ຍົກສູງບົດບາດການນຳພາ ສ້າງແຂວງສະຫວັນນະເຂດເປັນຫົວໜ່ວຍຍຸດທະສາດ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ

ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ສະ​ຫວັນ​ນະ​ເຂດ ຈະ​ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ ເພື່ອຍົກສູງບົດບາດການນຳພາຂອງຄະນະພັກແຕ່ລະຂັ້ນ ສ້າງແຂວງສະຫວັນນະເຂດ ເປັນຫົວໜ່ວຍຍຸດທະສາດຢ່າງໜັກແໜ້ນ ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ.

ສະ​ຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍ​ລິ​ຫານ​ງານພັກແຂວງສະຫວັນນະເຂດ ໃຫ້​ສຳ​ພາດ​ໃນໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ ວ່າ: ກ່ຽວກັບການຈັດ​ຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຢູ່ແຂວງສະ ຫວັນນະເຂດ ພວກເຮົານັ້ນ ອັນພົ້ນເດັ່ນທີ່ສຸດແມ່ນ ຄະ​ນະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງໄດ້ນຳເອົາມະຕິດັ່ງກ່າວໄປຜັນຂະຫຍາຍເປັນໂຄງການລະອຽດ ໂດຍສະເພາະແມ່ນເນັ້ນໃສ່: ການແກ້ໄຂຄວາມທຸກຍາກຂອງປະຊາຊົນ: ສາມາດລົບລ້າງ 5 ເມືອງ ໃຫ້ເປັນເມືອງພົ້ນທຸກ ການຜະລິດເປັນສິນຄ້າ: ສົ່ງເສີມການຜະລິດເຂົ້າເປັນສິນຄ້າ ເຊິ່ງສະເລ່ຍໄດ້ເກືອບ 1 ລ້ານໂຕນຕໍ່ປີ ການປູກໄມ້ອຸດສາຫະກຳ ເພື່ອສະໜອງໃຫ້ແກ່ໂຮງງານຜະ​ລິດເຈ້ຍ Sun Paper ຢູ່ແຂວງສະຫວັນນະເຂດ ເຊິ່ງປັດຈຸບັນພວກເຮົາສະໜອງໄດ້ປະມານ 2 ແສນໂຕນຕໍ່ປີ ໃນໄລຍະ 5 ປີຜ່ານມາ ເສດຖະກິດຂອງແຂວງຂະຫຍາຍຕົວສະເລ່ຍຢູ່ທີ່ 8% ແລະ ການເກັບລາຍຮັບງົບປະມານແມ່ນລື່ນແຜນການເກືອບ 150%.

ໃນ​ໄລ​ຍະ 5 ປີ​ຜ່ານ​ມາ ບົດຮຽນໃຫຍ່ແມ່ນການເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ກົມກຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ພວກເຮົາໄດ້ຫັນມະຕິໃຫ້ກາຍ ເປັນໂຄງການລະອຽດ ເນັ້ນການຜະລິດເປັນສິນຄ້າ ແລະ ການແກ້ໄຂຈຸດສຸມປະຊາຊົນທີ່ທຸກຍາກໃນເຂດຫ່າງໄກສອກຫຼີກ.

ສະ​ຫາຍ ບຸນ​ໂຈ​ມ ອຸ​ບົຍ​ປະ​ເສີດ ກ່າວ​ຕື່ມ​ວ່າ: ໃນນາມຕາງໜ້າໃຫ້ອົງຄະນະພັກແຂວງສະຫວັນນະເຂດ ພວກເຮົາມີຄວາມພາກ ພູມໃຈເປັນຢ່າງຍິ່ງ ພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ນີ້ ພວກເຮົາຈະນຳເອົາເນື້ອໃນຈິດໃຈ ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໄປສົມທົບກັບມະຕິຂອງແຂວງ ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ນັບ​ແຕ່​ຊັ້ນ​ແຂວງ ເມືອງ ແລະ ຮາກ​ຖານ​ບ້ານ ເພື່ອ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຕ່​ລະ​ຂົງ​ເຂດ​ວຽກ​ງານ​ບັນ​ລຸ​ຕາມ​ຈຸດ​ປະ​ສົງ ແລະ ລະ​ດັບ​ຄາດ​ໝາຍ​ ພ້ອມ​ມີ​ປະ​ສິດ​ທິ​ພາບ ແລະ ປະ​ສິດ​ທິ​ຜົນ​ສູງ ຕາມ​ຄຳຂວັນ ແລະ ເປົ້າໝາຍຂອງແຂວງຄື ຍົກສູງບົດບາດການນຳພາຂອງຄະນະພັກແຕ່ລະຂັ້ນ ເພີ່ມທະວີສ້າງແຂວງສະຫວັນນະເຂດ ເປັນຫົວໜ່ວຍຍຸດທະສາດຢ່າງໜັກແໜ້ນ ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ ພາຍໃນປີ 2030.

ປັດຈຸບັນ ແຂວງສະຫວັນນະເຂດ ມີ 14 ເມືອງ ແລະ 1 ນະຄອນ ມີປະຊາກອນປະມານ 1.114.000 ຄົນ ພວກເຮົາຍັງມີເມືອງທຸກ ຍາກຢູ່ 4 ເມືອງ ແລະ ຄອບຄົວທຸກຍາກປະມານ 49.000 ຄອບຄົວ ເຊິ່ງເປັນວຽກບຸລິມະສິດທີ່ຕ້ອງໄດ້ເລັ່ງແກ້ໄຂ ພວກເຮົາຈະສ້າງແຂວງສະຫວັນນະເຂດ ໃຫ້ເປັນແຂວງອຸດສາ ຫະກຳ-ກະສິກຳທີ່ທັນສະໄໝໃນຕໍ່ໜ້າ.”

error: Content is protected !!