e-waste ໄພງຽບທີ່​ບໍ່​ພຽງກະ​ທົບ​ສິ່ງ​ແວດ​ລ້ອມ ແຕ່​ຍັງ​ກະ​ທົບໃສ່ສຸຂະພາບ​ຂອງ​ຄົນ​ເຮົາ

ໂທລະສັບເຄື່ອງເກົ່າ ຄອມພິວເຕີທີ່ບໍ່ໄດ້ໃຊ້ ໂທລະພາບທີ່ຖືກຖິ້ມ…ສິ່ງຂອງເຫຼົ່ານີ້ອາດເບິ່ງຄື​ວ່າ​ຈະ​ບໍ່​ມີ​ຜົນ​ກະ​ທົບ​ຫຍັງ ແຕ່ຄວາມເປັນຈິງແລ້ວ ມັນກຳລັງກາຍເປັນ “ໄພງຽບ” ທີ່ຄຸກຄາມທັງສຸຂະພາບ​ຄົນ ແລະ ສິ່ງແວດລ້ອມ.

ຂີ້ເຫຍື້ອອິເລັກໂຕຣນິກ ຫຼື e-waste ແມ່ນຂີ້ເຫຍື້ອທີ່ເພີ່ມ​ຂຶ້ນ​ຢ່າງວ່ອງໄວທີ່ສຸດໃນໂລກ ໃນປີ 2022 ພຽງປີດຽວ ມີ e-waste ເກີດຂຶ້ນທົ່ວໂລກກວ່າ 62 ລ້ານໂຕນ ແຕ່ມີພຽງປະມານ 22% ເທົ່ານັ້ນທີ່ຖືກນຳໄປ recycle ຢ່າງຖືກວິທີ ສ່ວນທີ່ເຫຼືອຖືກຖິ້ມ ເຜົາ ຫຼື ແຍກຊິ້ນສ່ວນດ້ວຍວິທີທີ່ບໍ່ປອດໄພ.

ນັກຊາການດ້ານສຸຂະພາບເຕືອນວ່າ e-waste ມີສານອັນຕະລາຍຫຼາຍຊະນິດ ເຊັ່ນ: ສານຕະກົ່ວ ດິອກຊິນ ແລະ ສານພິດອື່ນໆ ທີ່ສາມາດປົນເປື້ອນອາກາດ ດິນ ແລະ ແຫຼ່ງນ້ຳ ການສຳຜັດກັບສານເຫຼົ່ານີ້ ເຊື່ອມໂຍງກັບການກໍ່​ໃຫ້ພະຍາດຫຼາຍຊະນິດ ໂດຍສະເພາະຜົນກະທົບຕໍ່ສະໝອງ ແລະ ລະບົບຫາຍໃຈ ເຊິ່ງກຸ່ມທີ່ໄດ້ຮັບຜົນກະທົບຫນັກທີ່ສຸດຈາກ e-waste ແມ່ນເດັກນ້ອຍ ແລະ ແມ່ຍິງຖືພາ ໃນຫຼາຍປະເທດ ເດັກນ້ອຍຖືກນຳໃຊ້ເປັນແຮງງານໃນການແຍກ e-waste ເນື່ອງຈາກຄ່າແຮງງານຕ່ຳ ສິ່ງນີ້ບໍ່ພຽງແຕ່ລະເມີດສິດເດັກ ແຕ່ຍັງສ້າງຜົນ​ກະ​ທົບ​ໄລ​ຍະຍາວຕໍ່ອະນາຄົດຂອງເດັກນ້ອຍອີກດ້ວຍ.

ບັນຫາ e-waste ບໍ່ແມ່ນເລື່ອງໄກຕົວ ຫຼື ເປັນໜ້າທີ່ຂອງພາກລັດພຽງຢ່າງດຽວ ທຸກຄົນໃນສັງຄົມມີສ່ວນຮັບຜິດຊອບ ເລີ່ມຈາກການໃຊ້ອຸປະກອນໄຟຟ້າຢ່າງຄຸ້ມຄ່າ ບໍ່ປ່ຽນໃໝ່ໂດຍບໍ່ຈຳເປັນ ແຍກ e-waste ອອກຈາກຂີ້ເຫຍື້ອທົ່ວໄປ ແລະ ສົ່ງໃຫ້ຈຸດຮີໄຊເຄິນທີ່ຖືກວິທີ.

ການຈັດການ e-waste ຢ່າງປອດໄພ ບໍ່ແມ່ນພຽງແຕ່ການຮັກສາສິ່ງແວດລ້ອມ ແຕ່ແມ່ນການຮັກສາຊີວິດ ແລະ ອະນາຄົດຂອງມະນຸດໃນສັງຄົມ.

ຕາມ​ຂໍ້​ມູນ​ໃນ​ເວັບ​ໄຊ​ WHO ເຫັນ​ໄດ້​ວ່າ: e-waste ຫຼື ຂີ້ເຫຍື້ອອຸປະກອນໄຟຟ້າ–ອິເລັກໂຕຣນິກ ແມ່ນອຸປະກອນທີ່ຖືກໃຊ້ແລ້ວ ຫຼື ລ້າສະໄໝ ເຊັ່ນ ໂທລະສັບມືຖື ຄອມພິວເຕີ ເຄື່ອງໃຊ້ໃນຄົວເຮືອນ ແລະ ອຸປະກອນການແພດ.
ໃນແຕ່ລະປີ ມີ e-waste ເພີ່ມຂຶ້ນຢ່າງຮວດເລັດ ແລະ ເປັນຂີ້ເຫຍື້ອທີ່ເຕີບໂຕໄວທີ່ສຸດໃນໂລກ ໃນປີ 2022 ມີ e-waste ເກີດຂຶ້ນທົ່ວໂລກກວ່າ 62 ລ້ານໂຕນ ແຕ່ມີພຽງປະມານ 1 ໃນ 4 ເທົ່ານັ້ນທີ່ຖືກນຳໄປ recycle ຢ່າງຖືກວິທີ.
ຖ້າ e-waste ຖືກຖິ້ມ ຫຼື ນຳໄປ recycle ດ້ວຍວິທີທີ່ບໍ່ປອດໄພ ມັນຈະປ່ອຍສານພິດລົງສູ່ອາກາດ ດິນ ແລະ ແຫຼ່ງນ້ຳ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງ​ຄົນ​ເຮົາ.


e-waste ມີສານອັນຕະລາຍຫຼາຍຊະນິດ ເຊັ່ນ ສານຕະກົ່ວ ດິອອກຊິນ ແລະ ສານພິດອື່ນໆ ສານເຫຼົ່ານີ້ຈະຖືກປ່ອຍອອກມາເມື່ອ e-waste ຖືກເຜົາ ແຍກຊິ້ນສ່ວນດ້ວຍມື ຫຼື ໃຊ້ສານເຄມີໃນການ recycle ແບບບໍ່ປອດໄພ.

ເດັກນ້ອຍ ແລະ ແມ່ຍິງຖືພາ ແມ່ນກຸ່ມທີ່ມີຄວາມສ່ຽງສູງທີ່ສຸດ ການສຳຜັດກັບສານພິດຈາກ e-waste ອາດນຳໄປສູ່:

  • ການເກີດລູກກ່ອນກຳນົດ ຫຼື ລູກເສຍຊີ​ວິດກ່ອນເກີດ
  • ຜົນກະທົບຕໍ່ການພັດທະນາສະໝອງ ການຮຽນຮູ້ ແລະ ພຶດຕິກຳ
  • ​ພະ​ຍາດທາງລະບົບຫາຍໃຈ ຫືດ ແລະ ບັນຫາ​ເກີດ​ຂຶ້ນ​ກັບປອດ
  • ຜົນກະທົບລະຍະຍາວຕໍ່ລະບົບປະສາດ ພູມຕ້ານທານ ແລະ ການເຕີບໂຕຂອງເດັກ

ສານພິດບາງຊະນິດຈາກ e-waste ສາມາດຜ່ານ​ເຂົ້​າ​ໄປ​ເຖິງ​ເດັກໃນຄັນ ຫຼື ປົນເປື້ອນໃນນົມແມ່ ເຮັດໃຫ້ເກີດຄວາມເສຍຫາຍທີ່ອາດບໍ່ສາມາດແກ້ໄຂໄດ້ຕະຫຼອດຊີວິດ.

error: Content is protected !!