
ສະຫະພັນກີລາເພາະກາຍແຫ່ງຊາດລາວ ອອກແຈ້ງການໃນວັນທີ 17 ມີນາ 2020 ໃຫ້ຮູ້ວ່າ: ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທົ່ວໂລກ ມີການຂະຫຍາຍວົງກວ້າງ ໂດຍສະ ເພາະປະເທດອ້ອມຂ້າງ ສປປ ລາວ ກໍຄືບັນດາປະເທດສະມາຊິກອາຊຽນ ມາເຖິງປັດຈຸບັນນີ້ສະພາບການແຜ່ລະບາດ ແລະ ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ດັ່ງນັ້ນ ອີງຕາມກຳນົດຈັດການແຂ່ງຂັນເພາະກາຍ ຊີງແຊັມອາຊຽນ ຄັ້ງທີ XVII ທີ່ ສປປ ລາວ ເປັນເຈົ້າພາບ ລະຫວ່າງ ວັນທີ 11 ຫາ 16 ມິຖຸນາ 2020 ຈາກສະພາບການແຜ່ລະບາດຍັງຂະຫຍາຍໂຕໃນພາກພື້ນອາຊຽນຢູ່ນັ້ນ ແລະ ເພື່ອປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດດັ່ງກ່າວ ສະຫະພັນເພາະກາຍແຫ່ງຊາດລາວ ຈຶ່ງໄດ້ອອກແຈ້ງການເລື່ອນການແຂ່ງຂັນດັ່ງກ່າວ ໄປເປັນວັນທີ 24-29 ກັນຍາ 2020 ຫຼື ຈົນກວ່າສະພາບຈະກັບມາເປັນປົກກະຕິ ເຊິ່ງຈະມີການແຈ້ງການແຂ່ງຂັນອີກຄັ້ງໜຶ່ງ ໃນວັນທີ 20 ມິຖຸນາ 2020.
ການຈັດການແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງນີ້ ຖືເປັນຄັ້ງທຳອິດ ທີ່ສະຫະພັນເພາະກາຍອາຊຽນ ໄດ້ອະນຸມັດມອບໝາຍໃຫ້ສະຫະພັນເພາະກາຍແຫ່ງຊາດລາວ ເປັນເຈົ້າພາບຈັດການແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງທີ XVII ຫຼື “South East Asian 17th Bodybuilding and Physique Sport Championships” ຫຼັງປະສົບຜົນສຳເລັດໃນການຈັດການແຂ່ງຂັນພາຍໃນທີ່ມີມາດຖານລະດັບສາກົນ ລວມເຖິງມີຜົນງານການເຂົ້າຮ່ວມແຂ່ງຂັນລະດັບນານາຊາດຫຼາຍລາຍການ ຖືເປັນໂອກາດດີທີ່ ສປປ ລາວ ກໍຄືພາກສ່ວນທີ່ກ່ຽວຂ້ອງຈະໄດ້ສະແດງສັກກະຍະພາບ ແລະ ຄວາມສາດມາດໃນການເປັນເຈົ້າພາບງານນີ້ ເພື່ອຕໍ່ຍອດສູ່ການຊີງສິດເປັນເຈົ້າພາບງານລະດັບທະວີບ ແລະ ລະດັບໂລກຕໍ່ໄປໃນອະນາຄົດ.