ເມືອງວຽງຄຳ ໂຈະແຂ່ງຂັນຊ່ວງເຮືອຍາວປະເພນີ

    ທ່ານ​ເຈົ້າ­ເມືອງ​ວຽງ​ຄຳ ແຂວງ​ຫຼວງ​ພະ​ບາງ ໄດ້​ອອກ​ແຈ້ງ​ການ​ເມື່ອ​ວັນ​ທີ 16 ມີ­ນາ 2020 ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ການ​ແຈ້ງ​ໂຈະ​ການ​ແຂ່ງ­ຂັນ​ຊ່ວງ​ເຮືອ​ຍາວ​ປະ­ເພ­ນີ ປະ­ຈຳ​ປີ 2020 ເພື່ອ​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕາມ​ຮີດ­ຄອງ​ປະ­ເພ­ນີ​ຂອງ​ເມືອງ ທີ່​ສືບ​ທອດ​ກັນ​ມາ​ຕັ້ງ­ແຕ່​ດົນ​ນານ ເພື່ອ​ຫຼີກ​ລ່ຽງ ແລະ ປ້ອງ​ກັນ​ເຊື້ອ​ພະ­ຍາດ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ໂຄ​ວິດ-19 ທີ່​ກຳ­ລັງ​ແຜ່​ລະ­ບາດ​ຢ່າງ​ໜັກ​ໃນ​ທົ່ວ​ໂລກ ເຖິງ​ວ່າ ສປປ ລາວ ທີ່​ຍັງ​ບໍ່​ທັນ​ມີ​ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ​ນີ້​ກໍ​ຕາມ ເນື່ອງ​ຈາກ​ບັນ­ດາ​ປະ­ເທດ​ໃນ​ຂົງ­ເຂດ​ອາ​ຊຽນ ໂດຍ​ສະ­ເພາະ​ປະ­ເທດ​ບ້ານ​ໃກ້​ເຮືອນ​ຄຽງ ກໍ​ມີ​ຫຼາຍ​ກໍ­ລະ­ນີ​ຕິດ​ທີ່​ເຊື້ອ​ພະ­ຍາດ​ດັ່ງ­ກ່າວ​ເກີດ​ຂຶ້ນ​ຈຳ­ນວນ​ຫຼວງ­ຫຼາຍ ເຊິ່ງ​ເປັນ​ໄພ​ໃກ້​ຕົວ ສະ­ນັ້ນ ຈຶ່ງ​ປ້ອງ​ກັນ​ໄວ້​ກ່ອນ​ດີ​ກວ່າ​ແກ້ ໄດ້​ສັ່ງ​ໂຈະ​ການ​ຈັດ​ບຸນ​ປະ­ເພ­ນີ​ດັ່ງ­ກ່າວ​ໄວ້​ກ່ອນ ນອກ­ຈາກ​ການ​ແຂ່ງ­ຂັນ​ບຸນ­ຊ່ວງ­ເຮືອ​ຍາວ​ປະ­ເພ­ນີ​ນີ້​ແລ້ວ ກໍ​ຍັງ​ສັ່ງ​ຢຸດ​ງານ​ຊຸມ­ນຸມ​ທີ່​ມີ​ມວນ​ຊົນ​ເຂົ້າ​ຮ່ວມ​ຈຳ­ນວນ​ຫຼວງ­ຫຼາຍ ແອ​ອັດ ແລະ ມີ​ແຂກ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເຊິ່ງ​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ​ພະ­ຍາດ​ໂຄ​ວິດ-19 ແລະ ມີ​ຄວາມ​ຫຍຸ້ງ­ຍາກ​ຕໍ່​ການ​ປ້ອງ​ກັນ ຄວບ​ຄຸ້ມ ແລະ ກວດ­ກາ ກໍ​ຕ້ອງ​ໄດ້​ສັ່ງ​ໂຈະ​ການ­ເຄື່ອນ­ໄຫວ​ເຊັ່ນ​ກັນ.

    ສ່ວນ​ກິດ­ຈະ­ກຳ​ທີ່​ກ່ຽວ­ຂ້ອງ​ເຖິງ​ຮີດ­ຄອງ​ປະ­ເພ­ນີ ເປັນ­ຕົ້ນ​ແມ່ນ​ບຸນ­ປີ­ໃໝ່​ລາວ ແມ່ນ​ໃຫ້​ສືບ­ຕໍ່​ປະ­ຕິ­ບັດ​ຕາມ​ຮີດ­ຄອງ​ປະ­ເພ­ນີ ແຕ່​ບໍ່​ໃຫ້​ມີ​ການ​ຈັດ​ກິດ­ຈະ­ກຳ ທີ່​ມີ​ມວນ​ຊົນ​ເຂົ້າ​ຮ່ວມ​ຫຼາຍ ສະ­ນັ້ນ ຈຶ່ງ​ແຈ້ງ​ມາ​ຍັງ​ທຸກ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ໃນ​ທົ່ວ​ເມືອງ​ວຽງ​ຄຳ ແຂວງ​ຫຼວງ​ພະ​ບາງ ເພື່ອ​ຮັບ​ຊາບ ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ເນື້ອ​ໃນ​ແຈ້ງ​ການ​ສະ​ບັນ​ນີ້​ດ້ວຍ.

error: Content is protected !!