ໃນວາລະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນ 2026 ທີ່ ຫໍປະຊຸມແຫ່ງຊາດ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ມີບາງຕອນກ່າວວ່າ: ໃນໄລຍະ 5 ປີ ຜ່ານມາດ້ວຍການນຳພາຊີ້ນໍາ ທີ່ເປັນເອກະພາບສູງ ຂອງສູນກາງພັກ ຄວາມພະຍາຍາມບຸກບືນຂອງບັນດາອົງການຈັດຕັ້ງໃນລະບົບການເມືອງ ແຕ່ເທິງລົງລຸ່ມ ແລະ ການເຂົ້າຮ່ວມຂອງທົ່ວປວງຊົນລາວ ການຮ່ວມມື ສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດຕ່າງປະເທດ ພວກເຮົາສາມາດເຮັດໃຫ້ທິດທາງຄາດໝາຍສູ້ຊົນທີ່ວາງອອກໄດ້ຮັບການຈັດຕັ້ງປະຕິບັດ ໄດ້ມີຜົນສຳເລັດຫຼາຍປະການເປັນທີ່ໜ້າພາກພູມໃຈ ເສດຖະກິດຂອງປະເທດເວົ້າລວມຍັງຮັກສາໄດ້ການເຕີບໂຕຢ່າງຕໍ່ເນື່ອງ ສະຖຽນລະພາບຂອງເສດຖະກິດມະຫາພາກ ມີບາດກ້າວດີຂຶ້ນ ສາມາດຄວບຄຸມໄດ້ໄພເງິນເຟີ້ ຄຸ້ມຄອງອັດຕາແລກປ່ຽນໄດ້ໃນລະດັບໜຶ່ງ ເສດຖະກິດຂອງປະເທດ ກຳລັງຟື້ນຕົວ ແລະ ໄດ້ມີພື້ນຖານໃນທາງບວກຫຼາຍຂຶ້ນ.

ຜົນສຳເລັດທີ່ພົ້ນເດັ່ນ ແມ່ນ ສາມາດປົກປັກຮັກສາອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດ ໄວ້ໄດ້ຢ່າງໝັ້ນຄົງ ຮັບປະກັນສະຖຽນລະພາບທາງການເມືອງ ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ ສາມາດສະກັດກັ້ນ ແລະ ຕ້ານທຸກການທຳລາຍມ້າງເພທີ່ເລິກແລບຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ ຕໍ່ປະເທດເຮົາ ສະກັດກັ້ນ ແລະ ແກ້ໄຂບັນດາເຫດການຫຍໍ້ທໍ້ໃນສັງຄົມ ກໍາລັງປກຊ-ປກສ ເປັນຫຼັກແຫຼ່ງຮ່ວມກັນທຸກກຳລັງພາຍໃນຊາດຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຖືເປັນສະໜາມຮົບໜຶ່ງທີ່ດຸເດືອດ ແຕ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍດ້ວຍຜົນສໍາເລັດເປັນຢ່າງດີ ກໍາລັງປະກອບອາວຸດຍາມໃດກໍເປັນກຳລັງທີ່ຈົງຮັກພັກດີ ແລະ ໄວ້ໃຈຂອງພັກ ເຊິ່ງໄດ້ຮັບການປັບປຸງ ກໍ່ສ້າງ ແລະ ຍົກລະດັບໃຫ້ເຂັ້ມແຂງ ໜັກແໜ້ນໃນທຸກດ້ານເປັນກ້າວໆມາ ໄດ້ສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສາມາດຍາດໄດ້ຜົນສຳເລັດສຳຄັນຫຼາຍດ້ານທີ່ເປັນພື້ນຖານ ສາມາດປະຄັບປະຄອງເສດຖະກິດມະຫາພາກ ບໍ່ໃຫ້ຕົກເຂົ້າສູ່ພາວະວິກິດການ ໄດ້ດຳເນີນບັນດາມາດຕະການຕ່າງໆ ທີ່ມີຈຸດສຸມ ດ້ວຍການປັບປຸງລະບອບ ລະບຽບການ ກົນໄກຄຸ້ມຄອງເສດຖະກິດ ທີ່ເອື້ອອໍານວຍ ແລະ ສົ່ງເສີມການຜະລິດ-ທຸລະກິດ ຫັນເປັນທັນສະໄໝ ໄດ້ຈໍານວນໜຶ່ງ ອັດຊ່ອງວ່າງການຮົ່ວໄຫຼງົບປະມານຂອງລັດທຸກລະດັບໄດ້ດີຂຶ້ນ ໄດ້ເລີ່ມປະຕິຮູບລັດວິສາຫະກິດຈຳນວນໜຶ່ງຢ່າງຈິງຈັງ ຂະຫຍາຍການຜະລິດເປັນສິນຄ້າ ຕິດພັນກັບການປຸງແຕ່ງ ສ້າງມູນຄ່າເພີ່ມ ລະບົບໂຄງລ່າງພື້ນຖານໃໝ່ຈໍານວນໜຶ່ງ ໄດ້ຮັບການພັດທະນາ ແລະ ເປີດການນໍາໃຊ້ ເຮັດໃຫ້ນະໂຍບາຍເຊື່ອມໂຍງ-ເຊື່ອມຈອດ ຂອງພວກເຮົາ ໄດ້ມີບາດກ້າວບຸກທະລຸໃໝ່.
ໃນ 5 ປີ ຜ່ານມາ ພວກເຮົາໄດ້ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດເປັນໜ້າທີ່ແຖວໜ້າ ປັບປຸງຄຸນະພາບການຮຽນ-ການສອນ ສຸມໃສ່ແກ້ໄຂສະພາບຂາດຄູສອນ ການປະລະການຮຽນຂອງນັກຮຽນ-ນັກສຶກສາ ສົ່ງເສີມການຄົ້ນຄວ້າວິທະຍາສາດ ການສ້າງນະວັດຕະກໍາ ເອົາໃຈໃສ່ຍົກລະດັບການສົ່ງເສີມວຽກງານກັນພະຍາດ ການປິ່ນປົວສຸຂະພາບ ແລະ ການບໍລິການດ້ານສາທາລະນະສຸກ ໄດ້ອະນຸຮັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ ທີ່ເປັນເອກະລັກຂອງຊາດ ໄດ້ຖືສຳຄັນ ການຄຸ້ມຄອງແຮງງານ ສົ່ງເສີມການພັດທະນາສີມືແຮງງານ ເອົາໃຈໃສ່ປະຕິບັດນະໂຍບາຍ ຕໍ່ຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ, ການຊ່ວຍເຫຼືອສົງເຄາະຕ່າງໆ ໄດ້ເປັນຢ່າງດີ ອົງການລັດທຸກຂັ້ນ ໄດ້ຮັບການປັບປຸງໃຫ້ມີຄວາມກະທັດຮັດ ແລະ ມີປະສິດທິຜົນ ເພື່ອສູ່ຄຸນະພາບໃໝ່ ໄປຄຽງຄູ່ກັບການສ້າງ ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຢ່າງເປັນລະບົບ ເປັນພື້ນຖານອັນເຂັ້ມແຂງ ໃຫ້ແກ່ການຫັນໄປສູ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໄດ້ຜັນຂະຫຍາຍແນວທາງປ່ຽນແປງໃໝ່ ໃນວຽກງານແນວໂຮມ ວຽກງານມະຫາຊົນ ຂອງພັກ ເປັນກົດໝາຍ ແລະ ນິຕິກໍາ ເປັນພື້ນຖານ ຄໍ້າປະກັນການປະຕິບັດສິດ ໜ້າທີ່ ພາລະບົດບາດຂອງອົງການເຫຼົ່ານັ້ນ ໃຫ້ການຂົນຂວາຍສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວ ປະກອບສ່ວນເຂົ້າໃນການປະຕິບັດ ສອງໜ້າທີ່ຍຸດທະສາດ ຕັ້ງໜ້າປະຕິບັດແນວທາງການຕ່າງປະເທດ ເອກະລາດເປັນເຈົ້າຕົນເອງ, ສືບຕໍ່ດຳເນີນນະໂຍບາຍການທູດຢ່າງເປີດກວ້າງ ຢ່າງເປັນເຈົ້າການ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຢ່າງຕັ້ງໜ້າ, ສາມາດຮັກສາໄດ້ສະພາບແວດລ້ອມສາກົນທີ່ເອື້ອອຳນວຍ ໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ສາມາດຍົກຖານະບົດບາດຂອງປະເທດເຮົາ ແລະ ຂອງພັກເຮົາ ໃຫ້ສູງເດັ່ນຂຶ້ນ ໃນເວທີສາກົນອີກບາດກ້າວໜຶ່ງທີ່ສຳຄັນ.
ໃນ 5 ປີຜ່ານມາ ພວກເຮົາໄດ້ສຸມໃສ່ປັບປຸງ ກໍ່ສ້າງພັກ ທັງ 4 ດ້ານໄປ ພ້ອມໆກັນ ເປັນຕົ້ນ: ສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ດ້ານແນວຄິດ-ການເມືອງ ເຊິ່ງຖືເປັນສະໜາມຮົບແຖວໜ້າ ຂອງພັກໃນໄລຍະໃໝ່ ວຽກງານຄົ້ນຄວ້າທິດສະດີ ສະຫຼຸບພຶດຕິກໍາ ຂອງພັກໂດຍສະເພາະ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ມີຜົນສຳເລັດທີ່ພົ້ນເດັ່ນ ຕິດພັນກັບການແລກປ່ຽນບົດຮຽນ ດ້ານທິດສະດີ-ພຶດຕິກຳ ກັບພັກອ້າຍນ້ອງ ຢ່າງເປັນປົກກະຕິ.
ພັກເຮົາ ໄດ້ຍູ້ແຮງການກໍ່ສ້າງ ປັບປຸງພັກ ໂດຍຖືເອົາຄຸນະພາບເປັນກົກ ເຮັດໃຫ້ການຈັດຕັ້ງຮາກຖານພັກ ແລະ ຖັນແຖວສະມາຊິກພັກ ມີຈຳນວນເພີ່ມຂຶ້ນ. ອັນພົ້ນເດັ່ນ ໄດ້ເປີດບັ້ນດໍາເນີນຊີວິດການເມືອງກາງສະໄໝ ແລະ ທ້າຍສະໄໝ ໃນທົ່ວພັກ ໂດຍຖືມາດຕະການດັ່ງກ່າວ ເປັນການປົວແປງພາຍໃນພັກ ເພື່ອສືບຕໍ່ຍູ້ແຮງການກໍ່ສ້າງ ປັບປຸງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນຍິ່ງຂຶ້ນຕິດພັນກັບການຕິດຕາມ ກວດກາ ແລະ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ພາຍໃນພັກ ຢ່າງເຂັ້ມງວດ.
ທຸກໆອົງຄະນະພັກ ໄດ້ສຳເລັດການຂຶ້ນແຜນກຳນົດພະນັກງານຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຕົນຄຸ້ມຄອງ ກາຍເປັນບ່ອນອີງພື້ນຖານໃຫ້ແກ່ການຄົ້ນຄວ້າ ສັບຊ້ອນ ຈັດວາງ ແລະ ບຳລຸງກໍ່ສ້າງ ພະນັກງານນຳພາຄຸ້ມຄອງແຕ່ລະຂັ້ນ ປັບປຸງລະບົບການຄຸ້ມຄອງ-ປ້ອງກັນພະນັກງານ ການປະຕິບັດນະໂຍບາຍຕໍ່ພະນັກງານ ຢູ່ແຕ່ລະຂັ້ນຢ່າງເໝາະສົມ.