະຊຸມໄດ້ທົບທວນຄືນຜົນຂອງການຜັນຂະຫຍາຍມະຕິຂອງ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກໍານົດແນວທາງ ນະໂຍບາຍ ແລະ ແຜນປະຕິບັດງານຂອງພັກ ແລະ ຂອງປະເທດ ໃນ 5 ປີຕໍ່ໜ້າ ຍຸດທະສາດພັດທະນາ 10 ປີ ກໍານົດວິໄສທັດ ຮອດໄປ 2055 ເພື່ອສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ສູ່ລວງເລິກຕໍ່ໆໄປ ສ້າງ ແລະ ຍົກລະດັບບັນດາປັດໄຈ ການບູລະນະລະບອບປະຊາ ທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ໃນໄລຍະ 5 ປີຜ່ານມາ ເຖິງວ່າສະພາບແວດລ້ອມຂອງໂລກ ໄດ້ມີການຜັນແປໄປຢ່າງໄວວາ ສັບສົນ ແລະ ເຕັມໄປດ້ວຍຄວາມສະຫຼັບສັບຊ້ອນ ບວກກັບການປະເຊີນໜ້າກັບສະພາບຄວາມຫຍູ້ງຍາກດ້ານເສດຖະກິດ-ການເງິນ ລວມທັງການກະທົບຢ່າງແຮງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ພັກປະຊາຊົນປະຕິວັດລາວ ກໍໄດ້ເດັດດ່ຽວແກ້ໄຂ ທຸກໆຄວາມທ້າທາຍ ສາມາດເຮັດໃຫ້ທິດທາງ ຄາດໝາຍສູ້ຊົນທີ່ວາງອອກ ໄດ້ຮັບການຈັດຕັ້ງປະຕິບັດ ທີ່ເປັນພື້ນຖານ.

ພ້ອມກັນນັ້ນ ສະຫາຍ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນເຖິງ ຜົນສໍາເລັດທີ່ພົ້ນເດັ່ນຂອງກອງປະຊຸມໃຫຍ່ ຄັ້ງທີ XII ຊຶ່ງໄດ້ມີການຮັບ ຮອງເອົາເອກະສານສໍາຄັນຂອງພັກ ຂອງຊາດ ແລະ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ດັ່ງນີ້: ກອງປະຊຸມ ໄດ້ຮັບຮອງເອົາໂຄງການການເມືອງຂອງພັກ ສະບັບທີ 3 ເຊິ່ງເປັນເອກະສານສໍາຄັນ ທີ່ຊີ້ທາງເດີນໃຫ້ພັກ ແລະ ປວງຊົນລາວບັນດາເຜົ່າ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ເຊິ່ງເປັນລະບອບການເມືອງ ທີ່ໄດ້ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນນັ້ນ ໃຫ້ໜັກແໜ້ນ ເຂັ້ມແຂງ  ຍິ່ງໆຂຶ້ນ ແລະ ສືບຕໍ່ປະຕິ ບັດແນວທາງປ່ຽນແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປ ຢ່າງບໍລິສຸດ ແລະ ຈົງຮັກພັກດີ ຕະຫຼອດໄລຍະ 70 ປີ ແຫ່ງການນໍາພາ ຂອງພັກ ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ນອກນນັ້ນ ໂຄງການການເມືອງ ສະບັບທີ 3 ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຮັບຮອງເອົາ 10 ທິດທາງວຽກງານຈຸດສຸມ ແຕ່ລະຂົງເຂດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ກົດລະບຽບຂອງພັກ ສະບັບປັບປຸງ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ຊຸດໃໝ່ (ສະໄໝທີ XII) ຊຶ່ງປະກອບມີ ກໍາມະການສົມບູນສູນກາງພັກ ຈໍານວນ 73 ສະຫາຍ ຍິງ 12 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ ຈໍານວນ 15 ສະຫາຍ ຍິງ 1 ສະຫາຍ ໄດ້ເລືອກຕັ້ງເອົາກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ ແລະ ຄະນະເລຂາທິການສູນກາງພັກ ຈໍານວນ 11 ສະຫາຍ.

ຫຼັງຈາກນັ້ນ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະກອບຄໍາເຫັນຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ພັກປະຊາຊົນປະຕິວັດລາວ ຍາດມາໄດ້ໃນຕະ ຫຼອດໄລຍະ 5 ປີ ຜ່ານມາ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ພ້ອມທັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດ ນາມ ເປັນຄັ້ງທໍາອິດ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສໍາເລັດ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການແຈ້ງຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້.

error: Content is protected !!