ຄວັນ ທີ່ເບິ່ງບໍ່ເຫັນ ແຕ່ມີຜົນຮ້າຍແຮງ ​ດ້ວຍເຫດໃດ ມົນລະພິດ​ທາງອາກາດໃນ​ຄົວເຮືອນຈຶ່ງເປັນໄພ​ງຽບທຳ​ລາຍ​ສຸ​ຂະ​ພາບ

Rural woman preparing food in traditional home kitchen. Domestic life in Sri Lanka.

ໃນແຕ່ລະມື້ ມີຄົນຫຼາຍພັນລ້ານຄົນເຂົ້າໄປໃນຫ້ອງຄົວເພື່ອປຸງອາຫານ ແຕ່ສຳລັບປະຊາກອນເກືອບ 1/4 ຂອງໂລກ ການປຸງອາຫານນັ້ນກຳລັງທຳລາຍສຸຂະພາບຂອງເຂົາເຈົ້າຢ່າງຄ່ອຍໆ ໂດຍທີ່ບໍ່ຮູ້ຕົວ.

ຕາມຂໍ້ມູນຂອງ​ອົງ​ການ​ອະ​ນາ​ໄມໂລກ (WHO) ໃຫ້​ຮູ້​ວ່າ: ປະມານ 2,1 ພັນລ້ານຄົນ ທົ່ວໂລກ ຍັງໃຊ້ ເຕົາໄຟ ຫຼື ເຕົາປຸງອາຫານທີ່ບໍ່ມີປະສິດທິພາບ ໂດຍໃຊ້ເຊື້ອໄຟເຊັ່ນ ໄມ້(ຟືນ) ຖ່ານ ຂີ້ສັດ ເສດພືດ ຖ່ານຫີນ ແລະ ນ້ຳມັນກາຊວນ… ເຊື້ອໄຟເຫຼົ່ານີ້ປ່ອຍຄວັນພິດໜາແໜ້ນໃນເຮືອນ ເຮັດໃຫ້ເກີດ ມົນລະພິດອາກາດໃນເຮືອນ ​ເຊິ່ງເປັນໄພຄຸກຄາມຕໍ່ສຸຂະພາບທີ່ອັນຕະລາຍແຕ່ມັກຖືກ​ເບິ່ງຂ້າມ.

ໃນເຮືອນທີ່ລະບາຍອາກາດບໍ່ດີ ປະລິມານຝຸ່ນລະອອງຂະໜາດນ້ອຍຈາກຄວັນທີ່​ມາ​ຈາກກ​ານປຸງ​ແຕ່ງອາຫານສາມາດສູງກວ່າຄ່າປອດໄພຮອດ 100 ເທົ່າ ເຮັດໃຫ້ອະນຸພາກຈຸລະນະນ້ອຍໆ ແຊກເຂົ້າໄປໃນປອດ ແລະ ເຂົ້າໄປໃນກະແສເລືອດ.

ມົນລະພິດອາກາດໃນຄົວເຮືອນບໍ່ແມ່ນພຽງບັນຫາສິ່ງແວດລ້ອມ ແຕ່ເປັນສາເຫດສຳຄັນຂອງການເຈັບປ່ວຍ ແລະ ການເສຍຊີວິດກ່ອນໄວອັນຄວນ ເຊິ່ງໃນປີ 2021 ​ປະເມີນວ່າ ມີຜູ້ເສຍຊີວິດປະມານ 2,9 ລ້ານຄົນ ທົ່ວໂລກ ຈາກມົນລະພິດອາກາດໃນຄົວເຮືອນ ໃນນັ້ນມີເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຫຼາຍກວ່າ 300.000 ຄົນ ເມື່ອນຳລວມກັບມົນລະພິດອາກາດນອກບ້ານ ອາກາດເປື້ອນເປັນສາເຫດຂອງການເສຍຊີວິດກ່ອນໄວປະມານ 6,7 ລ້ານຄົນຕໍ່ປີ.

ຄວັນຈາກເຊື້ອໄຟ ແລະ ນ້ຳມັນກາຊວນ ມີສານພິດທີ່ເຮັດໃຫ້ທໍ່ຫາຍໃຈອັກເສບ ທຳລາຍປອດ ທຳໃຫ້ພຸມຄຸ້ມກັນອ່ອນແອ ແລະ ຫຼຸດປະລິມານອົກຊີ​ແຊນໃນເລືອດ ເຊິ່ງການສຳຜັດໃນ​ໄລຍະຍາວນຳໄປສູ່​ການ​ເກີດ​ພະ​ຍາດ​ທີ່ບໍ່ຕິດຕໍ່ ຫຼາຍຊະນິດ ລວມມີ: ຫົວໃຈຂາດເລືອດ 32% ​ເສັ້ນເລືອດໃນສະໝອງ 23% ການຕິດເຊື້ອທາງເດີນຫາຍໃຈຕ່ຳ 21% ປອດອຸດຕັນເຮື້ອຮັງ (COPD) 19% ແລະ ມະເຮັງປອດ 6% ມີເດັກນ້ອຍອາຍຸຕ່ຳກວ່າ 5 ປີ ເກືອບ ເຄິ່ງໜຶ່ງ ຂອງການເສຍຊີວິດຈາກພະ​ຍາດປອດອັກເສບ ເກີດຈາກການສູດດົມຄວັນໃນ​ຄົວເຮືອນ.

ແມ່ຍິງ ແລະ ເດັກນ້ອຍ ເປັນກຸ່ມທີ່ຢູ່ໃນຫ້ອງຄົວຫຼາຍທີ່ສຸດ ແລະ ຈຶ່ງຮັບຄວັນພິດຫຼາຍທີ່ສຸດຍັງຕ້ອງໃຊ້ເວລາຫຼາຍໃນການເກັບໄມ້ຟືນ ເຮັດໃຫ້ຂາດໂອກາດດ້ານການສຶກສາ ແລະ ລາຍຮັບ ຊ່ອງຫວ່າງຂອງການໃຊ້ເຊື້ອໄຟສະອາດຖ້າບໍ່ມີນະໂຍບາຍທີ່ແຂງແຮງ ພາຍໃນປີ 2030 ຍັງຈະມີປະຊາກອນປະມານ 1,8 ພັນລ້ານຄົນ ທີ່ຍັງຕ້ອງຫາຍໃຈຄວັນພິດໃນຄົວເຮືອນ.

ຢ່າງ​ໃດ​ກໍ​ຕາມ ເພື່ອຫຼຸດ​ຜ່ອນ​ຜົນ​ກະ​ທົບ​ດັ່ງ​ກ່​າວ ການ​ນຳ​ໃຊ້ພະລັງງານສະອາດ ​ຈຶ່​ງ​ເປັນ​ວິ​ທີ​ທີ່​ດີ​ທີ່​ສຸດ​ເພື່ອຊ່ວຍຫຼຸດ​ອັດ​ຕາ​ການ​ເສຍ​ຊີວິດຈາກ​ບັນ​ຫາ​ດັ່ງ​ກ່າວ​ເຊັ່ນ: ການໃຊ້ໄຟຟ້າ ແກັດ ພະລັງງານແສງຕາເວັນ ແລະ ເຕົາທີ່ມີມາດຕະ ຖານ ສາມາດຫຼຸດຄວັນພິດໄດ້ຢ່າງຫຼາຍ ແລະ ປົກປ້ອງສຸຂະພາບ ເຊິ່ງຈຳເປັນຕ້ອງມີການປ່ຽນແປງນະໂຍບາຍ ເພື່ອເພີ່ມຈຳນວນປະຊາຊົນໃຫ້ເຂົ້າເຖິງເຊື້ອໄຟ ແລະ ເຕັກໂນໂລຢີທີ່ສະອາດໃຫ້ໄດ້ຢ່າງວ່ອງ​ໄວພາຍໃນປີ 2030 ເພື່ອແກ້ໄຂ​ຜົນ​ກະ​ທົບ​ຕໍ່ດ້ານສຸຂະພາບ ບັນລຸເປົ້າໝາຍການພັດທະນາຢ່າງຍືນຍົງ 2030 ແລະ ລົດຜ່ອນຜົນກະທົບຈາກການປ່ຽນແປງສະພາບອາກາດ ການປຸງອາຫານດ້ວຍເຊື້ອໄຟສະອາດ ບໍ່ແມ່ນຄວາມຫຼູຫຼາ ແຕ່ແມ່ນສິດທິພື້ນຖານທາງສຸຂະພາບ.

error: Content is protected !!