ຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XII

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໄດ້ອັດລົງຢ່າງມີຜົນສຳເລັດສະຫງ່າງາມ ໃນວັນທີ 8 ມັງກອນ 2026 ທີ່ ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະ ເທດ ມີ ບັນດາກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ອາ ດີດເລຂາທິການໃຫຍ່ ບັນດາສະຫາຍຫົວໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ຕົວແທນວິລະຊົນແຫ່ງຊາດ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວຈັດຂຶ້ນ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ”.

ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ສະຫາຍ ນາງ ສີໃສ ລືເດດມູນສອນ ຕາງໜ້າອະນຸກຳມະການກົດລະ ບຽບ ແລະ ບຸຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ແຈ້ງຜົນຂອງການປ່ອນບັດເລືອກຕັ້ງ ຄະນະບໍລິຫານງານສູນກາງພັກຊຸດໃໝ່ ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໂດຍໄດ້ເລືອກຕັ້ງ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII ແລະ ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະ ໄໝທີ XII ເຊິ່ງປະກອບມີ ກຳມະການສົມບູນສູນກາງພັກ 73 ສະຫາຍ 12 ຍິງ ສະຫາຍ ຄື: 1. ສະຫາຍ ທອງລຸນ ສີສຸລິດ 2.ສະຫາຍ ໄຊສົມພອນ ພົມວິຫານ 3. ສຫ ສອນໄຊ ສີພັນດອນ 4. ສຫ ຄໍາພັນ ພົມມະທັດ 5. ສຫ ກິແກ້ວ ໄຂຄໍາພິທູນ 6. ສຫ ພົອ ວິໄລ ຫຼ້າຄໍາຟອງ 7. ສຫ ນາງ ສີໄສ ລືເດດມູນສອນ 8. ສຫ ສະເຫຼີມໄຊ ກົມມະສິດ 9.ສຫ ຄໍາພັນ ເຜີຍຍະວົງ10.ສຫ ອານຸພາບ ຕຸນາລົມ 11. ສຫ ທອງສະລິດ ມັງໜໍ່ເມກ12.ສຫ ນາງ ສູນທອນ ໄຊຍະຈັກ13.ສຫ ນາງ ວຽງທອງ ສີພັນດອນ 14. ສຫ ກອງແກ້ວ ໄຊສົງຄາມ15. ສຫ ສອນທະນູ ທໍາມະວົງ16. ສຫ ວິໄລວົງ ບຸດດາຄຳ 17. ສຫ ເພັດ ພົມພິພັກ 18.ສຫ ສັນຕິພາບ ພົມວິຫານ 19.ສຫ ນາງ ບຸນຄໍາ ວໍລະຈິດ 20. ສຫ ບົວຄົງ ນາມມະວົງ 21.ສຫ ນາງ ໃບຄໍາ ຂັດທິຍະ 22. ສຫ ອາລຸນໄຊ ສູນນະລາດ 23.ສຫ ນາງ ສວນສະຫັວນ ວິຍາເກດ 24. ສຫ ໂພໄຊ ໄຊຍະສອນ 25.ສຫ ລາວປາວຊົງ ນະວົງໄຊ 26. ສຫ ພົທ ຄໍາລຽງ ອຸທະໄກສອນ 27) ສຫ ບຸນໂຈມ ອຸບົນປະ ເສີດ 28. ສຫ ຄໍາຜອຍ ວັນນະສານ 29.ສຫ ເຫຼັກໄຫຼ ສີວິໄລ 30.ສຫ ຄໍາໄຫຼ ສີປະເສີດ 31.ສຫ ວັນໄຊ ພອງສະຫັວນ32.ສຫ ນາງ ອາລີ ວົງໜໍ່ບຸນທໍາ 33. ສຫ ໄພວີ ສີບົວລິພາ 34.ສຫ ພູວົງ ອຸ່ນຄໍາແສນ 35. ສຫ ບຸນຈັນ ສີວົງພັນ 36)ສຫ ທອງສະຫັວນ ພົມວິຫານ 37. ສຫ ໄຊຊະນະ ໂຄດພູທອນ 38.ສຫ ອາດສະພັງທອງ ສີພັນດອນ 39. ສຫ ລີເບີ ລີປົວປາວ 40.ສຫ ນາງ ບຸດສະດີ ທະນະເມືອງ 41.ສຫ ນາງ ປິ່ງຄໍາ ລາດສະສີມາ 42.ສຫ ພົທ ວັນທອງ ກອງມະນີ 43.ສຫ ດາວວົງ ພອນແກ້ວ 44. ສຫ ມະໄລທອງ ກົມມະສິດ 45. ສຫ ບຸນຄົງ ຫຼ້າຈຽມພອນ 46.ສຫ ວັນສີ ກົວມົວ 47.ສຫ ວິໄລວັນ ບຸດດາຄໍາ 48. ສຫ ລິ່ນຄຳ ດວງສະຫັວນ 49.ສຫ ວຽງທະວີສອນ ເທບພະຈັນ 50.ສຫ ມອນໄຊ ລາວມົວຊົງ 51.ສຫ ນາງ ໄພວອນ ລ້ອມບຸນແພງ 52) ສຫ ນາງ ລີວົງ ລາວລີ 53)ສຫ ພອຍຄໍາ ຮຸ່ງບຸນຍວງ54. ສຫ ພົຕ ສົມພອນ ມີດຕະພອນ 55) ສຫ ບຸນຫຼາຍ ບຸດທິ 56)ສຫ ບຸນເຫຼື່ອມ ມະນີວົງ 57. ສຫ ພົວ ແປ້ນຄໍາ ບຸດຈັນແພງ 58)ສຫ ບຸນເຫຼືອ ພັນດານຸວົງ 59) ສຫ ສັນຕິສຸກ ສິມມະລາວົງ 60)ສຫ ທອງລີ ສີສຸລິດ 61)ສຫ ພູທະນູເພັດ ໄຊສົມບັດ 62) ສຫ ພຸດພັນ ແກ້ວວົງໄຊ 63)ສຫ ເພັງນິລັນ ຄໍາພັນເພັງ 64) ສຫ ບຸນເຖິງ ດວງສະຫວັນ 65) ສຫ ຄໍາກິ່ງ ຜຸຍຫຼ້າມະນີວົງ 66) ສຫ ວົງສອນ ອິນປານພິມ 67) ສຫ ພົທ ສາຍໃຈ ກົມມະສິດ 68) ສຫ ຜາຄໍາ ອິນແສງ 69)ສຫ ຄໍາລາວັນ ຈັນທະລາວັນ 70)ສຫ ນາງ ທຸມມະລີ ວົງພະ ຈັນ 71)ສຫ ສຸກຄໍາເພັດ ເຮືອງບຸດສີ 72) ສຫ ຄອນສະຫວັນ ສົມພະໄຊ 73)ສຫ ໂພໄຊ ໄຂຄໍາພິທູນ.

ກຳມະການສຳຮອງສູນກາງພັກ ປະກອບມີ 15 ສະຫາຍ ຍິງ 1 ສະຫາຍ ຄື: ຄື 1. ສຫ ວາລະໄຊ ເລັ່ງສະຫວັດ 2. ສຫ ດາວສະຫວັນ ເຄືອມີໄຊ 3. ສຫ ມີໄຊ ພົມເຂ 4. ສຫ ຄໍາມອນ ຈັນທະຈິດ 5. ສຫ ສຸລິວັດ ສຸວັນນະຈູມຄໍາ 6. ສຫ ກອງສະຫວັດ ບຸນລ້ຽງ 7. ສຫ ຈິນດາວົງ ໂພສີຄໍາ 8. ສຫ ພິໄລທອງ ຈິດມະນີ 9. ສຫ ວັນນະໄຊ ຊາດຕະກູນ 10. ສຫ ພົວຈ ສອນໄຊ ຈັນຍາລາດ 11. ສຫ ທະນົງໄຊ ຄຸດໄພທູນ 12. ສຫ ນາງ ມີນາ ສີ ວິໄລ 13. ສຫ ບຸນທະວີ ສີສຸກັນ14. ສຫ ສຸລິໄຊ ພິຈິດ 15. ສຫ ອາຄົມເດດ ວົງໄຊ.

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ໄດ້ເລືອກຕັ້ງເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ແລະ ໄດ້ເລືອກເອົາກຳມະການກົມການເມືອງສູນກາງພັກ ຈຳນວນ 13 ສະຫາຍ ຍິງ 1 ຄື:ກອງປະຊຸມຄັ້ງມະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປັນເອກະພາບ ເລືອກຕັ້ງເອົາ ກໍາມະການກົມການເມືອງສູນກາງພັກ 13 ສະຫາຍ ຍິງ 1 ສະຫາຍ ຄື: 1). ສະຫາຍ ທອງລຸນ ສີສຸລິດ 2) ສະຫາຍ ໄຊສົມພອນ ພົມວິຫານ 3) ສະຫາຍ ສອນໄຊ ສີພັນດອນ 4) ສະຫາຍ ຄໍາພັນ ພົມມະທັດ 5) ສະຫາຍ ກິແກ້ວ ໄຂຄໍາພິທູນ 6) ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ 7) ສະຫາຍ ນາງ ສີໃສ ລືເດດມູນສອນ 😎 ສະຫາຍ ສະເຫຼີມໄຊ ກົມມະສິດ 9) ສະຫາຍ ຄໍາພັນ ເຜີຍຍະວົງ 10) ສະຫາຍ ທອງສະລິດ ມັ່ງໜໍ່ເມກ 11) ສະຫາຍ ເພັດ ພົມພິພັກ 12) ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ 13) ສະຫາຍ ວັນໄຊ ພອງສະຫວັນ.

ພ້ອມນີ້ໄດ້ເລືອກເອົາ ຄະນະເລຂາທິການສູນກາງພັກ 11 ສະຫາຍ ແລະ ໄດ້ເລືອກເອົາ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ ເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານຄະນະກວດກາສູນກາງພັກ ແລະ ເລືອກຮອງປະທານຄະນະກວດກາສູນກາງພັກ 6 ສະຫາຍ.

ການເລືອກຕັ້ງເອົາການນຳສູງສຸດຂອງພັກເຮົາໃນເທື່ອນີ້ ໄດ້ດຳເນີນໄປຢ່າງມີປະຊາ ທິປະໄຕສະແດງເຖິງສະຕິປັນຍາ ແລະ ຄວາມສາມັກຄີເປັນເອກະພາບ ທີ່ເປັນມູນເຊື້ອອັນດີງາມຂອງພັກ ຮັບປະກັນລັກສະນະສືບທອດຕໍ່ເນື່ອງແຫ່ງການນຳພາອັນໜັກແໜ້ນຂອງພັກເຮົາ ດ້ວຍຄວາມໄວ້ເນື້ອເຊື່ອໃຈຈາກຜູ້ແທນ ບັນດາສະຫາຍກຳມະການສູນກາງພັກ ທີ່ໄດ້ຮັບການເລືອກຕັ້ງຈາກກອງປະຊຸມໃຫຍ່ຄັ້ງນີ້ ຈະສຸມສະຕິປັນຍາ ກຳລັງວັງຊາ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນເພື່ອແບກຫາບພາລະໜ້າທີ່ອັນສູງສົ່ງ ແລະ ໜັກໜ່ວງທີ່ກອງປະຊຸມໃຫຍ່ຄັ້ງນີ້ມອບໝາຍໃຫ້.

error: Content is protected !!