ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026 ເພື່ອຮັດແຫນ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.



ການຢ້ຽມຢາມຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນເດືອນມັງກອນ 2026 ຜ່ານມາ.ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026 ທີ່ ທໍານຽບປະທານປະເທດ ໂດຍມີ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍເຂົ້າຮ່ວມ.

ຫຼັງຈາກນັ້ນ, ສອງເລຂາທິການໃຫຍ່ພ້ອມດ້ວຍຄະນະ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີ ລາຄາການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ພ້ອມທັງປຶກສາຫາລື ແລະ ກໍານົດທິດທາງຮ່ວມມືໃນຕໍ່ໜ້າ. ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນຂອງປະເທດຕົນໃຫ້ກັນຊາບ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດຂອງການພັດທະນາເສດຖະ ກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ ໃນຊຸມປີຜ່ານມາ ໂດຍສະເພາະແມ່ນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍຄື ຜົນສໍາເລັດຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຂອງພັກກອມມູນິດ ຫວຽດນາມ ຄັ້ງທີ XIV ທີ່ໄດ້ອັດລົງຢ່າງສະຫງ່າງາມ ໃນເດືອນມັງກອນນີ້.



ພ້ອມດຽວກັນນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ເປັນຕົ້ນແມ່ນ ການພົວພັນທາງດ້ານການເມືອງ ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈກັນ ໃນລະດັບສູງສຸດ; ວຽກງານການຕ່າງປະເທດ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຄໍ້າທີ່ໝັ້ນຄົງໃນການພົວພັນສອງຝ່າຍ; ມູນຄ່າການຄ້າສອງປະເທດ ກໍມີການເຕີບໂຕໃນຕົວເລກທີ່ໜ້າເພິ່ງພໍໃຈ ແລະ ບັນດາໂຄງການຮ່ວມມືຍຸດທະສາດ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ໂດຍສະເພາະໃນໄລຍະທ້າຍປີ 2025 ຫາຕົ້ນປີ 2026 ນີ້; ພິເສດ, ສອງຝ່າຍໄດ້ຢືນຢັນເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການຂະຫຍາຍຍິ່ງໆຂຶ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ ທີ່ໄດ້ກໍານົດທິດທາງຍຸດທະສາດ ໃນການຮ່ວມມືໃນໄລຍະໃໝ່ ໃຫ້ມີຄວາມແທດເໝາະຕົວຈິງ ແລະ ມີໝາກຜົນກວ່າເກົ່າ ກໍຄື ຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານ ທີ່ໄດ້ສ້າງບາດກ້າວບຸກທະລຸໃໝ່ ໃນການຊຸກຍູ້ບັນດາໂຄງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ ແລະ ວິທະຍາສາດ-ເຕັກນິກ ໃຫ້ມີຄວາມຄືບໜ້າ.ສໍາລັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ, ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ເຫັນດີຈະສືບຕໍ່ຮັກສາມູນເຊື້ອການແລກປ່ຽນຢ້ຽມຢາມ ແລະ ການພົບປະເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ, ສອງລັດ ກໍຄື ບັນດາກະຊວງ-ຂະແໜງການ ນັບແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ ໂດຍເນັ້ນໃສ່ການຍົກສູງຄຸນນະພາບ ແລະ ລົງເລິກການຮ່ວມມືທີ່ມີລັກສະນະຍຸດທະສາດ; ສືບຕໍ່ຮັດແໜ້ນການພົວພັນຮ່ວມມື ແລະ ປະສານສົມທົບກັນຢ່າງໃກ້ຊິດ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ສືບຕໍ່ສຸມໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກ ເພື່ອຊຸກຍູ້ການເຊື່ອມໂຍງພື້ນຖານເສດຖະກິດຂອງສອງປະເທດ ໃຫ້ເປັນຮູບປະທໍາ ໂດຍສະເພາະແມ່ນການເລັ່ງລັດໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມປະຊາຊົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຕົ້ນກໍາເນີດ, ຄຸນຄ່າ ແລະ ຄວາມຫມາຍສໍາຄັນທາງປະຫວັດສາດຂອງສາຍພົວພັນພິເສດ ລາວ-ຫວຽດ ນາມ; ພ້ອມທັງສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2027” ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ມີຄວາມໝາຍອັນເລິກເຊິ່ງ.ໃນໂອກາດດັ່ງກ່າວ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະເທດທໍາອິດຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ, ທັງເປັນການສະແດງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງສາຍພົວພັນພິເສດ ທີ່ບໍ່ຄືໃຜ ແລະ ບໍມີໃຜຄື.ໃນຂະນະດຽວກັນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາເຊື້ອເຊີນ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕ ເລິມ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ສະໄໝທີ XIV ເຊັ່ນດຽວກັນ. ພ້ອມນັ້ນ, ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ, ແຕ່ໄລຍະແຫ່ງການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ໃນຕອນທ້າຍ, ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 5-6 ກຸມພາ 2026 ທີ່ຈະມີເຖິງນີ້.ພາຍຫຼັງສໍາເລັດການພົບປະ, ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 2 ສະບັບ ຄື: 1) ຂໍ້ຕົກລົງການຮ່ວມມື ລະຫວ່າງ ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ກັບ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄລຍະປີ 2026-2030 ແລະ 2) ບົດບັນທຶກການຮ່ວມມື ລະຫວ່າງ ອົງຄະນະພັກ, ອົງການປົກຄອງນະຄອນຫລວງວຽງຈັນ ແລະ ອົງຄະນະພັກ, ອົງການປົກຄອງນະຄອນຫລວງຮ່າໂນ້ຍ ໄລຍະ ປີ 2026-2030.




ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ກໍໄດ້ຈັດງານລ້ຽງຕ້ອນຮັບ ເປັນກຽດໃຫ້ແກ່ ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໃນໂອກາດເດີນທາງຢ້ຽມຢາມລັດຖະກິດ ຢູ່ ສສ. ຫວຽດນາມ ໃນຄັ້ງນີ້.