ນໍ້າດື່ມ ແມ່ນມີຄວາມສໍາຄັນຕໍ່ຮ່າງກາຍຂອງຄົນເຮົາ ຍິ່ງເປັນນໍ້າດື່ມທີ່ສະອາດ ກໍຍິ່ງສົ່ງຜົນດີຕໍ່ສຸຂະພາບ ເຊິ່ງນໍ້າທີ່ດື່ມລົງໄປແຕ່ລະວັນບາງຄົນຍັງບໍ່ທັນຄິດວ່ານ້ຳນັ້ນມີຄຸນຄ່າຫຼາຍໃນການດໍາລົງຊີວິດ ແຕ່ສຳລັບອີກຫຼາຍລ້ານຄົນ ການມີນ້ຳດື່ມສະອາດບໍ່ແມ່ນສິ່ງທີ່ແນ່ນອນ ເພາະບາງປະເທດ ບາງທ້ອງຖິ່ນຢູ່ທົ່ວໂລກຍັງຂາດນໍ້າດື່ມຢ່າງຮຸນແຮງ ແລະ ມັນກຳລັງສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນເຫຼົ່ານັ້ນ.

ຕາມຂໍ້ມູນທີ່ໄດ້ຈາກເວັບໄຊ WHO ໃຫ້ຮູ້ວ່າ: ໃນປີ 2022 ມີຄົນກວ່າ 1,7 ຕື້ຄົນ ທີ່ຍັງກຳລັງດື່ມນ້ຳທີ່ປົນເປື້ອນສານຜິດທີ່ມາຈາກຂີ້ເຫຍື້ອ ແລະ ອື່ນໆ ເຮັດໃຫ້ນ້ຳບໍ່ສະອາດ ແລະ ຄວາມສ່ຽງທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບ ນ້ຳທີ່ສະອາດບໍ່ພຽງແຕ່ຊ່ວຍໃຫ້ມີນ້ຳດື່ມເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ມີການຮັບປະກັນດ້ານການຮັກສາສຸຂະພາບເຊັ່ນ: ການລ້າງມື, ຊັກເຄື່ອງ, ແລະ ການຮັກສາຄວາມສະອາດໃນເຮືອນ.
ນ້ຳທີ່ບໍ່ສະອາດ ແມ່ນຈະສົ່ງຜົນກະທົບຕໍ່ສຸຂະພາບ ນ້ຳທີ່ບໍ່ສະອາດສາມາດເຮັດໃຫ້ເກີດພະຍາດຕ່າງໆ ເຊັ່ນ: ຖອກທ້ອງ (diarrhoea) ຖອກທ້ອງຮຸນແຮງ (cholera) ທ້ອງບິດ (dysentery) ໄຂ້ typhoid ທີ່ເກີດຈາກການຕິດເຊື້ອແບັດທີເຣຍໃມນນ້ຳດື່ມ ແລະ ໂປລິໂອ (polio) ການດື່ມນ້ຳບໍ່ສະອາດເຮັດໃຫ້ມີການຕາຍຈາກຖອກທ້ອງຮຸນແຮງກວ່າ 500.000 ຄົນຕໍ່ປີ.
ນອກຈາກນັ້ນ ໃນປີ 2022 ມີ 6 ຕື້ຄົນ (73%) ທີ່ໄດ້ໃຊ້ນ້ຳດື່ມທີ່ສະອາດ ແລະ ປອດໄພ ບໍ່ມີການປົນເປື້ອນທີ່ສົ່ງຜົນເສຍຕໍ່ສຸຂະພາບ ແຕ່ຍັງມີ 2,2 ຕື້ຄົນ ທີ່ຍັງບໍ່ສາມາດເຂົ້າເຖິງນ້ຳສະອາດ ເປັນຄົນທີ່ຕ້ອງໄປຕັກ/ໂຕ່ງນ້ຳໄປດື່ມທີ່ໃຊ້ເວລາໃນການເດີນທາງເກີນ 30 ນາທີ ຫຼື ໃຊ້ນ້ຳທີ່ບໍ່ທີ່ບໍ່ສິອາດມາດື່ມ ສະເພາະສຳລັບຜູ້ຍິງ ແລະ ເດັກນ້ອຍ ຄວາມປອດໄພນ້ຳດື່ມທີ່ສະອາດກໍເຮັດໃຫ້ການໃຊ້ຈ່າຍໃນການຮັກສາສຸຂະພາບຫຼຸດລົງ ແລະ ຖ້າມີຄົນສຸຂະພາບດີຈະສົ່ງຜົນໃຫ້ການປະຕິບັດງານ ແລະ ການເຂົ້າຮ່ວມກິດຈະກຳຫຼາຍຂຶ້ນ. 




ດັ່ງນັ້ນ ເພື່ອຊ່ວຍເຂົາເຈົ້າເຫຼົ່ານັ້ນໄປສູ່ຊີວິດທີ່ປອດໄພ ແນວທາງທີ່ຈະເຮັດໄດ້ສ່ວນຫຼາຍແມ່ນ: 1. ການລົງ ທຶນໃນລະບົບນ້ຳສະອາດ ເຮັດໃຫ້ນ້ຳມີຢູ່ໃນເຄື່ອງທີ່ປອດໄພ ແລະ ບໍ່ມີການປົນເປື້ອນສານຜິດຕ່າງໆ 2. ການວາງແຜນຄວາມປອດໄພນ້ຳ ເພື່ອຈັດການຄວາມສ່ຽງທຸກຂັ້ນຕອນ ຈາກແຫຼ່ງນ້ຳເຖິງມືຜູ້ບໍລິໂພກ 3. ການຮັກສາແຫຼ່ງນ້ຳ ແລະ 4. ການສະໜອງນ້ຳດື່ມສະອາດ ດັ່ງນັ້ນ  ການມີນ້ຳດື່ມສະອາດ ບໍ່ພຽງແຕ່ປອດໄພຕໍ່ຊີວິດ ແຕ່ຍັງເປັນສິ່ງທີ່ສິ່ງດີຕໍ່ທຸກຄົນ ເພື່ອສ້າງຊີວິດທີ່ດີຂຶ້ນ.
ທີ່ມາ https://www.who.int/news-room/fact-sheets/detail/drinking-water