
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວເປັນກອງປະຊຸມ ທີ່ມີຄວາມໝາຍສຳຄັນ ເປັນເຫດການການເມືອງສຳຄັນຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງໄດ້ເຕົ້າໂຮມບັນດາຕົວແທນຂອງສະມາຊິກພັກຈາກແຂວງຕ່າງໆໃນຂອບເຂດເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານ ຜູ້ປະຈໍາການສະພາທິດສະດີສູນກາງພັກ ໃຫ້ສໍາພາດໃນວັນທີ 6 ມັງກອນນີ້ວ່າ ຂ້າພະເຈົ້າມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈ ດີໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ກໍຖືວ່າເປັນບັນຍາກາດທີ່ມີຄວາມຄຶກຄື້ນ ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ມີຄວາມຮັບຜິດຊອບບໍ່ວ່າຈະຢູ່ພາຍໃນກອງປະຊຸມ ກໍຄືຢູ່ນອກກອງປະຊຸມລ້ວນແລ້ວແຕ່ສະແດງເຖິງຄວາມຕັ້ງອົກຕັ້ງໃຈ ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ກອງປະຊຸມຄັ້ງແຕກຕ່າງຈາກກອງປະຊຸມໃນສະໄໝກ່ອນໆ ເນື່ອງຈາກວ່າໄດ້ມີໂຄງການການເມືອງສະບັບທີ 3 ຂອງພັກ ຕະຫຼອດໄລຍະ 50 ກວ່າປີຜ່ານມາພວກເຮົາບໍ່ໄດ້ວາງໂຄງການການເມືອງ ແຕ່ໄດ້ນຳພາດ້ວຍແນວທາງແຜນຍຸດທະສາດ ນະໂຍບາຍຂອງພັກໃນແຕ່ລະສະໄໝ.
ກອງປະຊຸມຄັ້ງນີ້ພິເສດມີໂຄງການການເມືອງ ສະບັບທີ 3 ເຊິ່ງເປັນໂຄງການການເມືອງທີ່ກຳນົດທິດທາງວິໄສທັດລະອຽດ ໃນນັ້ນມີ 11 ນະໂຍບາຍໃຫຍ່ທີ່ໄດ້ກໍານົດອອກໃນໂຄງການການເມືອງ ແຕ່ນີ້ຈົນຮອດ ປີ 2055 ຖືວ່າໄດ້ກໍານົດຊັດເຈນ ແລະ ແຈ້ງຂ່າວໃນແຕ່ລະນະໂຍບາຍຕ່າງໆອັນນີ້ສະແດງເຖິງຄວາມພິເສດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ສຳລັບວຽກງານ ຄອສພ ເປັນວຽກໜຶ່ງທີ່ມີຄວາມສຳຄັນ ແລະ ເປັນກະບອກສຽງສຳຄັນໃຫ້ແກ່ພັກ ບົນຈິດໃຈເນື້ອໃນກອງປະຊຸມດັ່ງກ່າວພວກເຮົາຈະເອົາເນື້ອໃນກອງປະຊຸມນີ້ໄປເຜີຍແຜ່ ໂຄສະນາ ຖ່າຍທອດຕ່າງໆໂດຍນຳໃຊ້ສື່ມວນຊົນ ການໂຄສະນາດ້ວຍ ພາຫະ ນະສື່ມວນຊົນຕ່າງໆ ເພື່ອນຳເອົາຂໍ້ມູນຂ່າວສານດັ່ງກ່າວໃຫ້ມັນເກີດດອກອອກຜົນຕົວຈິງ.
ເນື່ອງຈາກຈິດໃຈທີ່ພວກເຮົາຢາກບັນລຸໃຫ້ໄດ້ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ນີ້ ກໍຄືໃນ 5 ປີຕໍ່ໜ້າຄື ເຮັດໃຫ້ເນື້ອໃນກອງປະຊຸມນີ້ປາກົດຜົນເປັນຈິງຢ່າງແທ້ຈິງບໍ່ວ່າຈະເປັນທາງດ້ານການເມືອງ ເສດຖະກິດ ວັດທະນະທຳ-ສັງຄົມ ແລະ ວຽກງານອື່ນໆໄດ້ວາງເປົ້າໝາຍ ຈຸດໝາຍ ແລະ ວິໄສທັດໄວ້ຢ່າງລະອຽດຄົບຖ້ວນ ຄຳຂວັນກອງປະຊຸມຄັ້ງນີ້ ຍົກສູງບົດບາດຄວາມສາມາດນຳພາທີ່ເຂັ້ມແຂງຂອງພັກ ເພື່ອເຮັດໃຫ້ບົດບາດຂອງພັກສູງຂຶ້ນ ໄດ້ຮັບຄວາມເຊື່ອໝັ້ນ ແລະ ເປັນແກນກາງໃນລະບົບການເມືອງຢ່າງແທ້ຈິງ ຍູ້ແຮງພາລະກິດປ່ຽນແປງໃໝ່ໂດຍສະເພາະແມ່ນສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ພັດທະນາຊັບພະຍາກອນມະນຸດໂດຍສະເພາະໃນເງື່ອນໄຂວິທະຍາສາດ-ເຕັກໂນໂລຊີທີ່ນັບມື້ຂະຫຍາຍຕົວ ການຫັນເປັນທັນສະໄໝ ຫັນເປັນດິຈິຕອນເປັນເປົ້າໝາຍສຳຄັນໃນຍຸກປັດຈຸບັນເພື່ອບັນລຸຈິດໃຈດັ່ງກ່າວ ໃນນາມ ຄອສພ ກໍຄື ສະພາທິດສະດີສູນກາງພັກ ຂໍຮຽກຮ້ອງມາຍັງປະຊາຊົນ ພະນັກງານ ສະມາຊິກພັກ ຈົ່ງຮ່ວມແຮງຮ່ວມໃຈກັນເຮັດໃຫ້ມະຕິກອງປະຊຸມໃຫຍ່ປະກົດຜົນເປັນຈິງ ແລະ ກາຍເປັນຮູບປະທຳ ໃນນັ້ນ ຕ້ອງພ້ອມກັນເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນທົ່ວພັກທົ່ວປວງຊົນເພື່ອເຮັດວຽກໃຫຍ່ໃຫ້ສຳເລັດ (ທັງແຜນ 5 ປີ ແລະ ຮອດປີ 2055) ແຕ່ລະພາກສ່ວນຕ້ອງຍົກສູງຄວາມຮັບຜິດຊອບເປັນເຈົ້າການ ໃນສະພາບທີ່ຍຸ້ງຍາກ ພວກເຮົາຕ້ອງປະຕິບັດຕາມທິດຊີ້ນຳທີ່ວ່າ “ຍິ່ງຍຸ້ງຍາກກໍຍິ່ງອົດທົນ ຍິ່ງສັບສົນກໍຍິ່ງອຸ່ນອ່ຽນ ຍິ່ງລະອຽດຂ້ຽວຂາດກໍຍິ່ງມີຄວາມສະຫຼາດສ່ອງໃສ ຈົ່ງນຳເອົາຄວາມສະຫຼາດສ່ອງໃສຂອງຕົນເອງມາປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.