ພັກ ສືບຕໍ່ຍຶດໝັ້ນນະໂຍບາຍການຕ່າງປະເທດສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື

ພິທີຖະແຫຼງຂ່າວຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວກ່ຽວກັບວຽກງານການຕ່າງປະເທດຕໍ່ບັນດາທູດ ທູຕານູທູດຈັດຂຶ້ນວັນທີ 9 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດຖະແຫຼງໂດຍ ສະຫາຍ ທອງສະຫວັນ ພົມ ວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ມີບັນດາທູດ ທູຕານູທູດຕ່ງປະເທດ ອົງການຈັດຕັ້ງສາກົນ ປະຈຳລາວ ຕາງໜ້າ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວຈັດຂຶ້ນລະຫວ່າງວັນທີ 6-8 ມັງກອນນີ້ ແລະ  ເພື່ອສືບຕໍ່ພາລະກິດອັນສໍາຄັນໃຫ້ບັນລຸຕາມຄາດໝາຍທີ່ວາງອອກໃນກອງປະຊຸມໃຫຍ່ໄດ້ຢືນຢັນຄວາມຕັດສິນໃຈທີ່ຈະສືບຕໍ່ນໍາພາປະເທດຊາດສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມບົນພື້ນຖານຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ເສີມຂະຫຍາຍກໍາລັງແຮງຂອງຊາດ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຮອດປີ 2030 ໃຫ້ມີພື້ນຖານ ແລະ ທ່ວງທ່າທີ່ໜັກແໜ້ນໃຫ້ແກ່ການພັດທະນາພາຍຫຼັງປະເທດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ຍົກລະດັບການສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນໃນຊຸມປີຕໍ່ໜ້າ ໂດຍສະເພາະ 5 ປີ ຕໍ່ໜ້ານີ້ ກອງປະຊຸມໃຫຍ່ໄດ້ເອກະພາບຮັບຮອງເອົາ 11 ທິດທາງໃຫຍ່ເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນ ຂອງລາຍງານການເມືອງໃຫ້ມີຜົນສໍາເລັດຕົວຈິງ.

ສຳລັບວຽກງານການຕ່າງປະເທດ ກອງປະຊຸມໃຫຍ່ຄັ້ງທີ XII ນີ້ໄດ້ຕົກລົງຊີ້ນໍາວຽກງານຮ່ວມມືກັບຕ່າງປະເທດຄື ສືບຕໍ່ການພົວພັນຮ່ວມມືກັບຕ່າງປະເທດແບບຫຼາຍທິດ ຫຼາຍຝ່າຍ ຫຼາຍຮູບແບບ ແລະ ຫຼາຍລະດັບບົນພື້ນຖານການເຄົາລົບເອກະລາດ ອຳນາດອະ ທິປະໄຕເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ ສ້າງສະພາບແວດລ້ອມສາກົນທີ່ເອື້ອອຳນວຍໃຫ້ແກ່ການປະຕິບັດສອງໜ້າທີ່ຍຸດທະສາດ ຖືເອົາການສ້າງຄວາມເຂັ້ມແຂງ ຄວາມເປັນເຈົ້າຕົນເອງສົມທົບການຍາດແຍ່ງກຳລັງແຮງຂອງຍຸກສະໄໝເຂົ້າໃນການພັດທະນາ ຍົກລະດັບຂີດຄວາມສາມາດແຂ່ງຂັນ ແລະ ການເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການ ສືບຕໍ່ຍຶດໝັ້ນ ແລະ ສະ ໜັບສະໜູນການຮ່ວມມືຫຼາຍຝ່າຍ ເຄົາລົບກົດບັດສະຫະປະຊາຊາດ ແລະ ສະໜັບສະໜູນການແກ້ໄຂຂໍ້ຂັດແຍ້ງໂດຍສັນຕິວິທີ ເປີດກວ້າງການພົວພັນກັບພັກການເມືອງ ແລະ ຂະບວນການກ້າວໜ້າຢູ່ໃນໂລກ ປະຕິບັດຢ່າງເຂັ້ມງວດຫຼັກການລວມສູນເປັນເອກະ ພາບ ປັບປຸງກົນໄກການຊີ້ນໍາ ແລະ ເຄື່ອນໄຫວວຽກງານຕ່າງປະເທດໃຫ້ວ່ອງໄວ ແລະ ທັນການ ທິດທາງໃນຕໍ່ໜ້າຄາດວ່າ ສະພາບ ການພາກພື້ນ ແລະ ສາກົນຍັງຈະສືບຕໍ່ມີຄວາມສະຫຼັບຊັບຊ້ອນປ່ຽນແປງຢ່າງໄວວາ ແລະ ຄາດຄະເນໄດ້ຍາກ ແລະ ມີທ່າອ່ຽງຂອງການນໍາໃຊ້ກໍາລັງເພື່ອແກ້ໄຂບັນຫາຂັດແຍ່ງຫຼາຍຂຶ້ນ ເພື່ອຮັບປະກັນຜົນປະໂຫຍດແຫ່ງຊາດ ພັກຈະສືບຕໍ່ຍຶດໝັ້ນນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ຢ່າງໜັກແໜ້ນຕາມທິດນໍາຂອງໂຄງການການເມືອງ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ເພື່ອສ້າງເງື່ຶອນໄຂສະພາບແວດລ້ອມເອື້ອອໍານວຍແກ່ການປະຕິບັດສອງໜ້າທີ່ຍຸດທະສາດ ສືບຕໍ່ເປີດກວ້າງການພົວພັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ ພ້ອມທັງຖືສໍາຄັນການພົວພັນຮອບດ້ານກັບບັນດາປະເທດໃກ້ຄຽງ ເພື່ອນມິດຍຸດທະສາດ ດໍາເນີນການເຊື່ອມໂຍງ-ເຊື່ອມຈອດເຂົ້າໃນພາກພື້ນ ແລະ ສາກົນ ສ້າງຄວາມເປັນເຈົ້າການ ເປັນເຈົ້າຕົນເອງ ໃນການພົວພັນຮ່ວມມືກັບສາກົນແບບຫຼາຍທິດຫຼາຍຝ່າຍຫຼາຍຮູບແບບ ແລະ ຫຼາຍລະດັບທັງສາຍພັກ ແລະ ສາຍລັດບົນພື້ນຖານການເຄົາລົບເອກະລາດ ອຳນາດອະທິປະໄຕເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໂອກາດນີ້ ສະຫາຍ ທອງສະຫວັນ ພົມວິຫານ ຍັງແຈ້ງໃຫ້ຮູ້ຕື່ມວ່າ ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້ແລ້ວຈະດໍາເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ V ໃນວັນທີ 22 ກຸມພາ 2026 ຄາດຄະເນ ການກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 23-28 ມີນາ 2026 ຜົນສໍາເລັດຂອງກອງປະຊຸມໃຫຍ່ໃນຄັ້ງນີ້ໄດ້ມີພັກການເມືອງຕ່າງປະເທດ 47 ພັກສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ນອກນັ້ນ ຍັງມີເພື່ອນມິດຕ່າງປະເທດເຊັ່ນສະຫາຍ ເລ ຮວາຍ ຈຸງ ເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ ຜູ້ຕາງໜ້າພິເສດຂອງສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມເຂົ້າຢ້ຽມຄຳານັບ ແລະ ພົບປະການນໍາຂອງ ສປປ ລາວ ໃນໂອກາດເດີນທາງມາຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ພ້ອມດຽວກັນນັ້ນ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄດ້ຕ້ອນຮັບການເຂົ້າຢ້ຽມຄຳານັບຂອງສະຫາຍນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເພື່ອມອບສານຊົມເຊີຍຈາກສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ.

error: Content is protected !!