ໃນບັນຍາກາດອັນຄຶກຄື້ນຂອງກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ສະຫາຍ ອາລຸນໄຊ ສູນນະລາດ ກຳ ມະການສູນກາງພັກ ແລະ ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ໄດ້ໃຫ້ສຳພາດດ້ວຍຄວາມຮູ້ສຶກພາກພູມໃຈ ແລະ ເອກອ້າງທະນົງໃຈ ທີ່ໄດ້ຮັບກຽດເປັນຕົວແທນໃຫ້ແກ່ສະມາຊິກພັກ ແລະ ຮາກຖານພັກທົ່ວແຂວງຈຳປາສັກ ເຂົ້າຮ່ວມ.

ສະຫາຍກ່າວວ່າ: ປັດຈຸບັນແຂວງຈຳປາສັກ ມີສະມາຊິກພັກກວ່າ 31.000 ສະຫາຍ ເພີ່ມຂຶ້ນ 11,8% ເທົ່າກັບກອງປະຊຸມສະໄໝກ່ອນ ເຊິ່ງນີ້ແມ່ນກຽດສັກສີ ແລະ ເປັນຄວາມພາກພູມໃຈຂອງຄະນະພັກ ແລະ ປະຊາຊົນແຂວງຈຳປາສັກ.
ພາຍຫຼັງໄດ້ຮັບຟັງບົດລາຍງານການເມືອງ ແລະ ຍຸດທະສາດສຳຄັນຂອງພັກ ຈາກສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກ ສະຫາຍອາລຸນໄຊໄດ້ສະແດງຄວາມເຫັນດີເຫັນພ້ອມ ແລະ ຕີລາຄາສູງຕໍ່ສະຕິປັນຍາຂອງທົ່ວພັກ ໃນການທົບທວນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຢ່າງຮອບຄອບ.
ສະຫາຍໄດ້ຢືນຢັນວ່າ: ໃນໄລຍະຜ່ານມາ ແຂວງຈຳປາສັກໄດ້ຜ່ານຜ່າສິ່ງທ້າທາຍຫຼາຍດ້ານ ທັງພາຍໃນ ແລະ ພາຍນອກປະເທດ ໂດຍສະເພາະການແຜ່ລະບາດຂອງໂຄວິດ-19 ແຕ່ດ້ວຍຄວາມສາມັກຄີ ແລະ ມານະຈິດປະຕິວັດອັນແຂງແກ່ນ ເຮັດໃຫ້ແຂວງພວກເຮົາສາມາດຍາດໄດ້ຜົນສຳເລັດ ຫຼາຍດ້ານ ໃນນັ້ນ ດ້ານຄວາມສະຫງົບ ໄດ້ຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ດ້ານການສ້າງຮາກຖານການເມືອງ ເຮັດໃຫ້ຮາກຖານມີສະຖຽນລະພາບ ແລະ ມີການພັດທະນາຢ່າງຕໍ່ເນື່ອງ.
ດ້ານການແກ້ໄຂຄວາມທຸກຍາກ ໄດ້ສຸມໃສ່ແກ້ໄຂບັນຫາພື້ນຖານຂອງຮາກຖານ ຈາກເດີມທີ່ຍັງເຫຼືອ 6 ບ້ານທຸກຍາກ ປັດຈຸບັນສາ ມາດແກ້ໄຂໄດ້ 100% ພ້ອມກັນນັ້ນ ດ້ານການຜະລິດໄດ້ສົ່ງເສີມພືດມູນຄ່າສູງ ເຊັ່ນ ບຣູເບີຣີ ທີ່ສາມາດສົ່ງອອກໄປໄດ້ 7 ປະເທດ ໝາກແມັກຄາເດເມຍ ການປຸງແຕ່ງປາສະວາຍ ແລະ ປາຄາເວຍ.
ດ້ານການທ່ອງທ່ຽວ ແຂວງໄດ້ສົ່ງເສີມການທ່ອງທ່ຽວແບບຊຸມຊົນ ຈົນໄດ້ຮັບລາງວັນອາຊຽນຫຼາຍລາງວັນ ແລະ ມີການເປີດສາຍການບິນໃໝ່ ເຊັ່ນ ປາກເຊ–ກວາງໂຈ່ວ ພ້ອມທັງກຳລັງເຈລະຈາສາຍການບິນ ປາກເຊ–ຮົງກົງ.
ນອກນັ້ນ ດ້ານການສຶກສາສາມາດລົບລ້າງຫ້ອງຮຽນຊົ່ວຄາວໄດ້ 100% ແລະ ດ້ານການລະດົມທຶນ ສາມາດລະດົມຈາກປະຊາຊົນໄດ້ກວ່າ 70 ຕື້ກີບ ເພື່ອສ້າງທາງເບຕົງ ແລະ ຂົວຕ່າງໆ.
ສະຫາຍອາລຸນໄຊ ຍັງເນັ້ນໜັກວ່າ: ໃນຕໍ່ໜ້າ ແຂວງຈຳປາສັກຈະສຸມໃສ່ການຈັດຕັ້ງປະຕິບັດມະຕິ ຄຳສັ່ງໃຫ້ເຂົ້າເຖິງຮາກຖານ ໂດຍຢຶດຕາມຄຳຂວັນ 5 ຂໍ້ຫຼັກ ເພື່ອມຸ່ງເປົ້າໝາຍສູງສຸດ ຄື ເຮັດໃຫ້ປະຊາຊົນຢູ່ດີກິນດີ ແລະ ໃນປີ 2026 ຈະລົບລ້າງຄອບຄົວທຸກຍາກທີ່ຍັງເຫຼືອໃຫ້ໄດ້ຕາມເປົ້າໝາຍທີ່ກຳນົດໄວ້.