ສະແດງສິລະປະພິເສດລາວ-ຫວຽດນາມ ບົດເພງແຫ່ງມິດຕະພາບ

ງານສະແດງສິລະປະແບບພິເສດ ເພື່ອຄໍານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະ ຕິວັດລາວ ແລະ ລະນຶກເຖິງວັນຄ້າຍວັນເກີດ ຄົບຮອບ 105 ປີ ຂອງປະທານໄກສອນ ພົມວິຫານ ພາຍໃຕ້ຫົວຂໍ້ “ລາວ-ຫວຽດນາມບົດເພັງແຫ່ງມິດຕະພາບ” ຈັດຂຶ້ນວັນທີ 9 ມັງກອນ 2026 ທີ່ສະໜາມກີລາແຫ່ງຊາດ (ຫຼັກ16) ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ສະ ຫາຍ ຫງວຽນ ວັນຮຸ່ງ ກໍາມະການສູນກາງພັກ ກອມມູນິດຫວຽດນາມ ລັດຖະມົນຕີ ກະຊວງວັດທະນະທຳ ກີລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ພ້ອມດ້ວຍບັນດາການນໍາພັກ-ລັດຂັ້ນສູງ ອະດີດການນໍາ ທູຕານຸທູດ ພະ ນັກງານ ທະຫານ ຕຳຫຼວດ ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ຊາວຫວຽດນາມເຂົ້າຮ່ວມ.

ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງ ທ່ຽວ ກ່າວວ່າ: ເພື່ອຄໍານັບຊົມເຊີຍຜົນສໍາເລັດການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຫາກໍປິດລົງໃນວັນທີ 8 ມັງກອນຜ່ານມານີ້ ກໍຄືໄລຍະດຽວກັນກັບສ້າງຂະບວນ ການຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຄອມມູນິດຫວຽດນາມ ທີ່ຈະໄຂຂຶ້ນໃນທ້າຍເດືອນມັງກອນ 2026 ຢ່າງເປັນຂະບວນຟົດຟື້ນ ເຊິ່ງແມ່ນໄລຍະທີ່ປະຊາຊົນສອງຊາດລາວ-ຫວຽດນາມ ພວມເບີກບານມ່ວນຊື່ນ ແລະ ພ້ອມກັນຢືນຢັນຕໍ່ຄວາມສໍາຄັນ ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ລາວ-ຫວຽດນາມ ຫວຽດນາມ-ລາວ ເຖິງສາຍພົວພັນ ມິດຕະ ພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ກໍຄື 64 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 49 ປີ ຂອງວັນເຊັນສົນທິສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ.

ງານສະແດງສິລະປະຄັ້ງນີ້ ບໍ່ເປັນພຽງແຕ່ງານສິລະປະບັນ ເທີງທົ່ວໄປແຕ່ຄື “ບົດເພງປະຫວັດສາດ” ເປັນການຢັ້ງ ຢືນວ່າຈາກ “ຂຸມຄອງສູ້ຮົບດຽວກັນ” ໃນສະໄໝຕໍ່ສູ້ກູ້ຊາດ ມາສູ່ຍຸກສະໄໝ ໃໝ່ແຫ່ງການສ້າງສາພັດທະນາ ສອງຊາດພວກເຮົາ ຍັງຄົງຈັບມືກັນກ້າວໄປຂ້າງໜ້າຢ່າງໝັ້ນຄົງ ດ້ວຍ ການ “ເຊື່ອມຈອດທາງຍຸດທະສາດ” ທັງທາງດ້ານເສດຖະກິດ ຄົມມະນາຄົມ ແລະ ວັດທະນະທຳ ເພື່ອນໍາເອົາຄວາມຜາສຸກມາສູ່ປະຊາຊົນຂອງທັງສອງປະເທດ ຕາງໜ້າ ການນໍາພັກ-ລັດ ແລະ ປວງຊົນລາວ ບັນດາເຜົ່າ ສະແດງຄວາມຂອບອົກຂອບໃຈ ຕໍ່ການສະ ໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງໝົດຈິດໝົດໃຈ ຂອງເພື່ອນຫວຽດນາມ ຖານອ້າຍນ້ອງ ທີ່ດີຕະຫຼອດໄລຍະຜ່ານມາ ສາມາດຢືນຢັນວ່າສາຍພົວພັນ ລາວ-ຫວຽດນາມ ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ ເປັນປັດໄຈພາວະວິໄສ ເປັນກົດເກນປະຫວັດສາດ ແລະ ເປັນກໍາລັງແຮງອັນໃຫຍ່ຫຼວງຂອງສອງພັກສອງລັດ ທີ່ຕ້ອງໄດ້ຮັບການເສີມຂະຫຍາຍ ສົ່ງຕໍ່ໃຫ້ບັນດາຄົນຮຸ່ນໜຸ່ມຕໍ່ໄປ ເຊື່ອໜັ້ນວ່າເຫດການສໍາຄັນທາງວັດທະນະທໍາຂອງສອງປະເທດໃນຄັ້ງນີ້ ໄດ້ປະກອບສ່ວນສໍາຄັນເປັນບາດກ້າວກະໂດດໃຫ້ແກ່ການພັດທະນາສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຫວຽດນາມ – ລາວ ໝັ້ນຄົງຂະນົງແກ່ນ ແລະ ສົດໃສ ດັ່ງດອກບົວທອງ ແລະ ດອກຈຳປາຕະຫຼອດກາລະນານ.

ລາຍການສະແດງສິລະປະພິເສດລາວ-ຫວຽດນາມຄັ້ງນີ້ ປະກອບມີບັນດາລາຍການສະແດງທີ່ສວຍງາມ ແລະ ຍິ່ງໃຫຍ່ ໄດ້ລວບລວມເອົາເລື່ອງລາວໃນປະຫວັດສາດ ແລະ ປັດຈຸບັນ ທີ່ສະທ້ອນໃຫ້ເຫັນເຖິງຄວາມຜູກພັນທີ່ໃກ້ຊິດ ແລະ ບໍ່ສາມາດແຍກອອກຈາກກັນໄດ້ ລະຫວ່າງປະຊາຊົນສອງຊາດລາວ ແລະ ຫວຽດນາມ ເຊິ່ງສິ່ງເຫຼົ່ານີ້ບໍ່ເປັນພຽງແຕ່ເລື່ອງລາວໃນອະດີດ ແຕ່ຍັງເປັນການຢືນຢັນ ບໍ່ວ່າປັດຈຸບັນ ຫຼື ອະນາຄົດ: ຊະຕາກຳຂອງສອງຊາດ ລາວ-ຫວຽດນາມ ເຊື່ອມໂຍງກັນຢ່າງໃກ້ຊິດ ປະສານກົມກຽວເພື່ອສັນຕິພາບ ເອກະລາດ ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ ສີວິໄລ ຂອງສອງຊາດລາວ-ຫວຽດນາມເຮົາໃນຕໍ່ໜ້າໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.

error: Content is protected !!