ອົງການອະນາໄມໂລກ ຫຼື WHO ຮຽກຮ້ອງໃຫ້ລັດຖະບານບັນດາປະເທດ ນຳໃຊ້ພາສີຕໍ່ເຄື່ອງດື່ມທີ່ມີຣົດຫວານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ເພື່ອຊ່ວຍຊີວິດປະຊາຊົນ ແລະ ເພີ່ມລາຍຮັບເຂົ້າງົບປະມານຂອງລັດ.

ເຄື່ອງດື່ມທີ່ມີຣົດຫວານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ຍັງມີລາຄາຖືກ ເນື່ອງຈາກອັດຕາພາສີທີ່ຕ່ຳຢ່າງຕໍ່ເນື່ອງໃນຫຼາຍປະ ເທດ ເຊິ່ງເປັນບັນຫາທີ່ກຳລັງກະຕຸ້ນໃຫ້ເກີດພະຍາດຕຸ້ຍ ເບົາຫວານ ໂລກຫົວໃຈ ມະເຮັງ ໂດຍສະເພາະໃນເດັກນ້ອຍ ແລະ ໄວໜຸ່ມ.
ຕາມບົດລາຍງານຂອງ ອົງການ WHO ໄດ້ຮຽກຮ້ອງໃຫ້ລັດຖະບານປະເທດຕ່າງໆ ເພີ່ມພາສີຕໍ່ເຄື່ອງດື່ມທີ່ມີຣົດຫວານ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ໂດຍເຕືອນວ່າ ລະບົບພາສີທີ່ອ່ອນແອ ກຳລັງເຮັດໃຫ້ສິນຄ້າທີ່ທຳລາຍສຸຂະພາບເຫຼົ່ານີ້ຍັງຄົງລາຄາຖືກ ໃນຂະນະທີ່ລະບົບສາທາລະນະສຸກກຳລັງປະເຊີນກັບພາລະຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ຈາກພະຍາດທີ່ສາມາດປ້ອງກັນໄດ້.



ທ່ານ ດຣ. ເທໂດຣສ ອາດານຳ ເກບເຣເຢຊຸສ (Dr Tedros Adhanom Ghebreyesus) ຜູ້ອຳນວຍການ ອົງການ WHO ກ່າວວ່າ: “ພາສີດ້ານສຸຂະພາບ ແມ່ນໜຶ່ງໃນເຄື່ອງມືທີ່ມີປະສິດທິຜົນຫຼາຍທີ່ສຸດ ໃນການສົ່ງເສີມສຸຂະພາບ ແລະ ປ້ອງກັນພະຍາດ ໂດຍການເພີ່ມພາສີຕໍ່ສິນຄ້າເຊັ່ນ: ຢາສູບ ເຄື່ອງດື່ມຫວານ ແລະ ເຫຼົ້າ ລັດຖະບານສາມາດຫຼຸດການບໍລິໂພກທີ່ເປັນອັນຕະລາຍ ແລະ ເພີ່ມທຶນເພື່ອໃຊ້ໃນບໍລິການສຸຂະພາບທີ່ຈຳເປັນ”
ຕະຫຼາດຂອງເຄື່ອງດື່ມຫວານ ແລະ ເຫຼົ້າ ໃນທົ່ວໂລກ ສ້າງກຳໄລຫຼາຍຕື້ໂດລາ ເຮັດໃຫ້ການບໍລິໂພກແຜ່ຫຼາຍ ແລະ ບໍລິສັດໄດ້ກຳໄລສູງ ແຕ່ລັດຖະບານກັບໄດ້ຮັບສ່ວນແບ່ງພາສີທີ່ຕ່ຳ ເຮັດໃຫ້ສັງຄົມຕ້ອງແບກຮັບພາລະຄ່າໃຊ້ຈ່າຍດ້ານສຸຂະພາບໃນໄລຍະຍາວ


ບົດລາຍງານລະບຸວ່າ ມີຢ່າງໜ້ອຍ 116 ປະເທດ ທີ່ເກັບພາສີເຄື່ອງດື່ມທີ່ມີຣົດຫວານ ສ່ວນໃຫຍ່ແມ່ນນ້ຳອັດລົມ ແຕ່ຜະລິດຕະພັນທີ່ມີີຣົດຫວານອື່ນໆ ເຊັ່ນ: ນ້ຳໝາກໄມ້ 100% ນ້ຳນົມປຸງລົດ ແລະ ກາເຟ ຫຼື ຊາສຳເລັດຮູບ ຍັງບໍ່ຖືກເກັບພາສີ ແລະ 97% ຂອງປະເທດເກັບພາສີເຄື່ອງດື່ມຊູກກະລັງ (energy drink) ຕົວເລກນີ້ຍັງບໍ່ປ່ຽນແປງນັບຕັ້ງແຕ່ປີ 2023
ບົດລາຍງານອີກສະບັບໜຶ່ງຂອງ ອົງການ WHO ລະບຸວ່າ ຢ່າງໜ້ອຍ 167 ປະເທດ ເກັບພາສີເຫຼົ້າ ແລະ 12 ປະເທດ ຫ້າມດື່ມເຫຼົ້າຢ່າງສິ້ນເຊີງ ແຕ່ເຫຼົ້າກັບກາຍເປັນສິນຄ້າທີ່ຊື້ໄດ້ງ່າຍຂຶ້ນ ຫຼື ລາຄາບໍ່ເພີ່ມໃນຫຼາຍປະເທດ ນັບຕັ້ງແຕ່ປີ 2022 ເນື່ອງຈາກພາສີບໍ່ທັນກັບອັດຕາເງິນເຟ້ີ ແລະ ການເພີ່ມລາຍໄດ້ ແມ່ນແຕ່ເຫຼົ້າວາຍ ຍັງບໍ່ຖືກເກັບພາສີຢ່າງນ້ອຍ 25 ປະເທດ ສ່ວນໃຫຍ່ຢູ່ໃນເອີໂຣບ ທັງໆທີ່ມີຄວາມສ່ຽງດ້ານສຸຂະພາບຢ່າງຊັດເຈນ.
ທ່ານ ດຣ. ເອທຽນ ຄຣຸກ (Dr Etienne Krug) ຜູ້ອຳນວຍການພະແນກກຳນົດປັດໃຈສຸຂະພາບ ການສົ່ງເສີມ ແລະ ການປ້ອງກັນ ຂອງ ອົງການ WHO ກ່າວວ່າ:“ເຫຼົ້າທີ່ລາຄາຖືກ ນຳໄປສູ່ຄວາມຮຸນແຮງ ການບາດເຈັບ ແລະ ພະຍາດ ໃນຂະນະທີ່ບໍລິສັດໄດ້ກຳໄລ ປະຊາຊົນກັບຕ້ອງຮັບຜົນສະທ້ອນດ້ານສຸຂະພາບ ແລະ ສັງຄົມຕ້ອງແບກຮັບຄ່າໃຊ້ຈ່າຍທາງເສດຖະກິດ”
ອົງການ WHO ພົບວ່າໃນທົ່ວທຸກພາກພື້ນ:
• ຊັດສ່ວນພາສີເຫຼົ້າຍັງຕ່ຳ ໂດຍຊັດສ່ວນພາສີສະເລ່ຍທົ່ວໂລກ ຢູ່ທີ່ 14% ສຳລັບເບຍ ແລະ 22,5% ສຳລັບເຫຼົ້າແຮງ
• ພາສີເຄື່ອງດື່ມທີ່ມີຣົດຫວານ ແມ່ນຍັງຕ່ຳ ແລະ ບໍ່ຄອບຄຸມ ໂດຍຊັດສ່ວນພາສີສະເລ່ຍຢູ່ພຽງ 2% ຂອງລາຄານ້ຳອັດລົມ 1 ຂວດ ແລະ ມັກເກັບພາສີພຽງບາງປະເພດ ເຮັດໃຫ້ສິນຄ້າຫຼາຍຊະນິດຫຼຸດລອດ.
• ມີປະເທດໜ້ອຍຫຼາຍທີ່ປັບພາສີຕາມອັດຕາເງິນເຟ້ີ ເຮັດໃຫ້ສິນຄ້າທີ່ທຳລາຍສຸຂະພາບຍິ່ງຊື້ໄດ້ງ່າຍຂຶ້ນ.


ທ່າອ່ຽງເຫຼົ່ານີ້ຍັງຄົງມີຢູ່ ແມ່ນແຕ່ຜົນສຳຫຼວດຂອງ Gallup ປີ 2022 ພົບວ່າ: ຄົນສ່ວນໃຫຍ່ໃນປະເທດທີ່ສຳຫຼວດ ສະໜັບສະໜູນໃຫ້ເພີ່ມພາສີເຫຼົ້າ ແລະ ເຄື່ອງດື່ມຫວານ.
ອົງງການ WHO ກຳລັງຮຽກຮ້ອງໃຫ້ປະເທດຕ່າງໆ ຍົກລະດັບ ແລະ ອອກແບບການເກັບພາສີໃໝ່ ພາຍໃຕ້ໂຄງການ 3 by 35 initiative ເພື່ອເພີ່ມລາຄາທີ່ແທ້ຈິງຂອງ 3 ສິນຄ້າຫຼັກ ແມ່ນ ຢາສູບ ເຫຼົ້າ ແລະ ເຄື່ອງດື່ມທີ່ມີຣົດຫວານ ໃຫ້ສູງຂຶ້ນພາຍໃນປີ 2035 ເພື່ອເຮັດໃຫ້ສິນຄ້າປະເພດດັ່ງກ່າວຫາຊື້ໄດ້ຍາກຂຶ້ນ ແລະ ຊ່ວຍປົກປ້ອງສຸຂະພາບຂອງປະຊາຊົນ.