ສ້າງສາຍພົວພັນການທູດລະຫວ່າງ ສ​ປ​ປ ລາວ ແລະ ຣາຊະອານາຈັກ ຮາຊິມິດ ຊອກດານີ

ໃນຕອນເຊົ້າຂອງ ວັນທີ 7 ມັງກອນ 2026 ຢູ່ທີ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນ ນິວຢອກ ສະຫະລັດ ອາເມລິກາ ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຮາຊິມິດ ຊອກດານີ ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ​ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງຣາຊະອານາຈັກ ຣາຊິມິດ ຊອກດານີ ແມ່ນ ທ່ານ ວາລີດ ຄາລີດ ໂອເບດັດ (H.E. Mr. Walid Obeidat) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.

ຣາຊະອານາຈັກ ຮາຊິມິດ ຊອກດານີ ໄດ້ຮັບເອກະລາດໃນວັນທີ 25 ພຶດສະພາ 1946 ຈາກປະເທດອັງກິດ ເຊິ່ງປະກອບມີ 12 ແຂວງ ມີນະຄອນຫຼວງຊື່ວ່າ ອຳມານ (Amman) ເປັນ 01/56 ປະເທດທີ່ມີລາຍຮັບສູງປານກາງ (Upper-Middle-Income Economy) ຊອກດານີ ມີລະບົບການປົກຄອງໂດຍມີກະສັດເປັນປະມຸກລັດ ແລະ ນາຍົກລັດະມົນຕີເປັນຫົວໜ້າລັດຖະບານ; ມີເນື້ອທີ່ທັງຫມົດ: 89,342 ກິໂລຕາແມັດ ຕັ້ງຢູ່ອາຊີຕາເວັນຕົກ ມີຊາຍແດນທາງບົກຕິດກັບ 5 ປະເທດຄື: ອາຣັບບີ ຊາອຸດິດ ຊີຣີ ອີຣັກ ປາແລັດສະຕິນ ແລະ ອິດສະຣາແອນ ມີປະຊາກອນ ປະມານ 11.680.000 ຄົນ ພາສາທາງການ: Arabic ແລະ ນໍາໃຊ້ພາສາອັງກິດຢ່າງກວ້າງຂວາງ 92% ຖືສາສະໜາ Muslim ແລະ 6% ຖືສາສະໜາ Christians ຊຶ່ງອາໃສຢູ່ນະຄອນຫຼວງ 01% Shia ຫລື Sufi ແລະ ອີກ 01% ຖືສາສະໜາອື່ນໆ ແລະ ໃຊ້ສະກຸນເງິນ: Jordanian Dinar (JOD). ລາຍໄດ້ສະເລ່ຍແຫ່ງຊາດ (GDP (nominal)) ປະມານ 50,62 ຕື້ໂດລາສະຫະລັດ (2023) ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນ 4,850 ໂດລາສະຫະລັດ (2023) ທ່າແຮງດ້ານເສດຖະກິດມີ ສິນຄ້າສົ່ງອອກທີ່ສຳຄັນຄື: ເຄື່ອງນຸ່ງຫົ່ມ ປຸ໋ຍ ວັດຖຸເຄມີເຮັດຈາກໂປຕັດຊຽມ (Potash) ເກືອກົດຟອສຟໍ (Phosphates) ຜັກ ຢາປົວພະຍາດ ສິນຄ້ານຳເຂົ້າ: ນໍ້າມັນດິບ ເຄື່ອງຈັກ ອຸປະກອນຂົນສົ່ງ ເຫຼັກ ແລະ ພຶດປະເພດເມັດ ເຊັ່ນ: ເຂົ້າ ສາລີ ແລະ ອື່ນໆ.

ຣາຊະອານາຈັກ ຮາຊິມິດ ຊອກດານີ ໄດ້ເຂົ້າເປັນສະມາຊິກຂອງອົງການ ສປຊ ໃນວັນທີ 14 ທັນວາ 1950 ໂດຍຈັດຢູ່ໃນກຸ່ມພາກພື້ນອາຊີ-ປາຊີຟິກ ເຄີຍໄດ້ຮັບການເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມຫມັ້ນຄົງ ສປຊ 03 ຄັ້ງ ໃນປີ 1965-1968, 1962-1983 ແລະ 2014-2015 ສະພາເສດຖະກິດ-ສັງຄົມ 05 ຄັ້ງໃນປີ 1961-1963 1974-1976 1980-1982 1989-1991 1996-1998 ແລະ ສະພາສິດທິມະນຸດ 01 ຄັ້ງໃນປີ 2006-2012″ ແລະ ຍັງມີການເຄື່ອນໄຫວຢ່າງຫ້າວຫັນໃນນາມເປັນສະມາຊິກຂອງກຸ່ມ NAM and ກຸ່ມ G77 and China.

ໃນໂອກາດດຽວກັນນີ້ ທັງສອງຝ່າຍ ຍັງໄດ້ຢືນຢັນຄືນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆໃນຕໍ່ຫນ້າ ລວມທັງ ການສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນເວທີສາກົນ ປັດຈຸບັນ ສປປ ລາວ ພວມເຮັດຫນ້າທີ່ເປັນສະມາຊິກສະພາບໍລິຫານອົງການ ອຸຍນີເຊັບ ແລະ ສະພາບໍລິຫານງານກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs) ການສ້າງຕັ້ງສາຍພົວພັນການທູດຄັ້ງນີ້ ເປັນການປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດກັບຕ່າງປະເທດ ເພີ່ມຂຶ້ນເປັນ 152 ປະເທດ ໃນທົ່ວໂລກ.

error: Content is protected !!