ການຮ່ວມມືລາວ-ຫວຽດນາມ ໄລຍະຜ່ານມາບັນລຸໄດ້ຜົນສໍາເລັດຫຼາຍດ້ານ


ສປປ ລາວ ແລະ ສສ ຫວຽດນາມ ພາຍໃຕ້ຄວາມເອົາໃຈໃສ່ ແລະ ການຊີ້ນໍາ-ນໍາພາຢ່າງເປັນປະຈຳຂອງສອງພັກ ສອງລັດ ສາມາດຕີລາຄາໄດ້ຢ່າງໜັກແໜ້ນວ່າການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ສາມາດບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ ບັນດາກະຊວງ ອົງການ ຂະແໜງການ ແລະ ທ້ອງຖິ່ນຂອງສອງຝ່າຍໄດ້ຕັ້ງໜ້າປະສານສົມທົບຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງລາວ-ຫວຽດນາມໄດ້ຢ່າງມີປະສິດທິຜົນ ແລະ ແທດກັບຕົວຈິງ.


ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວ ກັບການຮ່ວມມືລະຫວ່າງສອງປະເທດຫວຽດນາມ-ລາວໃນສະໄໝກອງປະຊຸມໃຫຍ່ຄັ້ງທີ XI ຂອງລາວ ແລະ ສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຫວຽດນາມໃນອາທິດຜ່ານມານີ້ວ່າ ການຮ່ວມມືສອງຝ່າຍໄລຍະ 2021-2025 ສາມາດບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ ສິ່ງທີ່ພົ້ນເດັ່ນ ໃນໄຕມາດທີ IV ຂອງປີ 2024 ແລະ ປີ 2025 ແມ່ນການຫັນປ່ຽນທີ່ແຂງແຮງ ສາມາດແກ້ໄຂໄດ້ຢ່າງຂາດຕົວ ບັນດາເນື້ອໃນ ແຜນການ ແລະ ໂຄງການຮ່ວມມືຍຸດທະສາດ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂອງແຕ່ລະປະ ເທດ ໄດ້ມີການປັບປຸງ ແລະ ເພີ່ມທະວີຄວາມເຊື່ອໝັ້ນແບບຍຸດທະສາດກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກ ຄີພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ ລາວ-ຫວຽດນາມ ການພົວພັນດ້ານການເມືອງ-ການທູດ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ກ້າວເຂົ້າສູ່ລວງເລິກ ການທີ່ສອງຝ່າຍເຫັນດີເປັນເອກກະພາບເພີ່ມຄຳວ່າ “ຫຸ້ນສ່ວນຍຸດທະ ສາດ” ເຂົ້າໃນຄຳຂວັນຂອງການພົວພັນສອງຝ່າຍນັ້ນສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງເລິກເຊິ່ງ ແລະ ຄວາມຕັ້ງໃຈຮ່ວມກັນຂອງສອງພັກ ແລະ ສອງລັດໃນການຍົກລະດັບສາຍພົວພັນພິເສດລາວ-ຫວຽດນາມຂຶ້ນສູ່ລະດັບໃໝ່ ເພື່ອຕອບສະໜອງຜົນປະໂຫຍດ ແລະ ຄວາມມຸ່ງຫວັງຕົວຈິງຂອງປະຊາຊົນທັງສອງປະເທດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.


ສຳລັບການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແມ່ນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນໃນການພົວພັນລາວ-ຫວຽດນາມ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ ຮັບປະກັນວຽກ ງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ ສອງຝ່າຍສືບຕໍ່ຮັບປະກັນຄວາມປອດໄພ ຮັກສາຊາຍແດນສັນຕິພາບ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພທາງດ້ານສັງຄົມຢູ່ແຕ່ລະປະເທດ ໃນນັ້ນ ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ໄດ້ມີການພັດທະນາ ແລະ ບັນລຸໄດ້ບັນດາ ໝາກຜົນທີ່ພົ້ນເດັ່ນ ຫວຽດນາມເປັນຜູ້ລົງທຶນສໍາຄັນອັນດັບຕົ້ນໆ ຢູ່ ສປປ ລາວ ໂຄງການຮ່ວມມືຫຼາຍໂຄງການໄດ້ດໍາເນີນໄປຢ່າງມີປະສິດທິຜົນຊ່ວຍສົ່ງເສີມການພັດທະ ນາເສດຖະກິດ-ສັງຄົມຂອງລາວ ແລະ ການເຊື່ອມໂຍງເສດຖະກິດລະຫວ່າງສອງປະເທດ ມູນຄ່າການຄ້າສອງສົ້ນໃນປີ 2025 ບັນລຸໄດ້ເກືອບ 3 ຕື້ໂດລາ ເຊິ່ງຈະເປັນປັດໄຈໃຫ້ສອງຝ່າຍສູ້ຊົນໃຫ້ບັນລຸ 5 ຕື້ໂດລາຕາມຄາດໝາຍທີ່ສອງຝ່າຍໄດ້ວາງໄວ້ໃນເວລາອັນໃກ້ນີ້ ໃນນັ້ນ ການຮ່ວມມືດ້ານວັດທະນະທຳ-ສັງຄົມ ມີການຮ່ວມມື ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ ອັນພົ້ນເດັ່ນແມ່ນ UNESCO ໄດ້ຮັບຮອງເອົາສວນອຸທະຍານທໍາມະຊາດຫີນໜາມໜໍ່ຢູ່ ແຂວງຄຳມ່ວນ ເປັນມໍລະດົກໂລກທາງທຳມະຊາດທີ່ຄູ່ຂະໜານກັບສວນອຸທະຍານມໍລະດົກໂລກທາງທຳມະຊາດຟອງຍາແກບາງຢູ່ແຂວງກວາງບິງ ສສ ຫວຽດນາມ ເຊິ່ງເປັນຄວາມພະຍາຍາມຮ່ວມກັນ ແລະ ຄວາມພາກພູມໃຈຂອງສອງປະເທດ ການຮ່ວມມືດ້ານການສຶກສາ ບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ຮັບປະກັນຄຸນນະພາບ ແລະ ປະສິດທິຜົນ.

error: Content is protected !!