ໃນໄລຍະ 5 ປີ ຜ່ານມາຂະແໜງການຕ່າງປະເທດ ໄດ້ທົບທວນຄືນຜົນງານການຈັດຕັ້ງປະຕິບັດມະຕິ XI ຂອງພັກ ພ້ອມດຽວກັນນັ້ນກໍໄດ້ວາງແຜນການໃນອີກ 5 ປີຕໍ່ໜ້າ ໂດຍສະເພາະແມ່ນການນຳພາປະເທດຊາດກ້າວໄປຕາມເສັ້ນທາງສັງຄົມນິຍົມເພື່ອເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ແລະ ມີຄວາມຈະເລີນຮຸ່ງເຮືອງ.

ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ ໃນວັນທີ 6 ມັງກອນນີ້ວ່າ ຕະຫຼອດໄລຍະຜ່ານມາຂະແໜງການຕ່າງປະເທດໄດ້ມີການ ຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດແຫ່ງສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ເຖິງແມ່ນວ່າສະພາບການສາກົນໃນປັດຈຸບັນຈະມີຄວາມສັບສົນ ແລະ ຜັນແປຢ່າງໄວວາ ແຕ່ພວກເຮົາກໍໄດ້ພະຍາຍາມສ້າງສາຍພົວພັນກັບສາກົນເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາປະເທດຊາດ.
ການນຳພາປະເທດຊາດອອກຈາກສະຖານະພາບປະເທດດ້ອຍພັດທະນາແມ່ນຄວາມມຸ່ງຫວັງຂອງພັກ ລັດ ແລະ ປະຊາຊົນລາວເຊິ່ງໄດ້ມີການວາງແຜນການ ແລະ ເປົ້າໝາຍມາຢ່າງຍາວນານແຕ່ ອົງການສະຫະປະຊາຊາດໄດ້ກໍານົດ 3 ດັດສະນີໝາຍຕົ້ນຕໍໃນການວັດແທກຄື ລາຍຮັບແຫ່ງຊາດ ດັດສະນີຊັບສິນມະ ນຸດ ຄວາມອ່ອນໄຫວທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ ຜ່ານຜົນການປະເມີນຂອງ ສປປ ລາວໃນປີ 2018 ຜ່ານໄດ້ 2 ດັດສະນີໝາຍ ປີ 2021 ຜ່ານໄດ້ທັງ 3 ດັດສະນີໝາຍ ປີ 2024 ສາມາດບັນລຸໄດ້ທັງ 3 ຄາດໝາຍຢ່າງຕໍ່ເນື່ອງ ດັ່ງນັ້ນ ໃນ ປີ 2026 ອົງການສະຫະປະຊາຊາດ ຈະປະກາດໃຫ້ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງເປັນທາງການ ເຖິງຢ່າງໃດກໍຕາມການອອກຈາກປະເທດດ້ອຍພັດທະນາບໍ່ໄດ້ໝາຍຄວາມວ່າທຸກຄົນຈະພົ້ນທຸກໃນທັນທີ ແຕ່ມັນແມ່ນການບັນລຸຕາມມາດຕະຖານສະເລ່ຍທີ່ສາກົນກໍານົດໄວ້.