ສປປ ລາວ ເພີ່ມທະວີການເຊື່ອມຕໍ່ດິຈິຕອນໂດຍຜ່ານການຮ່ວມມືທຸລະກິດ ການນຳໃຊ້ສາຍສົ່ງ ໄຟເບີ້ອັອບຕິກ


ພິທີເຊັນສັນຍາ ຄູ່ຮ່ວມທຸລະກິດ ໃນວຽກງານສາຍສົ່ງ ໄຟເບີ້ອັອບຕິກ ລະຫວ່າງ ລັດວິສາຫະກິດ ໄຟຟ້າລາວ ແລະ ບໍລິສັດ ເບສ ເທເລຄອມ ຈໍາກັດ ເພື່ອການຫັນປ່ຽນປະເທດລາວ ຈາກປະເທດທີ່ມີຂໍ້ຈໍາກັດ ໃນການເຊື່ອມໂຍງຂໍ້ມູນ ເປັນປະເທດທາງຜ່ານຂໍ້ມູນຂອງພູມມີພາກ ໄດ້ຈັດຂຶ້ນໃນວັນທີ 5 ມັງກອນ 2026 ທີ່ໂຮງແຮມວັນດ້າ ວິສຕ້າ ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ປອ ອາຄົມເດດ ວົງໄຊ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (EDL) ແລະ ທ່ານ ປອ ລິດທິກອນ ພູມມະສັກ ຜູ້ອໍານວຍການໃຫຍ່ ບໍລິສັດ ເບສ ເທເບຄອມ ຈໍາກັດ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີ ບັນດາປະທານສະພາບໍລິຫານ ທັງສອງ ແລະ ແຂກຖືກເຊີນຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ


ການຮ່ວມທຸລະກິດລະຫວ່າງ EDL ແລະ ບໍລິສັດ ເບສ ເທເລຄອມ ມີເປົ້າໝາຍ ເສີມຂະຫຍາຍ ແລະ ປັບປຸງ ສາຍສົ່ງ ໄຟເບີ້ອັອບຕິກ ໄປຕາມລະບົບສົ່ງໄຟຟ້າແຫ່ງຊາດ ຂໍ້ລິເລີ່ມນີ້ແມ່ນບາດກ້າວທີ່ສຳຄັນໃນການຫັນ ສປປ ລາວ ຈາກປະເທດທີ່ມີຂໍ້ ຈຳກັດໃນການເຊື່ອມໂຍງຂໍ້ມູນ ຫຼື (Digital Land-Lock) ໄປສູ່ການເປັນສູນກາງການເຊື່ອມຕໍ່ດິຈິຕອນຂອງພາກພື້ນ ຫຼື (Digital Land-Link).
ໃນພິທີເຊັນສັນຍາຄັ້ງນີ້ ທ່ານ ປອ ອາຄົມເດດ ວົງໄຊ ກ່າວວ່າ: ຂ້າພະເຈົ້າ ເຊືີ່ອໝັ້ນວ່າ ດ້ວຍລະບົບພືີ້ນຖານໂຄງລ່າງຂອງ ລັດວິສາຫະກິດໄຟຟ້າລາວ ທີ່ມີຄວາມພ້ອມໃນປັດຈຸບັນ ບວກກັບທ່າແຮງທາງດ້ານການເງິນ ແລະ ປະສົບປະການຂອງ ບໍລິສັດ ລາວຄອນເນັກ ຈໍາກັດ (ບໍລິສັດ ເບສ ເທເລຄອມ ຈໍາກັດ) ຈະເຮັດໃຫ້ການຮ່ວມທຸລະກິດດັັ່ງກ່າວ ມີຜົນສໍາເລັດຕາມຄາດໝາຍ ໂດຍຖືເອົາຜົນປະໂຫຍດຂອງຊາດ ແລະ ສັງຄົມ ເປັນທີ່ຕັ້ງ ພ້ອມທັງສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕາມທິດທາງຫັນເປັນທັນສະໄໝ ແລະ ສີຂຽວ.


ພ້ອມດຽວກັນນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ການພັດທະນາລະບົບສາຍໃຍແກວ້ນໍາແສງ OPGW ເທິງຕາຂ່າຍໄຟຟ້າແຮງສູງໃນຄັ້ງນີ້້ ບໍ່ແມ່ນພຽງແຕ່ການຮ່ວມມື ທາງທຸລະກິດທົ່ວໄປ ແຕ່ ແມ່ນບາດກ້າວສຳຄັນໃນການສ້າງ “ກຳລັງແຮງສັງລວມໃໝ່ ” ເພື່ອຫັນ ສປປ ລາວ ຈາກປະເທດທີ່ມີຂໍ້ ຈຳກັດ ໃນການເຊື່ອມໂຍງຂໍ້ມູນ ໃຫ້ກາຍເປັນ “ສູນກາງແຫ່ງການເຊື່ອມຈອດຂໍ້ມູນຂ່າວສານຂອງພາກພື້ນ” ເສີມຂະຫຍາຍທ່າແຮງ ແລະ ສົ່ງເສີມການລົງທຶນຢ່າງແທ້ຈິງ.


ໂອກາດດຽວກັນ ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄໍາເຫັນວ່າ: ໂລກປັດຈຸບັນພວມຢູ່ໃນຍຸກ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ເຊິ່ງເຕັກໂນໂລຊີດິຈິຕອນໄດ້ກາຍເປັນຫົວຈັກຂອງການພັດທະນາ ຫຼາຍປະເທດໃນໂລກ ໄດ້ນຳໃຊ້ທ່າແຮງນີ້ເພື່ອສ້າງຖານການຜະລິດ ແລະ ການບໍລິຫານ-ການບໍລິການອັນໃໝ່ ເພື່ອຂັບເຄື່ອນເສດຖະກິດໃຫ້ເຕີບໂຕຢ່າງກ້າວກະໂດດ.
ໂດຍຜ່ານການຮ່ວມ ແລະ ການລົງທຶນຂອງ ເບສ ເທເລຄອມ ໃນໂຄງລ່າງພື້ນຖານ ສາຍສົ່ງ ໄຟເບີ້ອັອບຕິກ ຈະຊ່ວຍຫັນປ່ຽນຕາໜ່າງໄຟຟ້າຂອງ EDL ໃຫ້ກາຍເປັນລະບົບຂໍ້ມູນຂ່າວສານທີ່ມີຄວາມສາມາດສູງ ແລະ ທັນສະໄໝ ໂດຍມີ ບໍລິສັດ ລາວຄອນເນັກ ຈຳກັດ ເປັນຕົວແທນຂອງ ບໍລິສັດ ເບສ ເທເລຄອມ ໃນການຄຸ້ມຄອງການດຳເນີນງານທາງທຸລະກິດທັງໝົດ ແລະ ເຮັດໜ້າທີ່ເປັນຕົວແທນໃຫ້ແກ່ການບໍລິການ ສາຍສົ່ງ ໄຟເບີ້ອັອບຕິກ ຂອງ EDL ພ້ອມທັງປະສານງານຢ່າງໃກ້ຊິດກັບບັນດາຜູ້ໃຫ້ບໍລິການພາຍໃນປະເທດ ເພື່ອຂຸດຄົ້ນທ່າແຮງຂອງຊັບສິນແຫ່ງຊາດນີ້ໃຫ້ເກີດປະໂຫຍດສູງສຸດ ແລະ ສ້າງລາຍຮັບໃຫ້ແກ່ EDL ໂຄງການນີ້ຄາດວ່າຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານດິຈິຕອນ ແລະ ປັບປຸງການເຊື່ອມຕໍ່ໃນທົ່ວປະເທດໃຫ້ດີຂຶ້ນຢ່າງຫຼວງຫຼາຍ ໂຄງການນີ້ຈະມີບົດບາດສຳຄັນໃນການດຶງດູດການລົງທຶນຈາກຕ່າງປະເທດ ສະໜັບສະໜູນການບໍລິການດິຈິຕອນ ແລະ ເປີດໂອກາດທາງເສດຖະກິດໃໝ່ໆ ໃຫ້ແກ່ EDL ແລະ ເສດຖະກິດແຫ່ງຊາດ ສອດຄ່ອງກັບວິໄສທັດໄລຍະຍາວຂອງລັດຖະບານ ໃນການຫັນເປັນດິຈິຕອນ ການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ ແລະ ການພັດທະນາແບບມີສ່ວນຮ່ວມ.
ການປະຕິບັດຕາມສັນຍາສະບັບນີ້ຈະເປັນບາດກ້າວອັນສຳຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງລ່າງພື້ນຖານດິຈິຕອນຂອງລາວ ແລະ ເປັນການຢືນຢັນຄືນໃໝ່ເຖິງຄວາມມຸ່ງໝັ້ນໃນການເຊື່ອມໂຍງກັບພາກພື້ນໃນຍຸກດິຈິຕອນ.

error: Content is protected !!