ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມຈະເປີດຂຶ້ນ ໃນເດືອນມັງກອນນີ້ ໃນ

ຕອນເຊົ້າທີ 16 ມັງກອນ ນີ້ ສະຖານເອກອັກຄະລັດ ຖະທູດຫວຽດນາມ ປະຈໍາລາວ ໄດ້ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ເປັນກຽດໃນພິທີ ໂດຍມີ ສະຫາຍ ຟາມ ມິງ ຈ້ຽນ (PHAN MINH CHIEN) ອຸປະທູດ ຊົ່ວຄາວຫວຽດນາມປະຈໍາລາວ ສະ ຫາຍ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາຮອງ ຫົວໜ້າກົມ ຫົວໜ້າພະແນກ ຮອງຫົວໜ້າພະແນກ ພ້ອມ ດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງ.

ໃນກອງປະຊຸມ ສະຫາຍ ຟາມ ມິງ ຈ້ຽນ ໄດ້ລາຍງານເນື້ອໃນ ເອກະສານທີ່ສໍາຄັນ 3 ພາກໃຫຍ່ ຄື: ການກະກຽມກອງປະ ຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໝາກຜົນ ບັນລຸໄດ້ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຄວາມໝາຍ ແຜນນະໂຍບາຍ ແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດ ນາມ.

ກອງປະຊຸມຈະເປີດຂຶ້ນໃນລະຫວ່າງ ວັນທີ 19-25 ມັງກອນ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຊຶ່ງ ຈະມີຜູ້ແທນສົມບູນເຂົ້າຮ່ວມ 1ພັນກວ່າສະຫາຍ ທີ່ຕາງໜ້າ ໃຫ້ແກ່ສະມາຊິກພັກຫຼາຍກວ່າ 5 ພັນສະຫາຍ ມີອະດີດການ ນໍາພັກ ລັດ ສະຫາຍອະດີດກໍາມະການກົມການເມືອງສູນກາງ ພັກ ຄະນະເລຂາ ທິການສູນກາງພັກ ອະດີດກໍາມະການສູນກາງ ພັກ ພ້ອມທັງຜູ້ຊົງຄຸນວຸດທິປັນຍາຊົນ ບັນດາສິລະປິນຜູ້ມີ ຍົດຖາບັນດາສັກ ແລະ ຜູ້ແທນຊາວໜຸ່ມໃນທົ່ວປະເທດ. ກອງປະຊຸມ ຈະໄດ້ປຶກສາຫາລື ຮັບຮອງເອົາບັນດາເອກະ ສານທີ່ສໍາຄັນຄື: ບົດລາຍງານການເມືອງ ຂອງຄະນະບໍລິ ຫານງານສູນກາງພັກ ສະໄໝທີ XIII ບົດລາຍງານສະຫຼຸບ ບາງບັນຫາ ກ່ຽວກັບ ການປ່ຽນແປງໃໝ່ກ້າວຂຶ້ນສັງຄົມນິ ຍົມໃນໄລຍະ 40 ປີ ທີ່ຜ່ານມາ, ບົດລາຍງານສະຫຼຸບ 15 ປີແຫ່ງ ການປະຕິບັດກົດລະບຽບພັກ ໄລຍະ 202-2025 ແລະ ສະ ເໜີທິດ ໃນການປະກອບເພີ່ມ ການປັບປຸງກົດລະບຽບພັກ ບົດລາຍງານ ສະຫຼຸບສໍາຫຼວດ ການນໍາພາ ຊີ້ນໍາ ຂອງຄະນະບໍ ລິຫານງານສູນກາງພັກ ຄັ້ງທີ XIII ເນື້ອໃນກອງປະຊຸມໃຫຍ່ຄັ້ງນີ້ ແມ່ນ ຈະໄດ້ເລືອກຕັ້ງ ຄະນະບໍລິຫານງານສູນກາງພັກກອມ ມູນິດຫວຽດນາມສະໄໝທີ XIV ກອງປະຊຸມ ຄາດວ່າ ຈະມີນັກ ຂ່າວພາຍໃນປະເທດເຂົ້າເກັບກໍາຂ່າວ 600 ສະຫາຍ ນັກຂ່າວ ຕ່າງປະເທດ 800 ສະຫາຍ ແລະ ນັກຂ່າວຈາກປະເທດລາວ 3 ສະຫາຍ, ກອງປະຊຸມໃຫຍ່ແຕ່ລະຄັ້ງ ຂອງພັກ ໄດ້ຕິດພັນກັບ ບັນດາໜ້າທີ່ການເມືອງທີ່ແຕກຕ່າງກັນ ຊຶ່ງກອງປະຊຸມໃຫຍ່ ຄັ້ງນີ້ ແມ່ນເຫດການການເມືອງທີ່ສໍາຄັນຍິ່ງ ມີຄວາມໝາຍ ຕັດສິນຊີ້ຂາດ ຕໍ່ອະນາຄົດການພັດທະນາຂອງປະເທດຫວຽດ ນາມ ຊຶ່ງບໍ່ພຽງແຕ່ ສະຫຼຸບໄລຍະແຫ່ງການພັດທະນາ ໄລຍະ 5 ປີ ທີ່ຜ່ານມາເທົ່ານັ້ນ ຍັງກໍານົດ ຈຸດໝາຍ ໄລຍະ 5 ປີ ກໍານົດກ່ຽວ ກັບ ແນວຄິດ ຍຸດທະສາດ ວິໄສທັດ ທິດພັດທະນາປະເທດຊາດ. ໝາກຜົນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ສາມາດຮັກສາສະຖຽນ ລະພາບດ້ານເສດຖະກິດມະຫາພາກ ຄວບຄຸມໄພເງິນເຟີ້ ໜີ້ສິນສາທາລະນະ ການເຕີບໂຕ GDP ສະເລ່ຍ 2021-2025 6,3% ລວມຍອດ GDP 2025 ບັນລຸກວ່າ 510 ຕື້ໂດລາ ລາຍ ຮັບໃສ່ຫົວຄົນ 5.000ໂດລາ ໂຄງປະ ກອບເສດຖະກິດປ່ຽນ ແປງໃນທາງທີ່ຕັ້ງໜ້າ ຕາມທິດທັນສະໄໝ ອັດຕາຄວາມ ທຸກຍາກຫຼຸດລົງຢ່າງແຮງ ອາຍຸຍືນສະເລ່ຍຂອງປະຊາຊົນຫວຽດ ນາມເພີ່ມຂຶ້ນ.

ບັນດາໝາກຜົນດັ່ງກ່າວ ສະແດງໃຫ້ເຫັນເຖິງ ຄວາມເປັນເອກະພາບເປັນຈິດໜຶ່ງໃຈດຽວຂອງທົ່ວພັກ ແລະ ທົ່ວທັງລະບົບການເມືອງການກໍ່ສ້າງພັກກອມມູນິດຫວຽດນາມປອດໃສ ເຂັ້ມແຂງ. ກອງປະຊຸມໃຫຍ່ຄັ້ງທີ XIV ມີຫົວຂໍ້ວ່າ:” ພາຍໃຕ້ຄັນທຸງອັນສະ ຫງ່າລາສີຂອງພັກ ຮ່ວມຈິດຮ່ວມໃຈຈັດຕັ້ງບັນດາຄາດໝາຍ ພັດທະນາປະເທດຊາດ ຮອດປີ 2030 ຢ່າງມີໄຊ ເປັນເຈົ້າຕົນ ເອງດໍາເນີນຍຸດທະສາດ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຊື່ອໝັ້ນຕົນເອງ ກ້າວຂຶ້ນໃນສັງກະລາດ ກ້າວຂຶ້ນຂອງຊາດ ເພື່ອສັນຕິພາບ ເອກະລາດ ອະທິປະໄຕ ຄວາມຮັ່ງມີເຂັ້ມແຂງ ຈະເລີນຮຸ່ງເຮືອງສີວິໄລ ຜາສຸກ ກ້າວຂຶ້ນສັງຄົມນິຍົມຢ່າງໜັກ ແໜ້ນ” ກອງປະຊຸມ ໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດ ນາມ ປະຕິບັດຄາດໝາຍຮອດປີ 2030 ວິໄສທັດຮອດປີ 2045 ແລະ ວຽກງານອື່ນໆ.

error: Content is protected !!