“ຄວາມພ້ອມວຽກ​ງານສາທາລະນະສຸກ” ​ເພື່ອ​ຮັບ​ໃຊ້ກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ XII ຂອງ​ພັກ

ເບື້ອງຫຼັງພາບບັນຍາກາດອັນອັນ​ມີ​ຄວາມ​ສຳ​ຄັນທີ່ຫໍປະຊຸມແຫ່ງຊາດ ແມ່ນການເຮັດວຽກຢ່າງເຂັ້ມແຂງ ແລະ ລະອຽດຮອບຄອບ ຂອງທີມງານສາທາລະນະສຸກ ເພື່ອຄຸ້ມຄອງສຸຂະພາບຂອງຜູ້ແທນທຸກທ່ານ.

ທ່ານ ພົນຈັດຕະວາ ນາງ ທອງສີ ວົງພະຈັນ ຫົວໜ້າກົມຮັກສາສຸຂະພາບສູນກາງ ແລະ ຜູ້ຮັບຜິດຊອບວຽກງານດ້ານການຮັກສາສຸຂະພາບ ອາຫານປອດໄພ ແລະ ພະຍາດຕິດຕໍ່ ຂອງກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດໃນໂອກາດຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກວ່າ: ການປະຕິບັດງານດ້ານສາທາລະນະສຸກ ໄດ້ເລີ່ມຂຶ້ນຢ່າງເປັນທາງການ ຕັ້ງແຕ່ວັນທີ 2 ມັງກອນ 2026 ເປັນຕົ້ນມາ ໂດຍມີຫໍປະຊຸມແຫ່ງຊາດເປັນສະຖານທີ່ຫຼັກ.

ການ​ລົງ​ປະ​ຕິ​ບັດ​ງານ​ແມ່ນ​ປະ​ກອບ​ມີ 3 ໜ່ວຍງານຫຼັກ ເພື່ອຄຸ້ມຄອງສຸຂະພາບທຸກຈຸດ ຢູ່ພາຍໃນຫໍປະຊຸມແຫ່ງຊາດ ໄດ້ຈັດຕັ້ງ 3 ໜ່ວຍງານປະຈຳການ ເພື່ອຮອງຮັບທຸກສະຖານະການ ເຊັ່ນ:

  • ໜ່ວຍງານທີ 1 (ເບື້ອງຫຼັງຫ້ອງປະຊຸມ) ປະກອບມີແພດຜູ້ຊ່ຽວຊານລະດັບສູງ ຈາກໂຮງໝໍມິດຕະພາບ ໂຮງໝໍມະໂຫສົດ ແລະ ທີມກາຍະບຳບັດ ພ້ອມລົດກູ້ໄພ 2 ຄັນ ເພື່ອຮອງຮັບກໍລະນີສຸກເສີນຂອງຜູ້ນຳລະດັບສູງ.
  • ໜ່ວຍງານທີ 2 (ໜ້າຫ້ອງປະຊຸມ) ດຳເນີນການໂດຍໂຮງໝໍ 103 ກອງທັບ ຮັບຜິດຊອບດູແລຜູ້ແທນ ແຂກຮັບເຊີນ ແລະ ກອງເລຂາ ເລີ່ມປະຈຳການຕັ້ງແຕ່ວັນທີ 4 ມັງກອນ ເວລາ 7:00 ໂມງ.
  • ໜ່ວຍງານທີ 3 (ເບື້ອງຫຼັງເວທີ/ຈໍ) ຮັບຜິດຊອບໂດຍໂຮງໝໍເຊດຖາທິລາດ ເພື່ອບໍລິການພະນັກງານຮັບໃຊ້ ແລະ ພະນັກງານລັດ ເລີ່ມວັນທີ 5 ມັງກອນ ເວລາ 7:00 ໂມງ.

ນອກຈາກນັ້ນ ຍັງໄດ້ຈັດທີມແພດປະຈຳການຢູ່ 6 ໂຮງແຮມ ທີ່ເປັນທີ່ພັກຂອງຜູ້ແທນ ໂດຍແຕ່ລະແຫ່ງມີ ທ່ານໝໍ 1 ທ່ານ ພະຍາບານ 1 ທ່ານ ແລະ ລົດກູ້ໄພ 1 ຄັນ ເລີ່ມປະຈຳການຕັ້ງແຕ່ວັນທີ 4 ມັງກອນ ເວລາ 14:00 ໂມງ.

ສ່ວນວຽກງານອາຫານປອດໄພ ໄດ້ລົງກວດກາ ແລະ ເຮັດສັນຍາຄວາມປອດໄພ ກັບໂຮງແຮມ ແລະ ຮ້ານອາຫານທີ່ສະໜອງອາຫານໃຫ້ກອງປະຊຸມ ພ້ອມທັງໄດ້ດຳເນີນການພົ່ນຢາຂ້າເຊື້ອ ແລະ ພົ່ນຢາໄລ່ຍຸງ ຮອບຫໍປະຊຸມແຫ່ງຊາດ ໃນວັນທີ 4 ມັງກອນ ແລະ ຈະດຳເນີນການອີກຄັ້ງໃນວັນທີ 7 ມັງກອນ ເພື່ອກຽມຮັບງານລ້ຽງໃນວັນທີ 8 ມັງກອນ.

ພ້ອມກັນນັ້ນ ການກຽມພ້ອມຢູ່ບັນດາໂຮງໝໍສູນກາງ ມີ 4 ໂຮງໝໍສູນກາງ (ມິດຕະພາບ, ມະໂຫສົດ, ເຊດຖາທິລາດ, 103) ແລະ ໂຮງໝໍ 5 ເມສາ ທີ່ກຽມພ້ອມທີມແພດເຊ່ຽວຊານ ແຕ່ລະໂຮງໝໍໄດ້ກຽມ: ຫ້ອງກວດສຸກເສີນ 2 ຫ້ອງ, ຫ້ອງນອນ VIP ແລະ ຫ້ອງ ICU ໄວ້ຮອງຮັບ ໂດຍສະເພາະ ໂຮງໝໍ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ກໍໄດ້ກຽມພ້ອມຮອງຮັບກໍລະນີສຸກເສີນຂອງພະນັກງານຮັບໃຊ້ຕາມຈຸດຕ່າງໆ.

ໃນທ້າຍສຸດ ທ່ານ ພົນຈັດຕະວາ ນາງ ທອງສີ ວົງພະຈັນ ໄດ້ກ່າວອວຍພອນໃຫ້ການນຳພັກ–ລັດ ທັງອະດີດ ແລະ ປັດຈຸບັນ ພ້ອມຜູ້ແທນທຸກທ່ານ ມີສຸຂະພາບແຂງແຮງ ແລະ ອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ປະສົບຜົນສຳເລັດຢ່າງສະຫງ່າງາມ.

error: Content is protected !!