ວັນທີ 9 ມັງກອນ 2026 ທີ່ກົມຮ່ວມມື ແລະ ການເງິນສາ ກົນ ກະຊວງການເງິນ ໄດ້ມີພິທິເຊັນສັນ ຍາຮັບເອົາການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ສຳລັບ ໂຄງການປັບ ປຸງໂຮງໝໍຢູ່ເຂດພາກໃຕ້ (ໂຮງໝໍແຂວງຈຳປາສັກ ໃນມູນຄ່າ 2.865.000.000 ເຢັນ ຫຼື ປະມານ 18.300.000 ໂດລາສະຫະລັດ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ເດືອນມັງກອນ 2026 ຈົນເຖິງທ້າຍປີ 2028.

ຈຸດປະສົງຂອງໂຄງການ ແມ່ນເລັ່ງໃສ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການກວດວິນິໄສ ແລະ ປິ່ນປົວພະຍາດຂອງໂຮງໝໍແຂວງຈຳປາສັກ ເຊິ່ງເປັນໂຮງໝໍຫຼັກໃນ 4 ແຂວງພາກໃຕ້ ຂອງ ສປປ ລາວ (ແຂວງຈຳປາສັກ ແຂວງອັດຕະປື ແຂວງສາລະວັນ ແລະ ແຂວງເຊກອງ) ແລະ ປັບ ປຸງລະບົບການສົ່ງຕໍ່ຄົນເຈັບໃນພາກພື້ນໂດຍສະເພາະຈາກແຂວງໃກ້ຄຽງ ໂດຍການຍົກລະດັບສິ່ງອຳນວຍຄວາມສະ ດວກ ແລະ ອຸປະກອນທີ່ຈຳເປັນ ເພື່ອສະໜອງການບໍລິ ການການແພດໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃຫ້ແກ່ຄົນເຈັບທີ່ມີອາການປ່ວຍຮຸນແຮງ ເຊິ່ງທັງໝົດເຫຼົ່ານັ້ນ ຈະເປັນການປະກອບສ່ວນເຂົ້າໃນການເພີ່ມທະວີການບໍລິ ການດ້ານສາທາລະນະສຸກ ແລະ ການແພດ ຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບໂດຍສະເພາະໃນລະບົບທາງການແພດໃນ 4 ແຂວງພາກໃຕ້ ໂດຍປະຕິ ບັດຕາມການອະນຸ ມັດຂອງລັດຖະບານ (Full Powers) ຈຶ່ງໄດ້ຈັດພິທີລົງນາມຮ່ວມກັນສອງຝ່າຍ ເຊິ່ງຕ່າງໜ້າໃນພິທີລົງນາມສັນຍາຮ່ວມກັນຕາງໜ້າໃຫ້ລັດຖະບານ ສປປ ລາວ ໂດຍທ່ານ ປອ.ວົງຄຳແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ແລະ ຕາງ ໜ້າໃຫ້ລັດຖະບານຍີ່ປຸ່ນ ໂດຍທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ມີຕາງໜ້າຈາກກົມປິ່ມປົວ ແລະ ຟື້ນຟູໜ້າທີ່ການ ຫ້ອງການກະຊວງສາທາລະນະສຸກ ກົມອາຊີ-ປາຊິຟິກ ແລະ ອາຟຣິກາ ກະຊວງການຕ່າງປະເທດ ເຂົ້າຮ່ວມ.



ໂຄງການດັ່ງກ່າວ ຈະຈັດຕັ້ງປະຕິບັດຕົວຈິງພາຍຫຼັງທີ່ໄດ້ເຊັນສັນຍານີ້ ເຊິ່ງຈະຈັດຕັ້ງປະຕິບັດໂດຍ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ກະຊວງສາທາລະນະສຸກ ໂດຍແນໃສ່ການຍົກລະດັບພື້ນຖານໂຄງລ່າງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນທີ່ຈຳເປັນ ເພື່ອສະໜອງການບໍລິການການແພດ ໂດຍສະເພາະໃນລະບົບທາງການແພດໃນ 4 ແຂວງພາກໃຕ້ ຂອງ ສປປ ລາວ ເພື່ອຊ່ວຍໃຫ້ຜູ້ທີ່ຕ້ອງ ການການບໍລິການທາງການແພດ ສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກ ທີ່ມີຄຸນນະພາບ ສາ ມາດໄດ້ຮັບການຮັກສາທ່ວງທັນກັບເວລາ ແລະ ຫຼຸດຜ່ອນຄວາມຈຳເປັນໃນການເດີນທາງໄກ ເພື່ອຮັບການປິ່ນປົວທີ່ສຳຄັນ.