ໃນວັນທີ 6 ມັງກອນ 2026 ສະຫາຍ ປອ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກນະ ຄອນຫຼວງວຽງຈັນ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນໄດ້ຂຶ້ນປະກອບຄຳເຫັນ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຫົວຂໍ້ “ການພັດທະນານະຄອນຫຼວງວຽງຈັນ ໃຫ້ສົມກຽດເປັນສູນກາງດ້ານການເມືອງ ເສດຖະກິດ ວັດທະນະທຳ-ສັງຄົມ ຂອງປະເທດ”.

ເພື່ອພັດທະນານະຄອນຫຼວງວຽງຈັນ ໃຫ້ກາຍເປັນສູນກາງດ້ານການເມືອງ ເສດຖະກິດ ວັດທະນະທຳ-ສັງຄົມຂອງປະເທດ ໃນ 5 ປີຜ່ານມາ ບັນລຸໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນດ້ານການເມືອງ: ນະຄອນຫຼວງວຽງຈັນ ຮັກສາໄດ້ຄວາມສະຫງົບ ໝັ້ນຄົງ ການປະຕິບັດບົດບາດນຳພາຂອງພັກທຸກຂັ້ນ ໄດ້ຮັບການຍົກສູງຂຶ້ນ ບັນດາແນວທາງ ມະຕິ ຄໍາສັ່ງຂອງສູນກາງໄດ້ຮັບການຜັນຫຍາຍ ຈັດຕັ້ງປະຕິບັດ ແລະ ໄດ້ຮັບໝາກຜົນຕົວຈິງ ກໍາລັງປະກອບອາວຸດໄດ້ຮັບການຍົກລະດັບໃຫ້ມີຄວາມທັນສະໄໝ ນໍາໃຊ້ລະບົບ ICT ເຂົ້າໃນວຽກງານ ປກຊ-ປກສ ຢ່າງມີຈຸດສຸມ ຖືສໍາຄັນການສ້າງພະລາທິການກັບທີ່ ມີແບບແຜນຊີ້ນໍາ-ບັນຊາ ແລະ ມີລະບຽບວິໄນເຂັ້ມງວດ ເສດຖະກິດໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ ສະເລ່ຍ 5,34% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນ ປີ 2025 ບັນລຸໄດ້ 89.278,8 ຕື້ກີບ ສະເລ່ຍຕໍ່ຫົວຄົນ ເທົ່າກັບ 85,17 ລ້ານກີບ ໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນໄປຕາມທິດທາງທີ່ກໍານົດໄວ້ ໃນນັ້ນ ຂະແໜງກະສິກໍາ ຫຼຸດລົງຈາກ 14,3% ມາເປັນ 13% ໃນປີ 2025 ອຸດສາຫະກໍາ ຫຼຸດລົງຈາກ 49,5% ມາເປັນ 49% ໃນປີ 2025 ແລະ ການບໍລິການ ເພີ່ມຂຶ້ນຈາກ 36,2% ມາເປັນ 38% ໃນປີ 2025 ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໄດ້ຮັບການຈັດຕັ້ງປະຕິບັດ ໄດ້ເອົາໃຈໃສ່ປະຕິບັດຍຸດທະສາດການສຶກສາແຫ່ງຊາດ ນໍາໃຊ້ວິທະຍາສາດ-ເຕັກນິກ ເຕັກໂນໂລຊີ ຫັນໄປສູ່ຄວາມເປັນທັນສະໄໝ ແລະ ເສດຖະກິດພູມປັນຍາ ຕາໜ່າງສາທາລະນະສຸກ ໄດ້ຂະຫຍາຍຕົວລົງສູ່ຮາກຖານ, ສາມາດປະກາດນະຄອນຫຼວງວຽງຈັນ ເປັນນະຄອນຫຼວງດ້ານສຸຂະອະນາໄມແຫ່ງທີ 2 ຂອງອາຊຽນ; ມູນເຊື້ອວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າ ໄດ້ຮັບການອະນຸຮັກຮັກສາ ແລະ ເສີມຂະຫຍາຍ ກໍາລັງແຮງງານໄດ້ຮັບການພັດທະນາດ້ານສີມື ຜູ້ອອກແຮງງານໄດ້ເຂົ້າເຖິງປະກັນສັງຄົມນັບມື້ຫຼາຍຂຶ້ນ ພື້ນຖານໂຄງລ່າງໄດ້ຮັບການພັດທະນາຕາມແຜນຜັງສະບັບທີ III ເຂດເມືອງເກົ່າ ໄດ້ຮັບການຟື້ນຟູ ແລະ ບູລະນະຮັກສາ ການພັດທະນາພື້ນຖານໂຄງລ່າງຫົນທາງ ໄດ້ຮັບການກໍ່ສ້າງ ແລະ ສ້ອມແປງ ທາງດ່ວນວຽງຈັນ-ວັງວຽງ ທາງລົດໄຟ ລາວ-ຈີນ ເສັ້ນທາງເຊື່ອມຕໍ່ລະຫວ່າງເມືອງ ແລະ ກັບບັນດາແຂວງ ໄດ້ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມ ການຈັດເກັບສິ່ງເສດເຫຼືອໃຫ້ຖືກວິທີ ດ້ວຍການອອກນິຕິກໍາ ແລະ ຍຸດທະສາດຕ່າງໆເພື່ອຄຸ້ມຄອງ ສ້າງໂຮງງານບໍາບັດນໍ້າເປື້ອນຈາກຄົວເຮືອນ ແບບລວມສູນ ນໍາພາແກ້ໄຂບັນຫານໍ້າຖ້ວມ ນໍ້າອັ່ງຂັງ ແລະ ວາງແຜນປ້ອງກັນໄພພິບັດຕ່າງໆໄດ້ຢ່າງທັນການ ແນວທາງການຕ່າງປະເທດຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ມາຮອດປັດຈຸບັນ ນະຄອນຫຼວງວຽງຈັນ ໄດ້ພົວພັນ ແລະ ຮ່ວມມືກັບ 19 ປະເທດ 74 ນະຄອນ/ແຂວງ ແລະ 7 ເມືອງ ສ້າງເປັນນະຄອນມິດຕະພາບນຳກັນແລ້ວ 17 ນະຄອນ/ແຂວງ ເຫັນໄດ້ວ່າ: ບົດບາດຂອງນະຄອນຫຼວງວຽງຈັນ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ໄດ້ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນລະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມນະໂຍບາຍ 3 ສ້າງ ຜ່ານການຈັດຕັ້ງປະຕິບັດ ມີຄອບຄົວພົ້ນທຸກທັງໝົດ 155.493 ຄອບຄົວ ເທົ່າກັບ 99,43% ຮັບຮອງເປັນເມືອງເຂັ້ມແຂງຮອບດ້ານ ແລະ ເມືອງພົ້ນທຸກສໍາເລັດ 9 ເມືອງ ນະຄອນຫຼວງວຽງຈັນໄດ້ຖືກຮັບຮອງ ແລະ ປະກາດເປັນຫົວໜ່ວຍຍຸດທະສາດ ຈາກລັດຖະບານຢ່າງເປັນທາງການ ໃນວັນທີ 20 ຕຸລາ 2023.
ຄຽງຄູ່ກັບຜົນສໍາເລັດພວກເຮົາກໍ່ຍັງມີຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະຕ້ອງໄດ້ຮີບຮ້ອນແກ້ໄຂຕື່ມອີກ ເປັນຕົ້ນແມ່ນ: ການແກ້ໄຂບັນຫາຂໍ້ຂັດແຍ່ງທີ່ດິນ-ການບຸກລຸກທີ່ດິນ ຖະໜົນຫົນທາງ ການສັນຈອນແອອັດ ການບໍລິຫານຈັດການຕົວເມືອງ ການຈັດຕັ້ງປະຕິບັດນະໂຍບາຍ 6 ສ ການແກ້ໄຂບັນຫາ ທີ່ຕິດພັນກັບໂຄງການພັດທະນາຕ່າງໆ ໂດຍສະເພາະແມ່ນໂຄງການກໍ່ສ້າງເສັ້ນທາງດົງໂພສີ ເສັ້ນທາງ 450 ປີ ເຂດເສດຖະກິດພິເສດ Smart City ໂຄງການ BRT ແລະ ອື່ນໆ.
ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ນະຄອນຫຼວງວຽງຈັນຈະສຸມໃສ່:1). ສ້າງນະຄອນຫຼວງເປັນສູນກາງດ້ານການເມືອງ-ການປົກຄອງ: ດ້ວຍການຮັກສາບົດບາດເປັນໃຈກາງ ແລະ ມັນສະໝອງດ້ານການເມືອງ-ການປົກຄອງຂອງຊາດ ຮັບປະກັນສະຖຽນລະພາບທາງການເມືອງ ຄວາມສະຫງົບ ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກ ແໜ້ນ ຮັກສາຄວາມໝັ້ນຄົງໃນລະບົບການເມືອງດ້ວຍການຍົກສູງບົດບາດນຳພາ ແລະ ຄວາມສາມາດກຳອຳນາດຂອງຄະນະພັກທີ່ເຂັ້ມແຂງໃນທຸກຂັ້ນ ສ້າງນະຄອນຫຼວງວຽງຈັນ ເປັນຫົວໜ່ວຍຍຸດທະສາດໜຶ່ງທີ່ເຂັ້ມແຂງ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງຕາແສງເປັນຫົວໜ່ວຍບໍລິການປະຊາຊົນໃຫ້ທົ່ວເຖິງ ແລະ ສ້າງບ້ານເປັນຫົວໜ່ວຍຊຸມຊົນ ທີ່ເປັນເຈົ້າຕົນເອງ.
ສຸມໃສ່ປະຕິບັດນະໂຍບາຍຂອງພັກຢ່າງແຂງແຮງ ດ້ວຍການຍູ້ແຮງການຫັນເປັນທັນສະໄໝ (Digitalization) ໃນການບໍລິການພາກລັດ ສ້າງ “ເມືອງອັດສະລິຍະ” (Smart City) ເພື່ອຫຼຸດຜ່ອນຂັ້ນຕອນທີ່ຊັບຊ້ອນ ສ້າງຄວາມໂປ່ງໃສ ແລະ ອຳນວຍຄວາມສະດວກສູງສຸດ ໃຫ້ແກ່ປະຊາຊົນ ແລະ ພາກທຸລະກິດ.
ປະຕິບັດແນວທາງການຕ່າງປະເທດຂອງພັກ-ລັດ ຮັບປະກັນ ແລະ ຂະຫຍາຍການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ເປັນເຈົ້າການໃນການປະຕິບັດພັນທະສາກົນ ເຂົ້າຮ່ວມແຂ່ງຂັນໃນເວທີພາກພື້ນ ແລະ ສາກົນ ເພື່ອພັດທະນານະຄອນຫຼວງວຽງຈັນ ໃຫ້ມີຄວາມເຂັ້ມແຂງ ແລະ ສົມກຽດໃນເວທີສາກົນ 2). ສ້າງນະຄອນຫຼວງເປັນສູນກາງດ້ານເສດຖະກິດ-ການເຕີບໂຕ (The Economic Engine): ດ້ວຍການສ້າງໃຫ້ເປັນ “ຫົວຈັກຂັບເຄື່ອນ” ເສດຖະກິດແຫ່ງຊາດດ້ວຍນະໂຍບາຍເສດຖະກິດເອກະລາດ ເປັນເຈົ້າຕົນເອງທີ່ເຂັ້ມແຂງທີ່ສຸດໂດຍສຸມໃສ່: ພັດທະນາລະບົບ Logistics ໃຫ້ສົມບູນ ນຳໃຊ້ທ່າແຮງ ຈາກທາງລົດໄຟລາວ-ຈີນ ແລະ ທາງດ່ວນ ຢ່າງເຕັມສ່ວນ ເພື່ອຫັນນະຄອນຫຼວງວຽງຈັນໃຫ້ກາຍເປັນສູນກາງການຄ້າ ການລົງທຶນ ແລະ ການເຊື່ອມຈອດ (Connectivity) ຂອງອະນຸພາກພື້ນ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ (Ease of Doing Business) ຢ່າງແທ້ຈິງ ເພື່ອດຶງດູດການລົງທຶນ ທີ່ມີຄຸນນະພາບສູງ ເຕັກໂນໂລຊີທີ່ທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ (ເສດຖະກິດສີຂຽວ) ຍົກລະດັບການບໍລິການ ການທ່ອງທ່ຽວ ແລະ ການເງິນ-ການທະນາຄານ ໃຫ້ໄດ້ມາດຕະຖານສາກົນ ພ້ອມທັງສົ່ງເສີມເສດຖະກິດດິຈິຕອນ (Digital Economy) 3). ສ້າງນະຄອນຫຼວງເປັນສູນກາງດ້ານວັດທະນະທຳ-ສັງຄົມ (The Socio-Cultural Heart): ເປັນ “ຈິດວິນຍານ” ຂອງຄວາມເປັນລາວ ຢາກບັນລຸໄດ້ແນວນັ້ນ ຈະໄດ້ສຸມໃສ່: ດ້ານການສຶກສາ: ພັດທະນານະຄອນຫຼວງວຽງຈັນ ໃຫ້ເປັນ “ສູນກາງແຫ່ງປັນຍາ” ຍົກສູງຄຸນນະພາບຂອງມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນການສຶກສາຕ່າງໆ, ສ້າງບຸກຄະລາກອນທີ່ມີຄຸນນະພາບສູງ ເພື່ອຕອບສະໜອງຕະຫຼາດແຮງງານໃນຍຸກໃໝ່ ດ້ານສາທາລະນະສຸກ: ພັດທະນາໂຮງໝໍສູນກາງ ໃຫ້ເປັນໂຮງໝໍຊັ້ນນຳ, ມີການບໍລິການທີ່ທັນສະໄໝ ເພື່ອໃຫ້ປະຊາຊົນທົ່ວປະເທດ ສາມາດເຂົ້າເຖິງການປິ່ນປົວທີ່ມີຄຸນນະພາບ ດ້ານວັດທະນະທໍາ: ມີການວາງຜັງເມືອງ (Urban Planning) ທີ່ຊັດເຈນ ຮັກສາ ແລະ ເສີມຂະຫຍາຍເອກະລັກອັນດີງາມ (ເຊັ່ນ: ວັດວາອາຮາມ, ປະເພນີ) ໄປຄຽງຄູ່ກັບການພັດທະນາເມືອງທີ່ທັນສະໄໝ ສ້າງນະຄອນຫຼວງວຽງຈັນ ໃຫ້ເປັນ “ເມືອງໜ້າຢູ່” (Livable City) ທີ່ສະອາດ ສີຂຽວ ແລະ ມີຄວາມປອດໄພ ສ້າງຄວາມສີວິໄລທາງດ້ານວັນຖຸ ແລະ ຈິດໃຈ ຂອງຄົນນະຄອນຫຼວງໄດ້ຮັບການພັດທະນາກົມກຽວກັນ ສ້າງສັງຄົມ ນະຄອນຫຼວງຮູ້ປັບຕົວເຂົ້າກັບຍຸກສະໄໝ ແລະ ຮັກສາໄດ້ຄວາມເປັນເອກະລັກ.