ທະນາຄານ ມາຣູຮານ ເຈແປນ ລາວ ໄດ້ໃຫ້ການຕ້ອນຮັບ ຜູ້ອຳນວຍການໃຫຍ່ຄົນໃໝ່ຢ່າງເປັນທາງການ.

ທະນາຄານ ມາຣູຮານ ເຈແປນ ລາວ (MARUHAN Japan Bank Lao) ຂໍປະກາດວ່າ ທ່ານ ອາມານາດ ຈານາດານ (Mr. Amarnath Janardhan) ໄດ້ເຂົ້າດຳລົງຕຳແໜ່ງເປັນ ຜູ້ອຳນວຍການໃຫຍ່ (CEO), ເລີ່ມມີຜົນຕັ້ງແຕ່ວັນທີ 5 ມັງກອນ 2026.

ທ່ານ ຈານາດານ ເປັນຜູ້ບໍລິຫານທີ່ມີປະສົບການສູງ ຫຼາຍກວ່າ 28 ປີ ໃນຂະແໜງການທະນາຄານ, ການບໍລິການທາງດ້ານການເງິນ ແລະ ການປະກັນໄພ. ທ່ານມີຄວາມຊ່ຽວຊານໃນດ້ານການບໍລິການລູກຄ້າລາຍຍ່ອຍ, ໂດຍສະເພາະທາງດ້ານ SME ທ່ານ ຈານາດານ ໄດ້ສ້າງຜົນງານອັນໂດດເດັ່ນໃນທຸກຂອບເຂດຂອງການດຳເນີນງານດ້ານທະນາຄານ.

ຕະຫຼອດໄລຍະການເຮັດວຽກ, ທ່ານ ຈານາດານ ໄດ້ດຳລົງຕຳແໜ່ງລະດັບສູງໃນສະຖາບັນການເງິນຊັ້ນນຳຂອງອິນເດຍ ຫຼາຍແຫ່ງ ລວມມີ ICICI Bank, HDFC Bank, ແລະ Kotak Mahindra Bank. ປະສົບການຂອງທ່ານກວມເອົາການບໍລິຫານວຽກງານຂະໜາດໃຫຍ່ໃນຫຼາຍສະພາບແວດລ້ອມ, ນັບແຕ່ເຂດຕົວເມືອງ, ເຂດເຄິ່ງຕົວເມືອງ ຈົນເຖິງເຂດຊົນນະບົດ.

ກ່ອນໜ້ານີ້, ທີ່ທະນາຄານ Kotak Mahindra Bank, ທ່ານ ຈານາດານ ໄດ້ດຳລົງຕຳແໜ່ງເປັນ ຫົວໜ້າພະແນກທະນາຄານລາຍຍ່ອຍ (Head of Retail Banking), ເຊິ່ງທ່ານໄດ້ເບິ່ງແຍງທຸລະກິດລາຍຍ່ອຍ ແລະ SME ພ້ອມທັງຄຸ້ມຄອງເຄືອຂ່າຍສາຂາ ແລະ ບັນດາຕົວແທນທາງການເງິນຂອງທະນາຄານ, ເຊິ່ງໄດ້ເປັນຮາກຖານຄວາມໝັ້ນຄົງຂອງການດຳເນີນງານຂອງອົງການ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານການບໍລິຫານຂອງທະນາຄານ.

ຜ່ານປະສົບການເຮັດວຽກໃນຂົງເຂດຫຼັກຂອງການບໍລິຫານທະນາຄານ, ລວມທັງການຕິດຕາມກວດກາການດຳເນີນງານ ແລະ ການບໍລິຫານຄວາມສ່ຽງ, ຄາດວ່າທ່ານຈະເປັນກຳລັງສຳຄັນໃນການສົ່ງເສີມຄວາມໝັ້ນຄົງຂອງໂຄງສ້າງການບໍລິຫານ ແລະ ການດຳເນີນງານທີ່ຍືນຍົງຂອງ ທະນາຄານມາຣູຮານ ເຈເເປນ ລາວ.

ໃນໂອກາດການແຕ່ງຕັ້ງຄັ້ງນີ້, ທ່ານ ຈານາດານ ໄດ້ກ່າວວ່າ: “ຂ້າພະເຈົ້າມີຄວາມເປັນກຽດຢ່າງຍິ່ງທີ່ໄດ້ຮ່ວມງານກັບ ທະນາຄານ ມາຣູຮານ ເຈແປນ ລາວ. ໃນນາມ ຜູ້ອຳນວຍການໃຫຍ່, ຂ້າພະເຈົ້າມີຄວາມມຸ່ງໝັ້ນທີ່ຈະປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ແລະ ຄວາມຊື່ສັດ, ພ້ອມທັງເຮັດວຽກຢ່າງໃກ້ຊິດກັບພະນັກງານທຸກຄົນ ເພື່ອຮັບປະກັນໃຫ້ທະນາຄານດຳເນີນງານຢ່າງໝັ້ນຄົງ ແລະ ໂປ່ງໃສ.”

error: Content is protected !!