ເປີດອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ

    ກະຊວງປ້ອງກັນປະເທດ ຈັດພິທີເປີດອະນຸສອນສະຖານ ຄຸກກັກຂັງຜູ້ນໍາພັກ-ແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດ ທີ່ຄ້າຍໂພນເຄັງ ໃນວັນທີ 13 ກໍລະກົດ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ບັນດາການນໍາພັກ-ລັດ ແລະ ແຂກຖືກເຊີນ .

ເປີດອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ

    ໃນພິທີ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ການກໍ່ສ້າງອະນຸສອນສະຖານດັ່ງກ່າວນີ້ ເພື່ອຈາ ລຶກ ແລະ ເສີມຂະຫຍາຍຄັງສາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນການນໍາພາຂອງພັກ-ແນວລາວຮັກຊາດ ເປັນການຢັ້ງຢືນເຖີງຜົນງານອັນໂດດເດັ່ນ ຄວາມສະຫຼຽວສະຫຼາດ-ເກັ່ງກ້າ-ອາດຫານຊານໄຊ-ບໍ່ຍອມຈໍານົນຂອງບັນດາຜູ້ນຳເຮົາທີ່ກ້າປະເຊີນໜ້າໂດຍກົງກັບສັດຕູ ບໍ່ຫວັ່ນໄຫວຕໍ່ເຫດການໃດໆ ໃນການໂຕນອອກຈາກຄຸກຄັ້ງມະຫັດສະຈັນທີ່ບໍ່ເຄີຍມີໃນລາວ ກໍຄື ໃນໂລກ ເພື່ອສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ ນັກຮຽນ-ນັກສຶກສາ ແລະ ປະຊາ ຊົນລາວບັນດາເຜົ່າໃນທົ່ວປະເທດເຊື່ອມຊຶມກຳແໜ້ນກ່ຽວກັບປະຫວັດສາດມູນເຊື້ອແຫ່ງການຈັດຕັ້ງນຳພາຂອງພັກໃນການຕໍ່ສູ້ທາງດ້ານການເມືອງ ການທະຫານ ການຕ່າງປະເທດ ບົດຮຽນໃນການຂົນຂວາຍກໍ່ສ້າງຮາກຖານການເມືອງ ຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ ແລະ ຄວາມປີຊາສາມາດ ສະຫຼາດສ່ອງໃສຂອງສູນກາງພັກປະຊາຊົນ ປະຕິວັດລາວ ແລະ ເພື່ອເຜີຍແຜ່ຂໍ້ມູນກ່ຽວກັບວິລະກໍາການໂຕນຄຸກຄັ້ງມະຫັດສະຈັນຂອງບັນດາທ່ານຜູ້ນໍາແນວລາວຮັກຊາດໃຫ້ບັນດາເພື່ອມິດຜູ້ຮັກຫອມສັນຕິພາບ ເອກະລາດ ແລະ ຄວາມກ້າວໜ້າທາງສັງຄົມໃນທົ່ວໂລກຮັບຮູ້ ແລະ ເຂົ້າໃຈເຫດການປະ ຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າໃນຊຸມປີ 1945-1975.

    ອະນຸສອນສະຖານຄຸກກັກຂັງຜູ້ນໍາພັກ-ແນວລາວຮັກ ຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດ ທີ່ຄ້າຍໂພນເຄັງ ໃຊ້ເວລາກໍ່ສ້າງທັງໝົດ 7 ເດືອນກັບ 15 ວັນ ຄື ນັບແຕ່ວັນທີ 5 ກໍລະກົດ 2019 ແລະ ສຳເລັດໃນວັນທີ 15 ມັງກອນ 2020 ລວມມູນຄ່າການກໍ່ສ້າງທັງໝົດ 8,5 ຕື້ກີບ ໂດຍນຳໃຊ້ຮ່ວງເງິນປະຢັດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຮັບເໝົາກໍ່ສ້າງໂດຍບໍລິສັດ SCS ຈຳກັດ.

    ສໍາລັບຜູ້ນໍາແນວລາວຮັກຊາດ 16 ທ່ານ ທີ່ໂຕນອອກຈາກຄຸກຢ່າງມະຫັດສະຈັນໃນຄໍ່າຄືນວັນທີ 24 ພຶດສະພາ ປີ 1960 ລວມມີ: ທ່ານ ສຸພານຸວົງ ທ່ານ ໜູຮັກ ພູມສະຫວັນ ທ່ານ ພູມີ ວົງວິຈິດ ທ່ານ ພູນ ສີປະເສີດ ທ່ານ ສີທົນ ກົມມະດຳ ທ່ານ ສິງກະໂປ ສີໂຄດຈຸນລະມະນີ ທ່ານ ໝື່ນ ສົມວິຈິດ ທ່ານ ສີຊະນະ ສີສານ ທ່ານ ມາ ໄຂຄຳພິທູນທ່ານ ຄໍາຜາຍ ບຸບຜາ ທ່ານ ບົວສີ ຈະເລີນສຸກ ທ່ານ ມະຫາສົມບູນ ວົງໜໍ່ບຸນທໍາ ທ່ານ ເພົ້າ ພິມມະຈັນ ທ່ານ ຄໍາເພັດ ພົມມະວັນ ທ່ານ ພູເຂົາ ແລະ ທ່ານ ມານະວົງ ອີສານ.

error: Content is protected !!