ໂດຍ: ສ.ຣາຊະສີ
ຖ້າໃນຍາມເຊົ້າມື້ໜຶ່ງ ເຈົ້າໄດ້ຍິນສຽງ “ກົ໋ກໆ” ຂອງຄົກຫຼໍ່ດ້ວຍຂາງດັງຂຶ້ນກາງບ້ານ ຢ່າຮີບຮ້ອນຄິດວ່າມັນເປັນພຽງສຽງຂອງການຕຳອາຫານໃນຄົວເຮືອນທົ່ວໄປ ເພາະສຳລັບຊຸມຊົນບ້ານຫ້ວຍອາວັງຊ້າງ ເມືອງລະມາມ ແຂວງເຊກອງ ສຽງນັ້ນຄືສຽງຂອງ “ຄວາມຫວັງ” ແລະ “ການປ່ຽນແປງ” ທີ່ກຳລັງເກີດຂຶ້ນຢ່າງງຽບໆ ແຕ່ໝັ້ນຄົງ.

ຍາມເຊົ້າໃນສູນເຝິກຂອງໂຄງການ AFN2 ເຕັມໄປດ້ວຍບັນຍາກາດຄືກຄື້ນ ແມ່ຍິງຈາກຫຼາຍບ້ານໃນເຂດດຽວກັນ ມາພົບປະ ແລະ ແບ່ງໜ້າທີ່ກັນຢ່າງຂະຫຍັນຂັນແຂງ ບາງຄົນກຳລັງດັງໄຟ ບາງຄົນຕາກແປ້ງມັນເພື່ອນຳມາຈືນ້ປັນເຂົ້າໂຄບ ບາງຄົນກໍປຸງແຕ່ງອາຫານຢ່າງປະນີດ ທຸກການເຄື່ອນໄຫວບໍ່ແມ່ນເພື່ອການກິນຢູ່ພາຍໃນວັນດັ່ງກ່າວເທົ່ານັ້ນ ແຕ່ເປັນການແປຮູບວັດຖຸດິບທ້ອງຖິ່ນ ໃຫ້ກາຍເປັນອາຫານທີ່ສາມາດເກັບໄວ້ໄດ້ດົນ ມີມາດຕະຖານ ແລະ ສາມາດຕໍ່ຍອດເປັນລາຍຮັບໃຫ້ຄອບຄົວ.

ທ່າມກາງຄວາມຄືກຄື້ນນັ້ນ ສຽງຄົກທີ່ດັງ “ກົ໋ກໆ” ຢ່າງສະໝໍ້າສະເໝີ ກາຍເປັນຈຸດສະດຸດຕາ ເຈົ້າຂອງສຽງແມ່ນ ນາງ ເຊັດ ແມ່ຍິງໄວກວ່າ 50 ປີ ປະຊາຊົນບ້ານກະຊັງກາງ ເມືອງລະມາມ ລາວກຳລັງນັ່ງຕຳປາແຫ້ງຢ່າງມຸ່ງໝັ້ນ ຕາທັງຄູ່ແນມໄດ້ລົງໃນຄົກ ມືຍົກຂຶ້ນລົງຕາມຈັງຫວະ ເພື່ອໃຫ້ປາແຫ້ງກາຍເປັນຜົງລະອຽດ ພ້ອມສຳລັບການປຸງແຕ່ງ ແລະ ການເກັບຮັກສາໃນລະຍະຍາວ.

ນາງ ເຊັດ ແມ່ນໜຶ່ງໃນຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ AFN2 ລາວເລົ່າວ່າ: ກ່ອນໜ້ານີ້ ອາຊີບຫຼັກຂອງຄອບຄົວແມ່ນການເຮັດສວນມັນຕົ້ນ ສ່ວນການປຸງແຕ່ງອາ ຫານກໍເຮັດຕາມວິຖີເກົ່າໆ ບາງຄັ້ງຍັງຂາດຄວາມຮູ້ດ້ານສຸຂະອະນາໄມ ແຕ່ຫຼັງຈາກໄດ້ເຂົ້າຮ່ວມໂຄງການໃນປີ 2023 ລາວໄດ້ຮຽນຮູ້ວິທີການແປຮູບອາຫານຢ່າງຖືກຫຼັກສຸຂະອະນາ ໄມ ໄດ້ເຫັນຄຸນຄ່າຂອງອາຫານທີ່ບໍ່ແມ່ນພຽງແຕ່ “ກິນອີ່ມ” ແຕ່ຕ້ອງ “ປອດໄພ” ແລະ “ສ້າງລາຍຮັບ” ໄດ້ຢ່າງແທ້ຈິງ.
ສູນເຝິກ AFN2 ໄດ້ຈັດການເຮັດວຽກເປັນຫຼາຍກຸມ ຕັ້ງແຕ່ການຕຳແຈ່ວ ຈືນກ້ວຍ ກວນໝາກນັດ ເຮັດຂຽບໝູ ໄປຈົນເຖິງຜະລິດຕະພັນອາຫານອື່ນໆ ເຊິ່ງໂຄງການເປັນຜູ້ສະໜອງເຄື່ອງປຸງ ແລະ ອຸປະກອນພື້ນຖານ ໃນຂະນະທີ່ວັດຖຸດິບແມ່ນອີງໃສ່ທ່າແຮງ ແລະ ພູມປັນຍາຂອງຊຸມຊົນ.

ທ່ານ ໂດລາ ໄຊຍະລົບ ຜູ້ອຳນວຍຄວາມສະດວກໂຄງການ AFN2 ກ່າວວ່າ: ເປົ້າໝາຍຂອງໂຄງການບໍ່ແມ່ນພຽງແຕ່ໃຫ້ຊາວບ້ານມີອາຫານກິນພຽງພໍ ແຕ່ຍັງມຸ່ງເນັ້ນໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນຢ່າງໜ້ອຍ 20% ແລະ ສາມາດພຶ່ງພາຕົນເອງໄດ້ໃນລະຍະຍາວ.
ຕະຫຼອດໄລຍະເວລາທີ່ AFN2 ເຂົ້າມາດຳເນີນງານ ບໍ່ພຽງແຕ່ເມນູອາຫານໃນຊຸມຊົນຈະຫຼາກຫຼາຍຂຶ້ນ ແຕ່ແນວຄວາມຄິດ ແລະ ວິຖີຊີວິດຂອງຊາວບ້ານກໍຄ່ອຍໆປ່ຽນໄປ ປະຈຸບັນ ກວ່າ 90% ຂອງຄົວເຮືອນ ເລີ່ມປູກພືດ ແລະ ລ້ຽງສັດຂະໜາດນ້ອຍເພື່ອໂພຊະນາການ ແລະ ຄວາມມັ່ນຄົງດ້ານອາຫານ.