ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 6-8 ມັງກອນ 2026 ໃຊ້ເວລາ 3 ວັນເຕັມ ທີ່ນະຄອນຫຼວງວຽງຈັນ ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ 4 ເອກະສານສໍາຄັນ ຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII.

ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຫົວໜ້າກອງເລຂາ ກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະ ແຕິວັດລາວ ຄໍາຖະແຫຼງຂ່າວ ກ່ອນດໍາເນີນກອງປະຊຸມໃຫຍ່ ໃນວັນທີ 4 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 6-8 ມັງກອນ 2026 ໃຊ້ເວລາ 3 ວັນເຕັມ ທີ່ນະຄອນຫຼວງວຽງຈັນ.
ກອງປະຊຸມຄັ້ງນີ້ ມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421,865 ສະຫາຍ ຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ ມີຄຸນນະພາບ ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ ຊົນເຜົ່າ ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ. ນອກນີ້ ຍັງມີແຂກຖືກເຊີນ ຈໍານວນ 388 ສະຫາຍ ຈະໄດ້ເປັນກຽດເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນກອງປະຊຸມ ສຸດທີ່ມີຄວາມໝາຍສໍາຄັນ ແລະ ຈະກາຍເປັນເຫດການການເມືອງ ແລະ ປະ ຫວັດສາດອັນໃຫຍ່ຫຼວງ ຂອງພັກ ແລະ ຂອງຊາດ, ເຊິ່ງຈະດໍາເນີນຂຶ້ນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິ ຍົມ” ແລະ ຈະປະກອບດ້ວຍວາລະສໍາຄັນ ຄື:
- ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ 4 ເອກະສານສໍາຄັນ ຄື: ຮ່າງໂຄງ ການການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII, ເຊິ່ງເອ ກະສານເຫຼົ່ານັ້ນ ຈະໄດ້ກໍານົດຍຸດທະສາດ, ແນວທາງການເມືອງ ແລະ ແນວທາງການຈັດຕັ້ງ ຂອງພັກ, ແນວທາງພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງ ຂອງ ສປປ ລາວ.
ເພື່ອຮັບປະກັນໃຫ້ການກະກຽມບັນດາເອກະສານສໍາຄັນ ຂອງກອງປະຊຸມໃຫຍ່ ມີເນື້ອໃນທີ່ອຸດົມສົມບູນ, ເລິກເຊິ່ງ, ໜັກແໜ້ນ, ມີປະຊາທິປະໄຕ… ອະນຸກໍາມະການທີ່ກ່ຽວຂ້ອງ ໄດ້ສຸມໃສ່ຄົ້ນຄວ້າ, ກັ່ນກອງ, ປຶກສາຫາລື ແລະ ນໍາເອົາເນື້ອໃນເອກະສານດັ່ງກ່າວ ລົງທາບທາມ, ລະດົມຄວາມເຫັນ ຢ່າງກວ້າງຂວາງ ດ້ວຍຫຼາກຫຼາຍຮູບແບບ ທັງຢູ່ສູນກາງ, ທ້ອງຖິ່ນ ແລະ ທັງໄດ້ໄປແລກປ່ຽນ ນໍາປະເທດເພື່ອນມິດຍຸດທະສາດ ແລ້ວປັບປຸງຫຼາຍຫຼົບຫຼາຍຕ່າວ ເພື່ອເຮັດໃຫ້ເອກະສານ ຂອງກອງປະຊຸມໃຫຍ່ ກາຍເປັນຄັງສາງແຫ່ງສະຕິປັນຍາຂອງທົ່ວປວງຊົນລາວທັງຊາດ ຢ່າງແທ້ຈິງ.
- ກອງປະຊຸມ ຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ຕະຫຼອດສະໄໝ ທີ XII ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ກໍຄື ປະຊາຊົນໄດ້ມອບໝາຍໃຫ້.
ບົນຈິດໃຈ ທີ່ຕ້ອງຮັບປະກັນການກະກຽມດ້ານບຸກຄະລາກອນ ກອງປະຊຸມໃຫຍ່ດໍາເນີນໄປຢ່າງຖືກຕ້ອງ ຕາມກົດລະບຽບຂອງພັກ ແລະ ມີປະຊາທິປະໄຕ. ອະນຸກໍາມະການຮັບຜິດຊອບ ໄດ້ເປັນເຈົ້າການຄົ້ນຄວ້າ, ອອກນິຕິກໍາທີ່ກ່ຽວຂ້ອງ ແລະ ນໍາພາການທາບທາມ ບຸກຄະກອນ ຢ່າງເປັນລະບົບຕໍ່ເນື່ອງ ແຕ່ຮາກຖານຂຶ້ນມາ ດ້ວຍວິທີການ ແລະ ຮູບແບບທີ່ເໝາະສົມ ເພື່ອຮັບປະກັນ ໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເປັນຜູ້ທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ, ປ່ຽມລົ້ນໄປດ້ວຍສະຕິປັນຍາ, ຊື່ສັດບໍລິສຸດຜຸດຜ່ອງ, ຈົງຮັກພັກດີ, ນໍາພາທົ່ວພັກ ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ.
ໂດຍລວມແລ້ວ ຜ່ານຂະບວນການຫ້າງຫາກະກຽມ ຢ່າງເປັນລະບົບ ແຕ່ປີ 2023 ເປັນ ຕົ້ນມາ ແລະ ພາຍໃຕ້ການນໍາພາ-ຊີ້ນໍາ ຢ່າງຈົດຈໍ່ຂອງກົມການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກ. ສາມາດເວົ້າໄດ້ວ່າ ການກະກຽມກອງປະຊຸມໃຫຍ່ຂອງພັກເຮົາ ແມ່ນຂະ ບວນການອັນກວ້າງຂວາງຂອງມະຫາຊົນ, ເຊິ່ງເປັນໝາກຜົນ ແລະ ການປະກອບສ່ວນອັນສໍາຄັນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ທີ່ໄດ້ດໍາເນີນໄປ ຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສໍາເລັດ ສໍາຄັນໃຫຍ່ຫຼວງ ຫຼາຍດ້ານຜ່ານມາ, ສ້າງພື້ນຖາ ທີ່ໜັກແໜ້ນ ໃຫ້ກັບບາດກ້າວ ກໍຄື ຍ່ານທາງສືບຕໍ່ຈັດຕັ້ງປະຕິບັດ ໃນສະໄໝທີ XII ຂອງພັກ.
ມາຮອດເວລານີ້ ຖືເປັນເວລາອັນມີສະຫງ່າລາສີ, ເປັນເວລາທີ່ມີຄວາມສຸກງອມ ແລະ ເປັນເວລາທີ່ພວກເຮົາໄດ້ມີຄວາມພ້ອມ ຢ່າງຮອບດ້ານແລ້ວ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ກໍາລັງຈະໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 6-8 ມັງກອນ 2026 ທີ່ຈະມາເຖິງນີ້.
ໃນນາມຕາງໜ້າກອງເລຂາກອງປະຊຸມໃຫຍ່ ຂ້າພະເຈົ້າ ຂໍຮຽກຮ້ອງ ມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນອອກແຮງແຂ່ງຂັນກັນ ສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ດ້ວຍຄວາມພາກພູມໃຈ ແລະ ເປັນຂະບວນຟົດຟື້ນ.
ໃນໄລຍະດໍາເນີນກອງປະຊຸມໃຫຍ່ ຍັງຈະມີຂ່າວປະຈໍາວັນ ເພື່ອແຈ້ງໃຫ້ທົ່ວປວງຊົນລາວທັງຊາດ ໄດ້ຮັບຊາບຜົນຂອງການດໍາເນີນກອງປະຊຸມໃຫຍ່ ໃນແຕ່ລະວັນ ແລະ ພາຍຫຼັງສຳ ເລັດການດຳເນີນກອງປະຊຸມໃຫຍ່, ຂ້າພະເຈົ້າ ຍັງຈະລາຍງານຜົນສຳເລັດກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ ທົ່ວປວງຊົນລາວທັງຊາດ ໄດ້ຮັບຊາບຢ່າງເປັນທາງການຕື່ມອີກ.