ໃນວັນທີ 26 ມັງກອນ 2026 ທີ່ ທໍານຽບປະທານປະເທດ ສະ ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026 ການມາຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຄັ້ງນີ້ ແມ່ນເຫດການທາງດ້ານການເມືອງ ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດເຊິ່ງມີຂຶ້ນທ່າມກາງບັນຍາກາດອັນສະຫງ່າລາສີ ພາຍຫຼັງທີ່ສອງພັກພວກເຮົາ ຫາກໍສໍາເລັດກອງປະຊຸມໃຫຍ່ຂອງຕົນຢ່າງສະຫງ່າງ່າມ.

ໃນໂອກາດນີ້ ສະຫາຍ ປະທານປະເທດ ເລືອງ ເກືອງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະ ໄໝທີ XII ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະເທດທໍາອິດຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ເປັນເຫດ ການທາງດ້ານການເມືອງ ທີ່ມີຄວາມໝາຍສໍາຄັນທາງປະຫວັດ ສາດ ເຊິ່ງປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃຫ້ເຂົ້າສູ່ລວງເລິກ ໃນຂະນະ ດຽວກັນ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ເລືອງ ເກືອງ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງເຂົ້າໃນ ຄະນະບໍລິ ຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIV ເຊັ່ນ ດຽວກັນ.


ພ້ອມກັນນັ້ນ ສະຫາຍ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ສະພາບການພາຍໃນ ຂອງ ສປປ ລາວ ກໍຄື ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ອັດລົງຢ່າງຈົບງາມ ໃນຕົ້ນເດືອນມັງກອນ 2026 ຜ່ານມາ ພ້ອມທັງໄດ້ຖືໂອກາດນີ້ ສະ ແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ ພັກ ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ ແຕ່ໄລຍະແຫ່ງການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ໃນໂອກາດດັ່ງກ່າວ ສອງຝ່າຍໄດ້ຕີລາຄາສູງທີ່ເຫັນວ່າ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ຈະສືບຕໍ່ຜັນແປໄປຢ່າງສະ ຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກກໍຕາມ ແຕ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະ ເທດລາວ-ຫວຽດນາມ ແມ່ນສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກ ງານ ອັນພົ້ນເດັ່ນແມ່ນການພົວພັນຮ່ວມມືທາງດ້ານການເມືອງ ທີ່ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງສຸດ ວຽກງານການຕ່າງປະເທດ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຫຼັກທີ່ໝັ້ນຄົງໃນການພົວພັນສອງຝ່າຍ ມູນຄ່າການຄ້າສອງປະເທດ ມີການເຕີບໂຕໃນຕົວເລກທີ່ໜ້າເພິ່ງພໍໃຈ ແລະ ບັນດາໂຄງການຮ່ວມມືຍຸດທະສາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ພິເສດ ສອງຝ່າຍໄດ້ຢືນຢັນເພີ່ມ ພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການຂະຫຍາຍຍິ່ງໆຂຶ້ນ.


ພ້ອມກັນນັ້ນ ສອງຝ່າຍໄດ້ເຫັນດີຈະສືບຕໍ່ຮັກສາມູນເຊື້ອການ ແລກປ່ຽນຢ້ຽມຢາມ ແລະ ການພົບປະເຊິ່ງກັນ ແລະ ກັນ ລະ ຫວ່າງ ການນໍາຂັ້ນສູງຂອງສອງພັກ ສອງລັດ ກໍຄື ບັນດາກະ ຊວງ-ຂະແໜງການ ນັບແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ ສືບຕໍ່ຮັດແໜ້ນ ແລະ ປະສານສົມທົບກັນຢ່າງໃກ້ຊິດ ໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ເສີມ ຂະຫຍາຍການຮ່ວມມືດ້ານການຄ້າ ການລົງທຶນ ການເຊື່ອມໂຍງເສດຖະກິດ ດ້ານວັດທະນະທໍາ-ສັງຄົມ ແລະ ການສຶກສາ ໃຫ້ມີບາດກ້າວໃໝ່ ແລະ ມີຄຸນນະພາບກວ່າເກົ່າ.