ພິທີໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນວັນທີ 9 ມັງກອນ 2026 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ພ້ອມບັນດາສະຫາຍກໍາມະການກົມການເມືອງ ຄະນະເລຂາທິການສູນກາງພັກ ສະຫາຍກໍາມະການສົມບູນ ແລະ ສໍາຮອງສູນກາງພັກ ການນໍາກະຊວງ ອົງການທຽບເທົ່າຂັ້ນສູນກາງ ການນໍານະຄອນຫຼວງວຽງຈັນ ການນໍາບັນດາແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນພິທີ ສະຫາຍ ປອ.ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກປະທານສະພາປະຊາຊົນ ນະຄອນ ຫຼວງວຽງຈັນ ໄດ້ຂຶ້ນກ່າວບົດປາໄສ ເຊິ່ງສະຫາຍໄດ້ກ່າວບາງຕອນວ່າ: ກອງປະຊຸມໃຫຍ່ຜູ້ແທນຂອງພວກເຮົາທຸກສະໄໝລ້ວນແຕ່ມີຄວາມໝາຍສໍາຄັນ ເປັນເຫດການການເມືອງຂອງປະເທດເຮົາ ສໍາລັບ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຄັ້ງນີ້ ກໍແມ່ນເຫດການ ການເມືອງໜຶ່ງທີ່ສຳຄັນ ໃນຂະບວນວິວັດແຫ່ງການກຳເນີດ ເຕີບໃຫຍ່ ແລະ ຂະຫຍາຍຕົວຂອງພັກເຮົາຕະ ຫຼອດໄລຍະ 70 ປີຜ່ານມາ ທັງຍັງເປັນບາດລ້ຽວສໍາຄັນແຫ່ງການກ້າວເດີນຂອງປະເທດຊາດ ແລະ ປະຊາຊົົນລາວເຮົາໃນໄລຍະໃໝ່ ແລະ ພວກເຮົາກຳລັງສໍາເລັດການສະເຫຼີມສະຫຼອງ 3 ວັນປະຫວັດສາດ ທີ່ສໍາຄັນຂອງຊາດ ຂອງພັກ ແລະ ວັນເກີດຂອງທ່ານປະທານ ໄກ ສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນການຟົດຟື້ນ ເຊິ່ງໃນສັບປະດານີ້ ພວກເຮົາກໍໄດ້ຕິດຕາມວາລະດໍາເນີນກອງປະຊຸມໃຫຍ່ຢ່າງລະ ອຽດແລ້ວ ໂອກາດນີ້ ຂ້າພະເຈົ້າຂໍແຈ້ງ ແລະ ແນະນໍາໃຫ້ງານໂຮມຊຸມນຸມໃຫຍ່ ຊາວນະຄອນຫຼວງວຽງຈັນ ແລະ ພີ່ນ້ອງຮ່ວມຊາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຮັບຊາບຕື່ມ ບາງຈິິດໃຈສໍາຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XII ດັ່ງນີ້:

ໜື່ງ:ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງ ສະບັບທີ 03  ຂອງພັກ 11 ຂໍ້ ໂຄງການການເມືອງສະ ບັບນີ້ ຖືເປັນບາດກ້າວເດີນ ເປັນພື້ນຖານໃຫ້ແກ່ການສ້າງບາດລ້ຽວ ທີ່ໜັກ  ແໜ້ນ ທັງເປັນຍຸດທະສາດ ແລະ ວິໄສທັດຂອງພັກ ໃນພາລະກິດບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ ເຊິ່ງໄດ້ຕີລາຄາຢ່າງສັງລວມ ການຈັດ ຕັ້ງປະຕິບັດໂຄງການການ ເມືອງ ສະບັບທີ 2 ກໍຄື ພັກນໍາພາ ເຮັດສໍາເລັດພາລະກິດປົດປ່ອຍຊາດ ແລະ ສ້າງພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິິຍົມ ໃນ 3 ໄລຍະ ຄື: ໄລຍະນໍາພາ ພາລະກິດປົດປ່ອຍຊາດ ປົກປັກຮັກສາ ສ້າງສາປະເທດ ຊາດ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ ຍົກໃຫ້ເຫັນບັນດາບົດຮຽນ ແລະ ບັນຫາທີ່ເປັນລັກສະນະກົດເກນຂອງການປະຕິວັດລາວ 6 ປະການ ເພື່ອເປັນພື້ນຖານໃນການວາງຈຸດໝາຍ ຮອດປີ 2055 ກໍຄື ວັນສ້າງຕັ້ງພັກ ຄົບຮອບ 100 ປີ ແມ່ນໃຫ້ສາມາດສ້າງປະ ເທດເຮົາ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ ມີລະບົບການເມືອງທີ່ເຂັ້ມແຂງ ມີພື້ນຖານເສດຖະກິດທີ່ທັນສະໄໝ ກຳລັງການຜະລິດໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.

ສອງ: ກອງປະຊຸມໃຫຍ່ ໄດ້ຕີລາຄາຢ່າງພາວະວິໄສ ເຖິງໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໄດ້ໂດຍພື້ນຖານ ​ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ ເສດຖະກິດມະຫາພາກມີສະຖຽນລະພາບ ສາມາດຄວບຄຸມໄດ້ໄພເງິນເຟີ້ ການດຸ່ນດ່ຽງທາງດ້ານເສດຖະກິດຟື້ນຕົວ ແລະ ມີພື້ນຖານດີຂຶ້ນ ບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງເທື່ອລະກ້າວ ປະ ເທດຊາດບໍ່ຕົກເຂົ້າສູ່ວິກິດການທີ່ຮ້າຍແຮງ ພວກເຮົາສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນໃນທຸກຂົງເຂດວຽກງານ.

ສາມ: ກອງປະຊຸມໃຫຍ່ ໄດ້ເປັນເອກະພາບສູງ ຮັບຮອງເອົາການ 7 ບົດຮຽນ ແຫ່ງການນໍາພາ ແລະ  ພຶດຕິກໍາຂອງພັກເຮົາ ໄລຍະ 5 ປີ ຜ່ານມາ ກໍຄື 40 ປີ ແຫ່ງການປ່ຽນແປງໃໝ່ ເພື່ອເປັນບ່ອນອີງສໍາຄັນ ໃຫ້ແກ່ການສືບຕໍ່ເສີມຂະຫຍາຍຢ່າງປະດິດສ້າງ ແລະ ເລິກເຊິ່ງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງ ສາປະເທດຊາດ ຜົນສໍາເລັດດັ່ງກ່າວ ຍ້ອນພັກເຮົາບໍ່ພຽງແຕ່ວາງແນວທາງ ການເມືອງຢ່າງຖືກຕ້ອງ ຫາກຍັງໄດ້ຊີ້ບອກເຖິງຄວາມສາມາດນໍາພາ-ຊີ້ນໍາໃນການຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍ ດ້ວຍການປະສານສົມທົບຢ່າງກົມກຽວ ລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ແລະ ການຕ່າງປະເທດ ເຊິ່ງໄດ້ສ້າງສະພາບແວດ ລ້ອມທີ່ເອື້ອອໍານວຍໃຫ້ແກ່ການທໍາມາຫາກິນຂອງປະຊາຊົນລາວບັນດາເຜົ່າ ສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຮັບປະກັນໃຫ້ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ກໍຄືການເຊື່ອມໂຍງກັບພາກພື້ນ ແລະ ສາ ກົນໄດ້ຢ່າງເປັນເຈົ້າການ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ເວົ້າລວມແລ້ວ ຕະຫຼອດໄລຍະ 50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ 40 ປີ ແຫ່ງການປ່ຽນແປງໃໝ່ ກໍຄື 5 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ ຄັ້ງທີ XI ຂອງພັກ ມາຮອດປັດຈຸບັນນີ້ ໂສມໜ້າຂອງປະເທດຊາດໄດ້ຮັບການພັດທະນາ ແລະ ມີການຫັນ ປ່ຽນໃໝ່ຢ່າງຈະ ແຈ້ງ ຖານະບົດບາດຂອງປະເທດເຮົາໄດ້ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ສີ່: ກອງປະຊຸມໃຫຍ່ ໄດ້ຢືນຢັນດ້ວຍຄວາມຕັດສິນໃຈສູງ ທີ່ຈະສືບຕໍ່ພາປະເທດຊາດ ກ້າວຂື້ນສູ່ຄວາມຈະເລີນວັັດທະນາ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໂດຍໄດ້ກໍານົດວິໄສທັດ ແລະ ຍຸດທະສາດພັດທະນາປະເທດຊາດ ຮອດປີ 2055 ປີ 2035 ແລະ ວາງຄາດໝາຍສູ້ຊົນ ສໍາລັບໄລຍະ 5 ປີຕໍ່ໜ້າ.

ຫ້າ: ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຊິ່ງປະກອບດ້ວຍກໍາມະການສົມບູນ ຈໍານວນ 73 ສະຫາຍ ຍິງ 12 ສະຫາຍ ແລະ ກໍາມະການສໍາຮອງ ຈໍານວນ 15 ສະຫາຍ ຍິງ 2 ສະຫາຍ ກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ ຍິງ 1 ສະຫາຍ ເລ ຂາທິການສູນກາງພັກ ຈໍານວນ 11 ສະຫາຍ ຍິງ 4 ສະຫາຍ ກອງປະຊຸມໄດ້ເປັນເອກະພາບສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ເລືອກເອົາສະຫາຍ ວັນໄຊ ພອງສະຫວັນ ເປັນປະທານຄະນະກວດກາ ແລະ ຮອງປະທານຄະນະກວດກາສູນກາງພັກ ຈໍານວນ 6 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວພັກ ທົ່ວລັດ ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ.

ຊາວນະຄອນຫຼວງວຽງຈັັນ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເປັນແກນນໍາ ເປັນຜູ້ນໍາໜ້າພາທາງ ສືບຕໍ່ສ້າງບາດກ້າວບຸກທະລຸ ແລະ ນະໂຍບາຍ 3 ເປີດ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ໄດ້ຮັບຜົນສຳເລັດ ທີ່ໃຫຍ່ຫຼວງກວ່າເກົ່າ ສຸມໃສ່ຈັດຕັ້ງປະຕິບັດຄໍາຂວັນ “ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະ ຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ພວກເຮົາສະມາຊິກພັກ ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ທົ່ວປະເທດ ຕ້ອງໄດ້ຕັ້ງໜ້າອອກແຮງ ແລະ ຖືເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນເຂັມທິດເຍືອງທາງ ເພື່ອເຊື່ອມສານກັບມະຕິກອງປະຊຸມໃຫຍ່ຂອງບັນດາກະຊວງ ອົງ ການທຽບເທົ່າຂັ້ນສູນກາງ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງຈັນ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຍູ້ແຮງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລ ຍະໃໝ່ ໃຫ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກ້າວຂື້ນ ກ້າວຂື້ນ ກ້າວຂື້ນ ຢ່າງແຂງແຮງ ແລະ ບໍ່ຢຸດຢັ້ງ.

    ທັງໝົດນັ້ນ ແມ່ນພາລະກຳປະຫວັດສາດໜຶ່ງ ແລະ ແມ່ນຄວາມຮັບຜິດຊອບຂອງຄະນະພັກ ອົງການການປົກຄອງທຸກຂັ້ນ ສະ ນັ້ນ ໃນນາມຕາງໜ້າການນໍາຂັ້ນສູນກາງ ຂ້າພະເຈົ້າຂໍຖືໂອກາດນີ້ ຮຽກຮ້ອງມາຍັງຄະນະພັກ ອົງການປົກຄອງທຸກຂັ້ນ ແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງ ຄົມ ສະມາຊິກພັກ ພະນັກງານ ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາລາວບັນດາເຜົ່າທົ່ວປະເທດ ກໍຄື ພີ່ນ້ອງຮ່ວມຊາດ ຈົ່ງເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ ຮັກເຊື້ອແພງຊາດ ເຊີດຊູມານະຈິດປະຕິວັດ ຄວາມອົດທົນ ສູ້ຊົນບຸກບືນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ເພື່ອຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ.

error: Content is protected !!